ໃນເວທີປະກວດນາງສາວລາວ ປະຈຳປີ2020ນີ້ມີ “ສາວນ້ອຍຢຸນນານ”

2020-10-29 15:56:54 |ມາຈາກ: Yunnan Gateway

ເຊຍຫມາຍເລກ23!

ເບີ23ຫນ້າຮັກຫຼາຍ!

ຫມາຍເລກ23 ແມ່ນຜູ້ຊະນະເລີດ!

ໃນຊ່ວງໄລຍະກາງເດືອນຕຸລາ ນີ້, ເວທີການປະກວດນາງງາມ “ນາງສາວລາວ” ປະຈໍາປີ 2020 ທີ່ປວງຊົນລາວທັງຫຼາຍໃຫ້ຄວາມສົນໃຈນັ້ນ ໄດ້ເປີດສາກຂຶ້ນແລ້ວ, ໃນເພຈ facebook MissLaos ນາງສາວລາວ, ມີຄົນຢຸນຫນານຈຳນວນຫຼາຍທີ່ຢູ່ລາວ ໄດ້ຮ່ວມເຊຍ ແລະໃຫ້ກຳລັງໃຈສາວລາວ ຈິນນີ່ ບຸນພະສອນ.

ລາວມີສາຍແນນຫຍັງຕິດພັນກັບຢຸນນານບໍ່? ພວກເຮົາລອງມາຟັງນຳກັນເບິ່ງ.

ສາຍແນນກ້ຽວພັນກັບຢຸນນານ

ຈິນນີ່ ແມ່ນສາວລາວແທ້ໆຄົນໜຶ່ງ, ແຕ່ວ່າການເວົ້າພາສາຈີນກາງລ່ຽນໄຫຼທີ່ເປັນມາດຕະຖານນັ້ນ ໄດ້ເຮັດໃຫ້ບັນດານັກຂ່າວແປກໃຈອີ່ຫຼີ. ຈິນນີ່ ກຳເນີດມາຈາກຄອບຄົວປັນຍາຊົນຄົນລາວຄອບຄົວໜຶ່ງ, ໄດ້ເລີ່ມຮຽນພາສາຈີນມາແຕ່ນ້ອຍ. ເນື່ອງຈາກວ່າພໍ່ຂອງລາວໄດ້ຖືກຊັບຊ້ອນໄປເຮັດວຽກຢູ່ຄຸນໝິງ, ໃນໄລຍະຮຽນຢູ່ມັດທະຍົມຕົ້ນ ລາວກໍໄດ້ມາຢຸນນານ. “ຂ້ອຍໄດ້ເຂົ້າຮຽນຢູ່ໂຮງຮຽນ ມັດທະຍົມ ຢຸນຕ້າຟູຈຸ່ງ ເປັນເວລາ 2 ປີ, ໃນເວລານັ້ນ ຂ້ອຍຢູ່ໃນໂຮງຮຽນກິນນອນ, ໃນທັງໝົດໂຮງຮຽນນັ້ນ ມີນັກຮຽນຕ່າງປະເທດພຽງແຕ່ 2 ຄົນ ລວມທັງຂ້ອຍ, ເພາະສະນັ້ນ ການກິນເຂົ້າ ຫຼືພັກຜ່ອນ ກໍລ້ວນແຕ່ຢູ່ຮ່ວມກັນກັບນັກສຶກສາຈີນນຳກັນ.”

