ອັດ​ຕາ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ລາວ​ໄດ້ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ

2020-10-28 17:53:17 |ມາຈາກ: CRI

ແຫຼ່ງ​ຂ່າວ​ຈາກ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ງານ​ວ່າ: ຜົນ​ການ​ຄົ້ນ​ຄວ້າ​ຂອງ​ສຳ​ນັກ​ງານ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ແລະ ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ລາວ​​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປີ 2019, ອັດ​ຕາ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ລາວ​​ເຫຼືອພຽງ 18,3% ເຊິ່ງ​ໄດ້ຫຼຸດ​ລົງ 6,3% ເມື່ອ​ທຽບ​ໃສ່​ປີ 2013 ທີ່​ຍັງ​ຢູ່​ໃນ​ລະ​ດັບ 24,6%. ສາຍ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ອັດ​ຕາ​ຄວາມ​ທຸກ​ຍາກຫຼຸດ​ລົງ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ທີ່ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ ແລະ ຕຳ​ແໜ່ງ​ງານ​ພາຍ​ໃນ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ. ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອັດ​ຕາ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ລາວ​ໃນ​ປີ 2020 ຈະ​ເພີ່ມ​ຂຶ້ນ 1,4% ຫາ 3,1%.