ເວທີປຶກສາຫາລືທາງອອນລາຍວ່າດ້ວຍການຮ່ວມມືດ້ານການສຶກສາອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ປີ 2020 ຈັດຂຶ້ນຢູ່ນະຄອນຄຸນໝິງ

2020-10-22 15:38:00 |ມາຈາກ: Yunnan Gateway

ວັນທີ 20 ຕຸລາ, ເວທີປຶກສາຫາລືທາງອອນລາຍວ່າດ້ວຍການຮ່ວມມືດ້ານການສຶກສາອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ປີ 2020 ໄດ້ເປີດຂຶ້ນຢູ່ນະຄອນຄຸນໝິງ. ເວທີປຶກສາຫາລືດັ່ງກ່າວມີໄລຍະ 3 ວັນ, ມີຜູ້ຊ່ຽວຊານ ແລະ ນັກວິຊາການທີ່ກ່ຽວຂ້ອງຈາກ 18 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມການສົນທະນາເພື່ອພັດທະນາການຮ່ວມມືການແລກປ່ຽນດ້ານການສຶກສາ ໂດຍຜ່ານວິທີການປະສົມປະສານກັນຂອງການປະຊຸມຕົວຈິງ ແລະ ທາງອອນລາຍ.

ເວທີປຶກສາຫາລືຄັ້ງນີ້ ປິ່ນອ້ອມຫົວຂໍ້ “ຊ່ວຍເຫຼືອເຊິ່ງກັນແລະກັນ, ຈັບມືພ້ອມກັນກ້າວໜ້າ”, ມີກິດຈະກຳທັງໝົດ 11 ກິດຈະກຳ. ນອກຈາກ ມີເວທີປຶກສາຫາລືຫົວຂໍ້ຕົ້ນຕໍ, ຍັງມີການຈັດເວທີປຶກສາຫາລືຫຼາຍເວທີເຊັ່ນ: ເວທີການປຶກສາຫາລືສະຫະພັນມະຫາວິທະຍາໄລອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້, ເວທີປຶກສາຫາລືການຮ່ວມມືດ້ານການປິ່ນປົວສາທາລະນະສຸກ ແລະ ການສຶກສາການແພດໃນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້, ເວທີປຶກສາຫາລືສະຫະພັນການສຶກສາວິຊາຊີບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ອື່ນໆ.

ໃນພິທີເປີດ, ບັນດາພາກສ່ວນເຊັ່ນ ມະຫາວິທະຍາໄລຊົນເຜົ່າຢຸນນານ ເປັນຕົ້ນ ໄດ້ຮ່ວມກັນດຳເນີນການເຊັນສັນຍາເຂົ້າຮ່ວມເປັນສະມາຊິກຂອງ "ສະຫະພັນການສຶກສາວິຊາຊີບແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ", ຄະນະເປີດກວ້າງຕໍ່ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂອງ ມະຫາວິທະຍາໄລເປີດກວ້າງຢຸນນານ ໄດ້ເປີດຂຶ້ນຢ່າງເປັນທາງການ,ຄະນະນີ້ຈະເປີດກວ້າງການສຶກສາຕໍ່ຜູ້ຮຽນທີ່ມາຈາກ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃນເວທີປຶກສາຫາລືຕົ້ນຕໍ, ຜູ້ຊ່ຽວຊານຈາກສະຖາບັນການສຶກສາ, ມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດເຊັ່ນ ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລຊົນເຜົ່າຢຸນນານ ແລະ ອື່ນໆໄດ້ຂຶ້ນກ່າວຄຳປາໄສສຳຄັນ.