ການ​ຮ່ວມ​ມືລາວ-ຈີນ ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິ​ງ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ

2020-10-16 17:29:31 |ມາຈາກ: CRI

ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ດຳ​ເນີນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ມີ​ແຜນ​ການ, ມີ​ການ​ຈັດ​ຕັ້ງ ແລະ ຂະ​ໜາດ​ໃຫຍ່, ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃຫຍ່ຫຼວງ ພ້ອມ​ທັງ​ໄດ້​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຕໍ່​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ລາວ​ກໍ​ຄື​ກັນ​ກັບ​ຈີນ, ​ເປັນ​ໄລ​ຍະ​ດົນ​ນານ​ມາ​​ແລ້ວ, ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ກໍ​ແມ່ນ​ເປົົ້າ​ໝາຍ ແລະ ທິດ​ທາງ​ສູ້​ຊົນ​ຂອງ​ລັດ​ຖະ​ບານ​ລາວ​ເຊັ່ນ​ກັນ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ທີ່​ມີພູ​ຜາ​ປ່າ​ໄມ້​ແລະ​ແມ່​ນ້ຳ​ລຳ​ເຊຕິດ​ຈອດ​ກັນ, ສອງ​ປະ​ເທດ​ລາວແລະ​ຈີນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ໃນ​​ການ​ຮ່ວມ​ມື ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທ່າ​ນ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ ກໍ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່ບົດ​ຮຽນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ມາ​ໂດຍ​ຕະຫຼອດ. ເດືອນ​ພະ​ຈິກ​ປີ 2017, ໃນ​ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ຄຳ​ທີ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ບຸນ​ຍັງ ວໍ​ລິະ​ຈິດ​ກ່າວ​ວ່າ: ປະ​ເທດ​ລາວ​ມີ​ພື້ນ​ຖານທາງ​ດ້ານ​ກະ​ສິ​ກຳ​ທີ່​ດີ, ແຕ່​​ວ່າ​ຂາດ​ເຂີນ​ທຶນ​ຮອນ ແລະ ເຕັກ​ນິກ​ທັນ​ສະ​ໄໝ. ທ່ານ​ສີ​ຈິ້ນ​ຜິງ​ມີ​ຄຳ​ເຫັນ​ວ່າ: ຂົງ​ເຂດ​ກະ​ສິ​ກຳ​ສາ​ມາດ​ກາຍ​ເປັນ​ຂົງ​ເຂດ​ຈຸດສຸມ​ໃນ​ການຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ຈີນ​ບໍ່​ພຽງ​ແຕ່​ສາ​ມາດ​ຊ່ວຍ​ລາວ​ໃຫ້​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຊ່ວຍ​ປະ​ຊາ​ຊົນ​ລາວ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້ຫຼາຍກວ່າ​ເກົ່າ.

ໂຄງ​ການ​ຮ່ວມ​ມື​ຕົວ​ແບບ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ລາວ​ທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ແມ່ນ​ລັດ​ຖະ​ບານ​ສອງ​ປະ​ເທດ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ ເຊິ່ງ​ໄດ້​ນຳ​ເອົາ​ຮູບ​ແບບ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ທີ່ໃໝ່​ອ່ຽມ​ມາ​ສູ່​ລາວ. ໂຄງ​ການ​ຮ່ວມ​ມື​ຕົວ​ແບບ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ລາວ​ທີ່​ຈີນ​ຊ່ວຍ​ເຫຼືອ​ຢູ່​ບ້າ​ນ​ຊໍ້​ນະ​ຄອນຫຼວງວຽງ​ຈັນ ແລະ ບ້ານ​ຊຽງ​ລ້ອມ​ນະ​ຄອນຫຼວງ​ພະ​ບາງ ເປັນ​ໂຄງ​ການ​ຕົວ​ແບບ​ທີ່​ຈີນ​ຊ່ວຍ​ປະ​ຊາ​ຊົນ​ລາວ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ.

ປີ​ນີ້​ແມ່ນ​ປີ​ສຸດ​ທ້າຍ​ທີ່​ຈີນ​ຈະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃຫ້​ໄດ້ຢ່າງ​ເຖິງ​ຖອງ. ໃນ​ຂະ​ນະ​ດຽວ​ກັນ, ປີ​ນີ້​ກໍ​ແມ່ນ​ປີ​ທີ່​ລາວ​​ສູ້​ຊົນ​ລຶບ​ລ້າງຄວາມ​ທຸກ​ຍາກ​ເຊັ່ນ​ກັນ. ການ​ຮ່ວມ​ມື​ໃນ​ດ້ານການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ລາວ-ຈີນ​ຈະ​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ລາວ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ນີ້​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຄວາມ​ຊີ​ວິດ​ຊີ​ວາ​ໃນ​ການ​ເສີມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມູນ​ເຊື້ອ​ມິດ​ຕະ​ພາບ​ທີ່​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຈີນ. ເຊື່ອ​ວ່າ: ການ​ຮ່ວມ​ມື​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ສອງ​ປະ​ເທດ ຈະ​ຂະ​ຫຍາຍ​ຕົວ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ອັນ​ໃຫຍ່ຫຼວງກວ່າ​ເກົ່າ.