ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ວ່າ ການ​ສ້າງເຊີ່ນ​ເຈີ້ນ​ເປັນ​ການ​​​ສ່ອງ​ແສງ​ໃຫ້​ເຫັນ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ດີ​ເດັ່ນ​ຢູ່​​ໃນ​ປະ​ຫວັດ​ສາດ

2020-10-14 18:01:33 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 14 ຕຸ​ລາ​ນີ້, ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ເຂດເສດ​ຖະ​ກິດ​​ພິ​ເສດເຊີ່ນ​ເຈີ້ນ​​ຄົບ​ຮອບ 40 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ແຂວງກວາງ​ຕຸ້ງ​ຈີນ. ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ ແລະ ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ວ່າ, ແຂວງກວາງ​ຕຸ້ງ​ເປັນ​ຜູ້​​ຕົວ​ແບບ, ​ເປັນ​ປ້ອມ​ດ້ານ​ໜ້າ ແລະ ເຂດ​ທົດ​ລອງ​ຂອງ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ເປັນ​ແຂວງ​ທີ່​ສ້າງ​ຕັ້ງ​ເຂດ​​ເສດ​ຖະ​ກິດພິ​ເສດ​ກ່ອນ​ໝູ່ ແລະ ຈຳ​ນວນ​ຫຼາຍ​ທີ່​ສຸດ. ເຊີ່ນ​ເຈີ້ນ​ເປັນ​ຕົວ​ເມືອງ​ໃໝ່​ທີ່​​ໄດ້​ຮັບ​ການ​ສ້າງ​ຂຶ້ນດ້ວຍ​ພັກ ແລະ ປະ​ຊາ​ຊົນ​ຫຼັງ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ດີ​ເດັ່ນ​​ໃນ​ປະ​ຫວັດ​ສາດ. ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ນະ​ຄອນ​ເຊີ່ນ​ເຈີ້ນ​ອັນ​ໄພ​ສານ​​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ໄດ້​ສຸມຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ, ໃຊ້​ເວ​ລາ​ພຽງ 40 ປີ​ກໍ່​ສາ​ມາດ​ສ້າງ​ປະ​ຫວັດ​ສາດ​​ທີ່​ຕົວ​ເມືອງ​ໃຫຍ່​ລະ​ດັບ​ໂລກຂອງ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງຕ້ອງ​ໃຊ້​ເວ​ລາ​ເຖິງ 100 ປີ. ນີ້​ແມ່ນ​ຄວາມ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​​ຂອງໂລກ​ທີ່​ສ້າງ​ດ້ວຍ​ປະ​ຊາ​ຊົນ​ຈີນ.