ເມື່ອເວົ້າເຖິງຊີວິດໄວຮຽນຢູ່ໂຮງຮຽນມັດທະຍົມນັ້ນ, ຈິນນີ່ຮູ້ສຶກຄຶດຮອດຄຶດເຖິງຫຼາຍ. “ຄູອາຈານສອນບົດຮຽນດ້ວຍພາສາຈີນ, ຕໍ່ກັບຄົນທີ່ພວມເຂົ້າໄປໂຮງຮຽນນັ້ນໃໝ່ໆຄືຂ້ອຍນີ້, ນອກຈາກເລື່ອງພາສາແລ້ວ, ວິຊາຮຽນອື່ນໆລ້ວນແຕ່ພົບຄວາມຫຍຸ້ງຍາກທີ່ສຸດ. ໝູ່ເພື່ອນນັກຮຽນແຂວງຢຸນນານຂອງຂ້ອຍມີແຕ່ຜູ້ມີມິດໄມຕີອົບອຸ່ນ, ເມື່ອພວກຂະເຈົ້າກັບມາຮອດຫໍພັກ ກໍເອົາໃຈໃສ່ດ້ວຍຄວາມອົດທົນໃນການອະທິບາຍບົດຮຽນທີ່ຂ້ອຍຟັງບໍ່ເຂົ້າໃຈໃນມື້ນັ້ນ, ເພື່ອເຮັດໃຫ້ຂ້ອຍເຂົ້າໃຈງ່າຍຂຶ້ນ ຂະເຈົ້າຈະເວົ້າພາສາຊ້າໆລົງຕື່ມ.”

ໃນໄລຍະຮໍ່າຮຽນຢູ່ໂຮງຮຽນມັດທະຍົມ ຢຸນຕ້າຟູຈຸ່ງ ນັ້ນ, ເວລາສ່ວນຫຼາຍຂອງຈິນນີ່ ແມ່ນລ້ວນແຕ່ໃຊ້ເວລາຢູ່ຮ່ວມກັນກັບໝູ່ເພື່ອນນັກຮຽນຮ່ວມໂຮງຮຽນດຽວກັນ, ມີແຕ່ເວລາທ້າຍອາທິດ ຈຶ່ງກັບໄປຫາພໍ່ແມ່. ການໃຊ້ຊີວິດຮ່ວມກັນ ໂອ້ລົມກັນ ແລະມ່ວນຊື່ນນຳກັນ ເຮັດໃຫ້ລາວຍາກທີ່ຈະລືມໄດ້, ຍ້ອນໄດ້ຜ່ານປະສົບການຊີວິດຄືຈັ່ງຊີ້ ຈຶ່ງໄດ້ສ້າງໃຫ້ເປັນນິໃສທີ່ມີເອກະລັກສະເພາະຂອງຈິນນີ່ຂຶ້ນມາ.

ເພື່ອເປັນ “ນາງສາວລາວ” ທີ່ເຂົ້າໃຈພາສາຈີນດີທີ່ສຸດ

ພາຍຫຼັງຮຽນຈົບມັດທະຍົມຕົ້ນແລ້ວ, ຈິນນີ່ເດີນທາງກັບປະເທດລາວກັບພໍ່ແມ່, ສືບຕໍ່ຮຽນຈົບຊັ້ນມັດທະຍົມປາຍຢູ່ໂຮງຮຽນຈີນຫຼຽວໂຕວ. ຍ້ອນວ່າມັກຮັກວັດທະນະທຳຈີນ, ທັງມີພື້ນຖານທາງພາສາຈີນທີ່ດີ, ລາວໄດ້ສະໝັກຂໍທຶນການສຶກສາ ເພື່ອກັບຄືນໄປຮຽນຢູ່ຈີນ. ເທື່ອນີ້ ລາວໄດ້ເລືອກຮຽນວິຊາສະເພາະດ້ານການພົວພັນສາກົນຢູ່ໂຮງຮຽນມະຫາວິທະຍາໄລການພົວພັນສາກົນປັກກິ່ງ (ເປີຍຈິ່ງຕີ້ເອີຫວ້າຍ). ຫຼັງຈາກຮຽນຈົບປະລິນຍາຕີ, ຈິນນີ່ສືບຕໍ່ຮຽນປະລິນຍາໂທຂະແໜງທຸລະກິດສາກົນ. ສອງເທື່ອທີ່ເລືອກໂຮງຮຽນເພື່ອຮຽນນັ້ນ ຈິນນີ່ໄດ້ເລືອກດ້ວຍຕົນເອງ, ພໍ່ແມ່ກໍລ້ວນແຕ່ໃຫ້ການສະໜັບສະໜູນເຊັ່ນເຄີຍ.

