ຈີນ​ເຂົ້າ​ຮ່ວມ “​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ວັກ​ຊີ​ນກັນ​ພະຍາດ​ໂຄ​ວິດ-19” ກໍ​ເພື່ອ​ຮັບປະກັນ​ການ​ສະໜອງ​ວັກ​ຊີ​ນ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ

2020-10-22 17:51:12 |ມາຈາກ: CRI

ທ່ານ​ເຕ​ໂດຣສ ອັດ​ຮາ​ໂນ​ມ ​ເກ​​​ເບຣ​ເຢຊຸ​ສ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ກ່າວ​ໃນ​ວັນ​ທີ 19 ຕຸລາ​ນີ້​ວ່າ: ປັດຈຸບັນນີ້​ໄດ້​ມີ 184 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ “​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ວັກ​ຊີ​ນກັນ​ພະຍາດ​ໂຄ​ວິດ-19”, ຈະ​ມີ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈຳນວນຫຼາຍກວ່າ​ເກົ່າ​ມີ​ຄວາມ​ຫວັງ​ຈະ​ໄດ້​ຮັບ​ວັກ​ຊີ​ນກັນ​ພະຍາດ​ດັ່ງກ່າວ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸລາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ ​ໂດຍ​ກ່າວ​ວ່າ: ຈີນ​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ໃນ​ແຜນການ​ດັ່ງກ່າວ ກໍ​ເພື່ອ​ຊຸກຍູ້​ການ​ແບ່ງປັນ​ວັກ​ຊີ​ນຢ່າງ​ສະ​ເໝີ​ພາບ​ດ້ວຍ​ການ​ກະທຳ​ຕົວ​ຈິງ​ຂອງ​ຕົນ, ຮັບປະກັນ​ການ​ສະໜອງ​ວັກ​ຊີ​ນ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ.

ທ່ານ​ຈ້າວ​ລີ້​ຈ່ຽນ ຍັງ​ກ່າວ​ຕື່ມ​ວ່າ: ນີ້​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ຂອງ​ຈີນ​ໃນ​ການ​ຍຶດຖື​ແນວ​ຄວາມ​ຄິດ​ປະຊາ​ຄົມ​ຮ່ວມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ, ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ເພື່ອ​ຊຸກຍູ້​ໃຫ້​ວັກ​ຊີ​ນກັນ​ພະຍາດ​ໂຄ​ວິດ-19 ​ເປັນ​ຜະລິດ​ຕະພັນ​ສາທາລະນະ​ຂອງ​ໂລກ. ນອກ​ນີ້, ຈີນ​ຍັງ​ຈະ​​ໃຫ້​ບຸລິມະສິດສະໜອງ​ວັກ​ຊີ​ນດັ່ງກ່າວ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ​ເປັນ​ບຸລິມະສິດ​ດ້ວຍຫຼາຍຮູບ​ແບບ ລວມທັງ​ການ​ບໍລິຈາກ ​ແລະ ການ​ຊ່ວຍ​ເຫຼືອ​ລ້າ.