ແຜນການແກ້ໄຂ ຊີວິດຍາມບຳນານຂອງເຂດຊຸມຊົນທີ່ປະເທດຈີນ

2020-10-16 13:58:18 |ມາຈາກ: Yunnan Gateway

ຢູ່ຖະຫນົນຝົງຫວາງ ເຂດຫົງທາ ເມືອງຢີຊີແຂວງຢຸນນານປະເທດຈີນ,ມີເຂດຊຸມຊົນຫູຖ່ຽນທີ່ມີຊື່ສຽງໃນທ້ອງຖິ່ນ.

ວຽກງານຕົ້ນຕໍຂອງເຂດຊຸມຊົນຫູຖ່ຽນແມ່ນອີງໃສ່ຄວາມຕ້ອງການຕໍ່ຊີວິດການເປັນຢູ່ຂອງຜູ້ເຖົ້າເປັນຈຸດໜັກ, ສະໜອງການບໍລິການໃຫ້ແກ່ຜູ້ເຖົ້າ ເຊັ່ນ ອາຫານ, ອະນາໄມ, ການປິ່ນປົວທາງການແພດ, ການເດີນທາງ ແລະ ອື່ນໆໃນຊຸມຊົນ. ນອກຈາກນັ້ນ, ໃນຊຸມຊົນຈະດຳເນີນການໃຫ້ຄຳປຶກສາທາງດ້ານຈິດໃຈເປັນປະຈຳ, ຊວ່ຍເຫຼືອຜູ້ເຖົ້າຊື້ເຄື່ອງ, ກິດຈະກຳການບໍລິການອາສາສະໝັກ ແລະ ການບໍລິການອື່ນໆ.

ໃນຊຸມຊົນຫູຖ່ຽນ, ຈຸດກວດກາການແພດແບບບໍ່ເສຍຄ່າມີຜູ້ເຖົ້າ ມານັ່ງຢູ່ນີ້ຢ່າງຕໍ່ເນື່ອງ, ເພື່ອຂໍໃຫ້ທ່ານໝໍກວດສຸຂະພາບປາກ ແລະ ວັດແທກຄວາມດັນເລືອດ.

“ມື້ນີ້ແມ່ນວັນບໍລິການສາທາລະນະປະໂຫຍດຂອງຊຸມຊົນ.” ໃນຕອນເຊົ້າຂອງວັນທີ 22 ກັນຍາ, ທ່ານນາງ ທາງໂຢເຈີ່ນ ອາຍຸ 64 ປີ, ລາວມາຮອດຊຸມຊົນຫູຖ່ຽນ. ນາງໄປຈຸດກວດກາປາກທີ່ຊຸມຊົນເພື່ອກວດປາກ.ເຮືອນຂອງນາງ ທາງໂຢເຈີ່ນ ບໍ່ໄດ້ຢູ່ໃນຊຸມຊົນຫູຖ່ຽນ, ແຕ່ເມື່ອຊຸມຊົນມີກິດຈະກຳ, ລາວກໍ ນັ່ງລົດເມຈາກທາງນອກມາ10 ກິໂລແມັດເພື່ອເຂົ້າຮ່ວມກິດຈະກຳໃນຊຸມຊົນນີ້.

ນອກຈາກນັ້ນ,ໃນຊຸມຊົນຫູຖ່ຽນຍັງສະໜອງບໍລິການຕັດຜົມໃຫ້ແກ່ຜູ້ເຖົ້າອີກດ້ວຍ...