ທ່ານ​ສີ​ຈິ້ນ​ຜິງເນັ້ນ​ໜັກ​ໃຫ້​ສ້າງກອງ​​ທັບ​ເຮືອ​ເປັນ​ກອງ​ທັບ​ທີ່ສຸດຍອດ

2020-10-14 17:59:58 |ມາຈາກ: CRI

ທ່ານ​ສີ​ຈິ້ນ​ຜິງ,ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ໄດ້​ໄປ​ສຳ​ຫຼວດກວດ​ກາ​ວຽກ​ງານ​ຢູ່ກອງ​ທັບ​ເຮືອ​ສູ້​ຮົບ​ທາງ​ບົກໃນວັນ​ທີ13ຕຸ​ລານີ້. ທ່ານ​ກ່າວ​ເນັ້ນ​ວ່າ, ກອງ​ທັບ​ເຮືອ​ສູ້​ຮົບ​ທາງ​ບົກໄດ້​ແບກ​ຫາບ​ໜ້າ​ທີ່​ຮັບ​​ຜິດ​ຊອບ​ທີ່​ສຳ​ຄັນ​ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ,​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງຊາດ, ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ຂອງຊາດ​ ພ້ອມ​ກັບສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຊາດ​​ຢູ່​ຕ່າງ​ປະ​ເທດ. ຕ້ອງ​ເລັ່ງ​ລັດ​ຊຸກ​ຍູ້​ການ​ປ່ຽນແປງ​ຮູບ​ແບບ,​​ແລະຍົກ​ຄວາມ​ສາ​ມາດ​ໃນ​ການ​ສູ້​ຮົບ​ໃຫ້​ສູງ​ຂຶ້ນ​ໂດຍ​ໄວ,ພະ​ຍາ​ຍາມ​​ສ້າງຕົນ​ເອງ​ໃຫ້​ເປັນກອງ​ທັບ​ທີ່​ສຸດຍອດທີ່​ມີ​ບົດ​ບາດ​ຫຼາຍ,ສາ​ມາດ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ​ໄດ້​ໄວ ແລະ​ເຄື່ອ​ນ​ໄຫວ​ໄດ້​ໃນ​ທຸກ​ເງື່ອນ​ໄຂ.

ກອງ​ທັບ​ເຮືອ​​ສູ້​ຮົບ​ທາງ​​ບົກ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ຕາມ​ນະ​ໂຍ​ບາຍ​​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປ້​ອງ​ກັນ​ປະ​ເທດ​ແລະ​ການ​ປະ​ຕິ​ຮູບ​ກອງ​ທັບໃນ​ປີ2017.