ສຳ​ເລັດການ​ຕໍ່ຂົວ​ໃຫຍ່ຈີນຊາຈ່ຽງຂອງ​ທາງ​ລົດ​ໄຟ​ລີ້ຈ່ຽງ-ຊັງເກີລີລາແຂວງຢຸນນານ

2020-10-15 10:06:52 |ມາຈາກ: Yunnan Gateway

ວັນທີ 13 ຕຸລາ, ຂົວ​ໃຫຍ່ຈີນຊາຈ່ຽງຂອງ​ທາງ​ລົດ​ໄຟ​ລີ້ຈ່ຽງ-ຊຽງເກີລີລາແຂວງຢຸນນານໄດ້ ສຳ​ເລັດການເຊື່ອມຕໍ່.

ຂົວ​ໃຫຍ່ຈີນຊາຈ່ຽງມີ​ຄວາມ​ຍາວທັງໝົດ 882,5 ແມັດ. ​ເສັ້ນທາງ​ລົດ​ໄຟ​ລີ້ຈ່ຽງ-ຊຽງເກີລີລາຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຢຸນນານ, ເສັ້ນທາງເລີ່ມຈາກເມືອງ​ລີ້ຈ່ຽງ ແລະ ຂ້າມແມ່ນ້ຳຈີນຊາຈ່ຽງ,ໄປຫາເມືອງຊຽງເກີລີລາກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດ,ເຊື່ອມຕໍ່ສອງເມືອງທ່ອງທ່ຽວທີ່ມີຊື່ສຽງໃນປະເທດຈີນ,ເສັ້ນທາງລົດໄຟນີ້ມີຄວາມຍາວທັງໝົດ 414 ກິໂລແມັດ. ຄວາມ​ໄວທີ່ອອກ​ແບບ​ແມ່ນ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ຂົວ​ໃຫຍ່ຈີນຊາຈ່ຽງ ຕັ້ງຢູ່ໃນເຂດທ່ອງທ່ຽວຮູ້ທົວຊາທີ່ຢູ່ຕົ້ນແມ່ນ້ຳຢັງຊີກຽງ, ສອງຝັ່ງແມ່ນພູຫິມະຢີລົງ ແລະ ເຂດສະຫງວນທຳມະຊາດພູຫິມະຮາປາ, ການກໍ່ສ້າງຂົວໃຫຍ່ແມ່ນສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກດິນແລະນໍ້າ.