ປີນີ້, ຍ້ອນວ່າມີຜົນກະທົບຈາກພະຍາດລະບາດ, ຈິນນີ່ ຈຶ່ງບໍ່ສາມາດຈະກັບໄປໂຮງຮຽນໄດ້ເທື່ອ, ຖືເອົາທີ່ພໍມີເວລາຫວ່າງແດ່ນີ້, ລາວຈຶ່ງຕັດສິນໃຈເຂົ້າຮ່ວມການປະກວດນາງງາມ “ນາງສາວລາວ” ທີ່ເປັນຄວາມຝັນຂອງຕົນເອງມາແຕ່ໃດ.

ໃນການຕາມຫາຄວາມຝັນເຊັ່ນນີ້ນັ້ນ, ກໍຍ້ອນວ່າ ແຕ່ໃດມາ ຈິນນີ່ແມ່ນມີຄວາມສົນໃຈຫຼາຍຕໍເລື່ອງການສະແດງສິນລະປະວັດທະນະທຳ. ໃນເວລາເປັນນັກສຶກສາ ແລະຮຽນຢູ່ມະຫາວິທະຍາໄລນັ້ນ ຈິນນີ່ໄດ້ເຂົ້າຮ່ວມສະມາຄົມນັກສຶກສາຕ່າງປະເທດ, ລາວມີຄວາມຊຳນານໃນລາຍການຕ່າງໆເຊັ່ນ ການຕີຂິມ ແລະຟ້ອນພື້ນເມືອງລາວ.

ການປະກວດນາງງາມ “ນາງສາວລາວ” ແມ່ນເວທີທີ່ສະແດງວັດທະນະທຳມູນເຊື້ອຂອງລາວເວທີໜຶ່ງ, ປີນີ້ ຍັງມີການທົດສອບຄວາມສາມາດດ້ານພາສາຕ່າງປະເທດນຳ, ຕ້ອງມີຄວາມຮູ້ແລະຄຸນສົມບັດທີ່ດີເລີດ, ຈຶ່ງຈະສາມາດຜ່ານການທົດສອບແຕ່ລະຂັ້ນ, ສຳລັບນ້ອງແລ້ວ ກໍແມ່ນຄວາມທ້າທາຍສິ່ງໜຶ່ງ” ນາງ ບຸນພະສອນ ໃຊ້ສຽງຫວານໆກ່າວຕໍ່ນັກຂ່າວ, ການໄດ້ພາສາຈີນດີ, ກໍແມ່ນໜຶ່ງໃນທີ່ມາຂອງຄວາມໝັ້ນໃຈ; “ຜູ້ເຂົ້າປະກວດຫຼາຍຄົນກໍເວົ້າພາສາຈີນໄດ້ຄືກັນ, ແຕ່ສ່ວນໂຕນ້ອງເອງກໍໄດ້ຕິດພັນກັບພາສາຈີນ ແລະປະເທດຈີນ ມາແຕ່ນ້ອຍ, ສະນັ້ນ ຈຶ່ງມີຄວາມໝັ້ນໃຈສົມຄວນ”

ນຸ່ງສີ້ນລາວຊຸດສີຂຽວ, ຮວຍຜົມດົກທີ່ງົດງາມ, ຮອຍຍິ້ມທີ່ອ່ອນຫວານ, ນີ້ແມ່ນຊຸດທີ່ຈິນນີ່ແຕ່ງໃນເວລາເຂົ້າຮ່ວມຮອບຄັດເລືອກ.

ນາງ ວິພາພອນ ເອື້ອຍຂອງ ບຸນພະສອນ ບອກກັບນັກຂ່າວວ່າ “ນ້ອງສາວເຂົ້າຮ່ວມແຂ່ງຂັນຄັ້ງນີ້, ຄອບຄົວຂອງພວກເຮົາທັງໝົດ ກໍລ້ວນແລ້ວແຕ່ຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍ, ຫວັງວ່າ ລາວຈະສາມາດຍາດໄດ້ຜົນສຳເລັດງົດງາມ. ”

ຈີນນີ່ວ່າ:“ອັນໃດທີ່ຕົນເອງມັກຮັກ ກໍຕ້ອງກ້າທີ່ຈະລອງສະແຫວງຫາເຮັດໃຫ້ໄດ້, ກໍຄືກັນກັບການປະກວດນາງງາມເທື່ອນີ້ ນີ້ລະ”