ສຸມສາຍຕາເບິ່ງ|ຂະ​ໜາດການ​ຄ້າ​​ສິນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 13 ໄດ້​ເປັນ​ອັນ​ດັບ​ໜຶ່ງ​ຂອງໂລກຫຼາຍ​ປີ

2020-10-19 17:55:03 |ມາຈາກ: CRI

ຫວ່າງມໍ່ໆ​​ມານີ້, ທ່ານ​ໂຈ່ວ​ຈື້​ວູ ຮອງ​ຫົວ​ໜ້າ​​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 13, ຂະ​ໜາດ​ການ​ຄ້າ​​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ໄດ້​ເປັນ​ອັນ​ດັບ​ໜຶ່ງ​​ຂອງ​ໂລກ​ເປັນ​ເວ​ລາຫຼາຍ​ປີ, ຍອດ​ມູນ​ຄ່າ​​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າດັ່ງ​ກ່າວ​ໄດ້ກວມຫຼາຍກວ່າ 11% ຂອງ​ໂລກ. “ປີ 2019, ຍອດ​ມູນ​ຄ່າ​​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​​ບັນ​ລຸ​ໄດ້ 31.540 ຕື້ຢວນ, ສ້າງ​ສະ​ຖິ​ຕິ​ສູງສຸດ​​ຄັ້ງໃໝ່. ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຈີນ​ໄດ້​ລື່ນ​ກາຍ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ ແລະ​ກາຍ​ເປັນ​ອົງ​ກອນ​ການ​ຄ້າ​ຕ່າງ​ປະ​ເທດ​ທີ່​ໃຫຍ່ກວ່າ​ໝູ່.

ໃນ 5 ປີ​ຜ່ານ​ມານີ້, ​ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນນັ້ນ, ​ຍີ່ຫໍ້​ຂອງ​ຈີນ​ສືບ​ຕໍ່​ພັດ​ທະ​ນາ​ເຕີບ​ໂຕ​ຂຶ້ນ, ຜະ​ລິດ​ຕະ​ພັນ​ກົນ​ຈັກ​, ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ແລະ​ຜະ​ລິດ​ຕະ​ພັນ​ເຄື່ອງ​ອຸ​ປະ​ກອນທີ່​ມີ​ມູນ​ຄ່າ​ເພີ່ມ​ໃນ​ລະ​ດັບ​ສູງ​ກໍ​ໄດ້​ຮັກ​ສາ​ທ່ວງ​ທ່າ​​ເຕີບ​ໂຕໄດ້​ເປັນ​ຢ່າງ​ດີ, ກຳ​ລັງ​​ແຂ່ງ​ຂັນ​ໃນຕະຫຼາດ​ສາ​ກົນ​ກໍ​ໄດ້​ເ​ພີ່ມ​ຂຶ້ນ. ໜັງ​ສື​ພິມ Financial Times ​ຂອງ​ອັງ​ກິດ​ໄດ້​ພິມ​ບົດ​ຄວາມ​ໃນ​ຫວ່າງ​ກ່ອນນີ້ບໍ່​ດົນ​ໂດຍ​ຕີ​ລາ​ຄາ​ວ່າ: “ຖາ​ນະ​ນຳ​​ໜ້າຂອງ​ຈີນ​ໃນ​ຕະຫຼາດ​ການ​ສົ່ງ​ອອກ​ຂອງໂລກນັ້ນ​ໄດ້​ບັນ​ລຸ​ລະ​ດັບ​ນຳ​ໜ້າ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​.”