ຂົວ​ໃຫຍ່​ພິ​ເສດ ເສັ້ນທາງຄູ່ເທິງແມ່ນ້ຳອາໂມ້ຈ່ຽງ ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​ສຳ​ເລັດ​ການ​ເຊື່ອມຕໍ່ກັນ

2020-10-22 15:37:05 |ມາຈາກ: Yunnan Gateway

ວັນທີ 20 ຕຸລາ, ຂົວ​ໃຫຍ່​ພິ​ເສດ​ເສັ້ນທາງຄູ່ເທິງແມ່ນ້ຳອາໂມ້ຈ່ຽງຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​ສຳ​ເລັດ​ການ​ເຊື່ອມຕໍ່ກັນ​.

ຂົວ​ໃຫຍ່​ພິ​ເສດ​ເສັ້ນທາງຄູ່ເທິງແມ່ນ້ຳອາໂມ້ຈ່ຽງ ທີ່ຕັ້ງຢູ່ເມືອງໂມ້ຈ່ຽງ ເມືອງພູເອີ ແຂວງຢຸນນານ, ມີຄວາມຍາວ​ທັງ​ຫມົດ 617 ແມັດ, ​ ເສົາຕໍມໍຂົວມີທັງໝົດ 9 ເສົາ, ແລະ ໂຕຂົວທັງໝົດສູງກວ່າ 180 ແມັດ, ເທົ່າກັບລະດັບຄວາມສູງຂອງອາຄານ 60 ຊັ້ນ. ໄລຍະຫ່າງທີ່ຍາວທີ່ສຸດລະຫວ່າງສອງເສົາຕໍມໍໃນຂົວແມ່ນ 216 ແມັດ, ມັນເປັນໄລຍະການຂ້າມລະຫວ່າງສອງເສົາທີ່ມີຄວາມກວ້າງທີ່ສຸດຂອງຂົວທາງລົດໄຟປະເພດທີ່ຄ້າຍຄືກັນໃນປະເທດຈີນ.

ເສັ້ນທາງລົດໄຟຈີນ​-ລາວມີຄວາມຍາວຫຼາຍກວ່າ 1,000 ກິໂລແມັດ. ພາຍຫຼັງການກໍ່ສ້າງສຳເລັດແລ້ວ, ການເດີນທາງຈາກນະຄອນຄຸນໝິງແຂວງຢຸນນານ ຫາ ນະຄອນຫຼວງວຽງຈັນປະເທດລາວມີຄວາມຫວັງວ່າສາມາດອອກເດີນທາງໃນຕອນຄ່ຳ ແລະ ຮອດຈຸດໝາຍໃນເຊົ້າຂອງມື້ຖັດໄປ.