ຈີນ​ຈັດ​ພິ​ທີລະ​ນຶກ​ໃນ​ໂອ​ກາດ​ທີ່ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ເຮັດ​ພັນ​ທະ​​ສູ້​ຮົບ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີ

2020-10-23 16:45:58 |ມາຈາກ: CRI

ວັນ​ທີ 23 ຕຸ​ລານີ້, ​ພິ​ທີ​ລະ​ນຶກ​ໃນ​ໂອ​ກາດ​ທີ່ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ເຮັດ​ພັນ​ທະ​​ສູ້​ຮົບ​ຢູ່ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີ ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​​ປາ​ໄສ.

ເດືອນ​ມິ​ຖຸ​ນາ​ປີ 1950, ພາຍຫຼັງ​ເກີດ​ສົງ​ຄາມ​ກາງ​ເມືອງ​ເກົາຫຼີ​ແລ້ວ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ສົ່ງ​ກອງ​ທັບ​ເຂົ້າ​ແຊກ​ແຊງ, ແລະ​ກໍ​ສົງ​ຄາມ​ຮອບ​ດ້ານ​ຕໍ່​ສ​ປ​ປ​ເກົາ​ຫລີ. ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​​ສ​ປ​ປ​ເກົາ​ຫລີ, ໃນ​ເດືອນ​ຕຸ​ລາ​ປີ 1950, ຈີນ​ໄດ້​ສ້າງ​ຕັ້ງ​ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ ແລະ​ເຄື່ອນ​ທັບ​ໄປ​ສູ່​ແຫຼມເກົາ​ຫລີ​ເພື່ອ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ແລະ​ດຳ​ເນີນ​ສົງ​​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ຣິ​ກາ​.

ສົງ​​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ ໄດ້​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ຣິ​ກາ, ແລະ​​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.