ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ສາມາດສະໜອງການບໍລິການ ແບບ 24ຊົ່ວໂມງ

2020-10-16 15:42:06 |ມາຈາກ: Yunnan Gateway

ປັດຈຸບັນນີ້, ເຂດບໍລິການດ້ວຍຕົນເອງ 24 ຊົ່ວໂມງໃນສູນກາງບໍລິການສັງລວມ ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ, ມີ ບ່ອນເຮັດວຽກດ້ວຍຕົນເອງແບບອັດສະລິຍະສຳລັບການບໍລິການວຽກງານບໍລິຫານຂອງພາກລັດ 20 ກວ່າບ່ອນ. ບັນດາວິສາຫະກິດ ແລະ ປະຊາຊົນເອົາບັດປະຈຳຕົວຂອງເຂົາເຈົ້າສະແກນໃສ່ອຸປະກອນ, ກໍ່ສາມາດພິມເຮັດໃບທະບຽນວິສາຫະກິດ, ຮັບເອົາໃບບິນ, ພິມໃບຢັ້ງຢືນປະກັນສັງຄົມ,ຕົວແທນຈ່າຍຄ່າປະກັນສັງຄົມ ແລະ ວຽກທຸລະການອື່ນໆໄດ້ດ້ວຍຕົນເອງ.

ບ່ອນເຮັດວຽກດ້ວຍຕົນເອງແບບອັດສະລິຍະສຳລັບການບໍລິການວຽກງານບໍລິຫານຂອງພາກລັດຮູບແບບໃຫມ່ທີ່ສະໜັບສະໜູນການບໍລິການຂອງພາກລັດເຫຼົ່ານີ້ ກໍ່ຕັ້ງໂດຍການຮ່ວມມືຂອງບໍລິສັດຫົວເຫວີຍ ກັບ ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ. ເວທີນີ້ບໍ່ພຽງແຕ່ສະໜອງການບໍລິການທີ່ສະດວກຍິ່ງຂຶ້ນໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ຍັງຍົກສູງປະສິດທິພາບຂອງພະແນກປະຕິບັດໜ້າທີ່, ບັນລຸການສອບຖາມ ແລະ ການເຕືອນໄພທີ່ມີປະສິດຕິຜົນສູງກວ່າເກົ່າ.

ປັດຈຸບັນນີ້, ຢູ່ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ, ບໍລິສັດທີ່ຂໍເຮັດໃບທະບຽນວິສາຫະກິດກັບບ່ອນນີ້, ຖ້າເອກະສານຄົບຖ້ວນກໍສາມາດເຮັດສຳເລັດພາຍໃນເຄິ່ງຊົ່ວໂມງ, ສົ່ງເອກະສານທາງອອນລາຍ, ແລະ ການພິຈາລະນາຈະສຳເລັດພາຍໃນ 8 ຊົ່ວໂມງ;ບໍລິສັດໃໝ່ທີ່ປະກອບເອກະສານບໍລິການດ້ານພາສີ, ແຕ່ກ່ອນຕ້ອງໃຊ້ເວລາ 15 ມື້ຈຶ່ງເຮັດສຳເລັດ, ດຽວນີ້ສາມາດເຮັດສຳເລັດໃນເວລາເຄິ່ງຊົ່ວໂມງ. ສຳລັບວິສາຫະກິດຕ່າງປະເທດ, ສູນກາງບໍລິການດັ່ງກ່າວໄດ້ມີພະນັກງານບໍລິການທີ່ໄດ້ພາສາອັງກິດ ແລະ ພາສາໄທ, ວິສາຫະກິດຕ່າງປະເທດກໍ່ໄດ້ຮັບຄວາມສະດວກ ແລະ ປະສິດທິພາບເທົ່າທຽມກັນ.

ນັບແຕ່ ສິງຫາ ປີ 2019, ໃນເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ ມີວິສາຫະກິດເພີ່ມຂຶ້ນໃໝ່ 13727 ແຫ່ງ, ໃນນັ້ນ, ມີ ວິສາຫະກິດ 58 ແຫ່ງ ທີ່ເປັນວິສາຫະກິດຕ່າງປະເທດ. ໃນອະນາຄົດ, ເຂດທົດລອງການຄ້າເສລີຕ້ອງກໍ່ສ້າງສະພາບແວດລ້ອມການດຳເນີນທຸລະກິດໃຫ້ເປັນລະບົບຕະຫຼາດ, ລະບົບສາກົນ ແລະ ຕາມລະບຽບກົດໝາຍ. ສືບຕໍ່ສົ່ງເສີມການປະດິດສ້າງໃຫມ່ຂອງລະບົບ, ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດ ໄດ້ຮັບປະໂຫຍດ ແລະ ຄວາມສຸກ.