ສຸມສາຍຕາເບິ່ງ|ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມ​ະ​ການ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ 19 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2020-10-28 17:57:14 |ມາຈາກ: CRI

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມ​ະ​ການ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ 19 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງໃນ​ຕອນ​ເຊົ້າ​ວັນ​ທີ 26 ຕຸ​ລາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຕາງ​ໜ້າ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະ​ຊຸມ ພ້ອມ​ທັງ​ໄດ້​ຊີ້​ແຈງ “ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ກຳ​ນົດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ແລະ ເປົ້າ​ໝາຍ​​ຂອງວິ​ໄສ​ທັດຮອດ​ປີ 2035” ຕໍ່​ກອງ​ປະ​ຊຸມ.