ເມືອງຊິງຕາວ ປະເທດຈີນດຳເນີນການກວດ​ຫາເຊື້ອ​ໄວ​ຣັດໃຫ້ຊາວເມືອງທັງໝົດ

2020-10-15 10:01:50 |ມາຈາກ: Yunnan Gateway

ມາຮອດວັນທີ 12 ຕຸລາ, ເມືອງຊິງຕາວ ​ແຂວງຊານຕົງ ທີ່ຕັ້ງຢູ່ພາກເໜືອຂອງປະເທດຈີນ​,ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທັງໝົດ​ 6 ​ກໍ​ລະ​ນີ​,ຜູ້ຕິດພະຍາດທັງ 6 ​ກໍ​ລະ​ນີແມ່ນເປັນຜູ້ຕິດເຊື້ອທີ່ບໍ່ມີອາການ, ທັງໝົດລ້ວນແຕ່ມີການພົວພັນກັບໂຮງໝໍພະແນກໜ້າເອິກຊິງຕາວ.ປັດຈຸບັນນີ້, ເມືອງຊິງຕາວໄດ້ກຳນົດ ແລະ ເລີ່ມຕົ້ນແຜນການດຳເນີນການກວດ​ຫາເຊື້ອ​ໄວ​ຣັດສຳລັບ ຊາວເມືອງຊິງຕາວຈໍານວນ 6 ລ້ານຄົນ ຈະສຳເລັດການກວດ​ຫາເຊື້ອ​ໄວ​ຣັດສຳລັບຊາວເມືອງທັງໝົດໃນເມືອງຊິງຕາວພາຍໃນ 5 ວັນ, ແລະ ຜົນການກວດສອບຈະຖືກເຜີຍແຜ່ຕໍ່ສັງຄົມຢ່າງທັນເວລາ.