"ລິບໄຟຟ້າສາທາລະນະ" ຊຸດທໍາອິດຂອງແຂວງຢຸນນານໄດ້ຖືກນຳໃຊ້ແລ້ວ

2020-10-19 17:54:19 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ເຂດຊຸມຊົນຊຸນຫຸຍ ຖະຫນົນຝົງນິງ ເຂດອູຫົວ ເມືອງຄຸນໝິງ ແຂວງຢຸນນານໄດ້ສຳເລັດການກວດກາ ແລະ ຮັບຮອງນຳໃຊ້ "ລິບໄຟຟ້າສາທາລະນະ" ໃນ4 ພາກສ່ວນແລ້ວ. ນີ້ແມ່ນ "ລິບໄຟຟ້າສາທາລະນະ" ຊຸດທຳອິດຂອງແຂວງຢຸນນານທີ່ໄດ້ຖືກນຳໃຊ້.

ໃນເຂດຊຸມຊົນຊຸນຫຸຍມີອາຄານທັງໝົດ 24 ຫລັງ, ອາຄານແຕ່ລະຫຼັງມີ 7 ຊັ້ນແລະ ບໍ່ມີລິບໄຟຟ້າ. ໃນຊຸມຊົນນີ້ມີເກືອບ 300 ຄົວເຮືອນ, ຄອບຄົວສ່ວນໃຫຍ່ແມ່ນຜູ້ເຖົ້າ, ແລະ ໃນນັ້ນ ຫລາຍກວ່າເຄິ່ງໜຶ່ງແມ່ນມີອາຍຸຫຼາຍກວ່າ 65 ປີ, ການຕິດຕັ້ງລິບໄຟຟ້າຈຶ່ງແມ່ນສິ່ງທີ່ທຸກຄົນຕ້ອງການ.

ການຕິດຕັ້ງລິບໄຟຟ້າຂອງເຂດຊຸມຊົນນີ້ແມ່ນວິສາຫະກິດເປັນຜູ້ຕິດຕັ້ງໃຫ້ແບບບໍ່ເສຍຄ່າ, ຊາວເມືອງເມື່ອນຳໃຊ້ລິບໄຟຟ້າສາທາລະນະນີ້ກໍຈ່າຍຄ່າບໍລິການໄປຕາມຄັ້ງ, ເດືອນ ຫລື ປີຂອງການນຳໃຊ້.

ມາດຕະຖານຄ່າບໍລິການຂອງແຜນການ "ລິບໄຟຟ້າສາທາລະນະ" ແມ່ນ 0,2 ຢວນ / ຄັ້ງສຳລັບຜູ້ທີ່ອາໃສຢູ່ຊັ້ນ 2 ເຖິງ 3, 0,25 ຢວນ/ ຄັ້ງສຳລັບຜູ້ທີ່ອາໃສຢູ່ໃນຊັ້ນ 4 ຫາ 5, ແລະ 0.3 ຢວນ/ຄັ້ງສຳລັບຜູ້ທີ່ອາໃສຢູ່ໃນຊັ້ນ 6 ເຖິງ 7. ນອກຈາກນັ້ນ, ຊາວເມືອງກໍສາມາດຈ່າຍຄ່ານຳໃຊ້ລິບໄຟຟ້າດ້ວຍຫຼາຍວິທີເຊັ່ນ ນຳໃຊ້ບັດ,ໃຊ້ການສະແກນລາຍມື, ການຈຳແນກຜ່ານໃບໜ້າ, ສະແກນລະຫັດຜ່ານໂທລະສັບມືຖື ແລະ ວິທີອື່ນໆ.

ປັດຈຸບັນນີ້, "ລິບໄຟຟ້າສາທາລະນະ" ຂອງເຂດເມືອງອື່ນໆຍັງຢູ່ໃນຂັ້ນຕອນການຕິດຕັ້ງ. ຫຼັງຈາກນີ້, "ລິບໄຟຟ້າສາທາລະນະ"ຈະຖືກຕິດຕັ້ງແລະນຳໃຊ້ໃນເຂດຊຸມຊົນຫຼາຍແຫ່ງຂອງຄຸນໝິງຢ່າງຕໍ່ເນື່ອງ, ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ຊາວເມືອງຫຼາຍຂຶ້ນ.