ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ໂດຍ​ບໍ່​ຫວັ່ນ​ຕໍ່ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-10-28 17:56:33 |ມາຈາກ: CRI

ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ຊຽງ​ໄຮ້​ຈີນ​ແຕ່​ວັນ​ທີ 5 ຫາ 10 ພະ​ຈິກ​ໜ້າ​ນີ້ ເຊິ່ງ​ເປັນ​ງານ​ວາງ​ສະ​ແດງ​ສາ​ກົນຂະ​ໜາດ​ໃຫຍ່​ພຽງ​ໜຶ່ງ​ດຽວຂອງ​ໂລກ ທີ່​ໄດ້​ຈະ​ຈັດ​ຂຶ້ນ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້​.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້. ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ແລະ​ການ​ລົງ​ທຶນ​ອົ​ສ​ຕ​ຣາ​ລີ​ກ່າວ​ວ່າ: ປີ​ນີ້, ຈະ​ມີ​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ​ງານ ເຊິ່ງ​ຈະ​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ. ນອກ​ນີ້, ​ຍັງ​ມີວິ​ສາ​ຫະ​ກິດລະ​ດັບ​​ແຖວໜ້າ 500 ແຫ່ງ​ຂອງ​ໂລກ ແລະ ວິ​ສາ​ຫະ​ກິດ​ຫົວ​ຈັກຫຼັກ​ແຫຼ່ງ​ໃນ​ຂະ​ແໜງ​ການ​ຕ່າງໆ​ກໍ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ຈະ​ມີ​ຈຳ​ນວນ​ເທົ່າ​ກັບ 2 ຄັ້ງ​ທີ່​ຜ່ານ​ມາ. ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຈະ​ນຳ​ເອົາ​ຜະ​ລິດ​ຕະ​ພັນ​ໃໝ່, ເຕັກ​ນິກ​ໃໝ່ ແລະ ການ​ບໍ​ລິ​ການ​ໃໝ່​ມາ​ວາງ​ສະ​ແດງ​ເປັນ​ຄັ້​ງ​ທຳ​ອິດ​ຂອງ​ໂລກ ​ກໍ​ຄື​ຂອງ​ຈີນ.

ໃນ​ຖາ​ນະ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ຈີນ ທີ່​ເປີດ​ຕະຫຼາດ​ສູ່​ໂລກ​ຢ່າງ​ເປັນ​ເຈົ້າ​ການ, ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ ແລະ ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຂອງ​ໂລກ ໃນ​ການ​ບຸກ​ເບີກ​ຕະຫຼາດ​ຈີນ ເຊິ່ງ​ມີ​ບົດ​ບາດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ ໃນ​ດ້ານ​ຊຸກ​ຍູ້​ການ​ຈັດ​ຊື້​ສາ​ກົນ ແລະ ຊຸກ​ຍູ້​ການ​ລົງ​ທຶນ. ປີ​ນີ້, ງານ​ວາງ​ສະ​ແດງ​ຈະ​ມີ​ເນື້ອ​ທີ່​ວາງ​ສະ​ແດງກວ້າງ​​ຂວາງກວ່າ​ເກົ່າ ແລະ ​ມີ​ການ​ປະ​ສົມ​ປະ​ສານ​ກັບ​ຈຸດ​ເດັ່ນ​​ຂອງໂລກ ແລະ ​ທ່າ​ອຽງ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ ເຊິ່ງ​​ຈະ​ຈັດ​ໃຫ້​ມີ​ເຂດ​ວາງ​ສະ​ແດງ​ສາ​ທາ​ລະ​ນະ​ສຸກ​ແລະ​ປ້ອງ​ກັນ​ພະ​ຍາດ, ເຂດ​ວາງ​ສະ​ແດງ​ປະ​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ເຂດ​ວາງ​ສະ​ແດງ​ການ​ເດີນ​ທາງ​ແບບ​ອັດ​ສະ​ລິ​ຍະ, ຍັງ​ໄດ້​ຈັດ​ໃຫ້​ມີ​ຮູບ​​ແບບ “ການ​ເຊັນ​ສັນ​ຍາ​ທາງ​ອິນ​ເຕີ​ເນັດ”, “​ໃນ​ຂະ​ນະ​ທີ່​ດຶງ​ດູດ​ການ​ວາງ​ສະ​ແດງ​ກໍ​ໄດ້​ມີ​ການ​ຈັບ​ຄູ່​ທາງ​ທຸ​ລະ​ກິດ” ແລະ ອື່ນໆ​ເປັນ​ຄັ້ງ​ທຳ​ອິດ ເພື່ອ​​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສາ​ມາດ​ຕິ​ຕໍ່​ພົວ​ພັນກັບ​ວິ​ສາ​ຫະ​ກິດ​ຈັດ​ຊື້​​ໄດ້ໄວ​ກວ່າ​ເກົ່າ.

ຕະຫຼາດ​ຈີນ​ເປັນ​ໂອ​ກາດ​ຂອງ​ໂລກ, ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ໄດ້​ກາຍ​ເປັນ​ສັນ​ຍະ​ລັກ​ທີ່​​ຈະແຈ້ງ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ. ໂດຍ​ຜ່ານ​ຈາກ​ການ​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ດ້ານ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ​ການ​ບໍ​ລິ​ໂພກ, ງານ​ວາງ​ສະ​ແດງ​​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ຈະ​ສ້າງໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ.