“ອາຈານຊູ , ມື້ອື່ນຂ້ອຍໄປໂຮງຮຽນຫາອາຈານ.” ຄືກັນກັບສິດເກົ່າຫຼາຍຄົນ, ທຸກຄັ້ງທີ່ກັບໄປອຸດົມໄຊ, ທ້າວ ລີໄຊ ລາວໂຫຼ ລ້ວນແຕ່ຕ້ອງໄດ້ກັບໄປຢາມໂຮງຮຽນເກົ່າ, ໄປຫາອາຈານຜູ້ມີບຸນຄຸນ, ອາຈານ ຊູຊຸນຫົງ(Xu Shunhong)
ຜູ້ອຳນວຍການໂຮງຮຽນເພື່ອລົມເລື່ອງລາວໃນອະດີດ.
“ຖ້າວ່າບໍ່ໄດ້ພົບກັບອາຈານ, ຂ້ອຍກໍບໍ່ມີມື້ນີ້.” ທ້າວ ລີໄຊ ລາວໂຫຼ ໃຊ້ຄຳວ່າ“ເດັກຂີ້ດື້ກັບໃຈ” ມາບັນລະຍາຍເຖິງຕົນເອງ. ລາວຜູ້ທີ່ຂີ້ດື້ມາຕັ້ງແຕ່ຍາມຍັງນ້ອຍ, ພາຍໃຕ້ເງື່ອນໄຂອັນເຂັ້ມງວດຂອງອາຈານຊູ, ໄດ້ເອົາຄວາມດື້ດັນນັ້ນມາໃຊ້ໃນການຮຽນ, ໂດຍອາໄສຜົນຄະແນນທີ່ໂດດເດັ່ນ, ຈຶ່ງມີໂອກາດໄດ້ຮັບທຶນຮຽນໄປຮຽນທີ່ປະເທດຈີນ, ລາວໃນປັດຈຸບັນກໍໄດ້ບັນລຸຄວາມຝັນການກໍ່ຕັ້ງທຸລະກິດຂອງຕົນທີ່ ນະຄອນຫຼວງວຽງຈັນ ປະເທດລາວ.
ເທິງໂຕເພິ່ນນຸ່ງຊຸດເຄື່ອງແບບຄູລາວ, ສີຜິວດຳແນ່, ຮ່າງກາຍສູງໃຫຍ່ມີກ້າມ, ພາຍໃນຈິດໃຈຂອງນັກຮຽນ, ອາຈານ ຊູຊຸນຫົງ ຄືດັ່ງຜູ້ອາວຸໂສທີ່ໜ້າເຄົາລົບນັບຖື, ທັງຍັງແມ່ນໝູ່ທີ່ສາມາດເປີດໃຈໃຫ້ໄດ້.
ມາສ້າງໂຮງຮຽນຢູ່ປະເທດລາວ
ອາຈານ ຊູຊຸນຫົງ ເກີດຢູ່ເມືອງພູເອີ ແຂວງຢຸນນານ, ໃນປີ 1998 ພາຍຫຼັງທີ່ຈົບການສຶກສາຈາກມະຫາວິທະຍາໄລສ້າງຄູຢຸນນານ, ລາວກັບບ້ານເກີດເພື່ອເຮັດວຽກດ້ານການສຶກສາ. ມີຄັ້ງໜຶ່ງ ທີ່ ອາຈານ ຊູຊຸນຫົງ ຖືກມອບໝາຍມາວຽກຢູ່ປະເທດລາວ, ໃນລະຫວ່າງທາງລາວໄດ້ພົບກັບຄົນເຊື້ອສາຍຈີນຈຳນວນຫຼາຍທີ່ມີສຳນຽງປາກເວົ້າແບບພູເອີ, ເນື່ອງຈາກວ່າເງື່ອນໄຂການສິດສອນໃນທ້ອງຖິ່ນມີຂໍ້ຈຳກັດ, ພວກເຂົາລ້ວນແຕ່ບໍ່ຮູ້ໂຕໜັງສື. “ຄົນຈີນຕ່າງດ້າວອາຍຸ 60 ປີ ດຶງມືຂ້ອຍ, ໃຫ້ຂ້ອຍສອນພວກເດັກນ້ອຍ.”ໃນຕອນນັ້ນທີ່ໄດ້ລົງເລິກຢູ່ພາກເໜືອຂອງປະເທດລາວ, ອາຈານ ຊູຊຸນຫົງ ຮູ້ສຶກສະເທືອນໃຈຫຼາຍ, ເພິ່ນໄດ້ຕັດສິນໃຈສ້າງຕັ້ງໂຮງຮຽນພາສາຈີນແຫ່ງໜຶ່ງຂຶ້ນມາ.
ໃນປີ 2005, ອາຈານ ຊູຊຸນຫົງ ໄດ້ພາພໍ່ ແລະ ເມຍທີ່ເປັນຄູຄືກັນ ມາແຂວງອຸດົມໄຊ ທີ່ພາກເໜືອຂອງປະເທດລາວ ກະກຽມການສ້າງຕັ້ງໂຮງຮຽນມິດຕະພາບ. ອາຈານ ຊູຊຸນຫົງ ເວົ້າວ່າ“ໃນຕອນທຳອິດກໍເຮັດຫ້ອງ ປ 1 ແລະ ປ 2 ແນວລະຫ້ອງ, ຮັບສະໝັກອາຈານຄົນລາວສອງຄົນ, ບວກກັບພວກເຮົາສາມຄົນທັງໝົດກໍເປັນ 5 ຄົນ, ຈາກນັກຮຽນຈຳນວນ 16 ຄົນ ຄ່ອຍໆເທື່ອລະກ້າວສ້າງຕັ້ງໂຮງຮຽນຂຶ້ນມາ.”
ໂຮງຮຽນມິດຕະພາບໃນປັດຈຸບັນນີ້ກໍບໍ່ແມ່ນຄືໃນແຕ່ກ່ອນແລ້ວ. ເຂດໃໝ່ຂອງໂຮງຮຽນກໍໄດ້ເລີ່ມເປີດຮຽນ, ເຊິ່ງໄດ້ກວມເອົາອະນຸບານ, ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ ແລະການສຶກສາວິຊາຊີບ, ສາມາດຮັບນັກຮຽນໄດ້ 2500 ຄົນ. ລານຢາງຫຼິ້ນບານບ້ວງ, ອາຄານຮຽນອະເນກປະສົງ, ຫ້ອງຄອມພິວເຕີ, ຕຶກຫໍພັກທີ່ມີຫ້ອງນ້ຳແຕ່ລະຫ້ອງ... ຈົນມີຮອດຄອບຄົວທີ່ຢູ່ໄກທາງສາລະວັນພາກໃຕ້ຂອງປະເທດລາວໄດ້ສົ່ງລູກມາຮຽນຢູ່ບ່ອນນີ້.
ການສຶກສາປ່ຽນແປງໂຊກຊະຕາ
ທຸກຄັ້ງທີ່ກັບມາໂຮງຮຽນ ທ້າວ ທັງສຸພາ ລາວທັງ ກໍນຶກເຖິງຄວາມຫຼັງ, ໂຮງຮຽນປ່ຽນແປງໄປຢ່າງຫຼວງຫຼາຍ. ລາວເປັນນັກຮຽນຊຸດທຳອິດຂອງໂຮງຮຽນມິດຕະພາບ. “ຕອນນັ້ນພວກເຮົາຮຽນວິຊາຂຽນທວາຍໃນຫ້ອງມຸງຫຼັງຄາຫຍ້າຄາ, ນອກຫ້ອງຝົນຕົກແຮງ, ໃນຫ້ອງກໍຝົນຕົກຄ່ອຍ, ເມັດຝົນຕົກເປາະໆໃສ່ເທິງປຶ້ມຂ້ອຍ, ຖືກໜ້ອຍໜຶ່ງກໍຊິຂາດແລ້ວ.”ທ້າວ ທັງສຸພາ ລາວທັງ ເວົ້າວ່າ, ໃນຕອນນັ້ນເຖິງວ່າເງື່ອນໄຂລຳບາກຫຼາຍ, ແຕ່ວ່ານັບແຕ່ອາຈານຈົນຮອດນັກຮຽນລ້ວນແຕ່ມີຈິດວິນຍານແຫ່ງຄວາມສູ້ຊົນບຸກບືນ. “ໃນຫ້ອງຮຽນ ອາຈານຊູ ຕັ້ງເງື່ອນໄຂທີ່ເຂັ້ມງວດຕໍ່ກັບພວກເຮົາ, ຕອນເລີກຮຽນກໍຄືກັນກັບໝູ່, ພາທຸກຄົນລຸກຂຶ້ນມາແລ່ນ ຫຼິ້ນບານບ້ວງຕອນ 5 ໂມງເຊົ້າ, ທັງນັດທຸກຄົນມາຮ່ວມກັນປູພື້ນໂຮງຮຽນ,ສ້ອມແປງໂຕະຕັ່ງກະດານດຳ, ບອກສອນພວກເຮົາຫຼັກການໃຊ້ຊີວິດການເຮັດວຽກ. ”
“ໄດ້ຊິມລົດຊາດຄວາມລຳບາກຂອງຊີວິດ, ລຳບາກພຽງໄລຍະດຽວ ບໍ່ໄດ້ຊິມລົດຊາດຄວາມລຳບາກຂອງຊີວິດ, ກໍລຳບາກໄປຊົ່ວຊີວິດ”. ຄຳເວົ້າ ແລະ ການກະທຳຂອງອາຈານ, ມີອິດທິພົນຢ່າງເລິກເຊິ່ງຕໍ່ ທ້າວ ທັງສຸພາ ລາວທັງ. ຈາກໂຮງຮຽນມິດຕະພາບ ໄປຈົນຮອດການຮຽນຕໍ່ເນື່ອງປະລິນຍາຕີແລະ ປະລິນຍາໂທທີ່ມະຫາວິທະຍາໄລສ້າງຄູຢຸນນານ, ລາວຍັງຄົງຈື່ຈຳຜົນໄດ້ຮັບທີ່ໂຮງຮຽນມິດຕະພາບສະເໝີມາ, ໃນສັບປະດາແລກປ່ຽນການສຶກສາອາຊຽນ-ຈີນ ປີ 2019, ລາວໄດ້ເຂົ້າຮ່ວມການແຂ່ງຂັນບັນຍາຍພາສາຈີນ ລາງວັນເຈົ້າຍິງສິລິນທອນ ຂອງຂົວພາສາຈີນ ທີ່ຈັດໂດຍມະຫາວິທະຍາໄລແພດສາດ ຈຸນຢີ້ເຊິ່ງ ເປັນການແຂ່ງຂັນສໍາລັບນັກສຶກສາປະເທດອາຊຽນທີ່ຮຽນຢູ່ປະເທດຈີນ” ແລະ ໄດ້ຮັບລາງວັນອັນດັບທີໜຶ່ງ.
ການເຮັດໂຮງຮຽນມາ 15 ປີ, ນັກຮຽນທີ່ຖືກໂຮງຮຽນມິດຕະພາບ ປ່ຽນແປງໂຊກຊະຕາຄືດັ່ງ ລີໄຊ ລາວໂຫຼ ແລະ ທັງສຸພາ ລາວທັງ ຍັງມີອີກຫຼາຍຄົນ, ນັກຮຽນຫຼາຍຄົນທີ່ພາຍຫຼັງຮຽນຈົບແລ້ວກໍໄດ້ເຂົ້າເຮັດວຽກກັບພາກລັດ, ຫຼື ມີບົດບາດອັນສຳຄັນໃນໂຄງການການຮ່ວມມືລາວ-ຈີນ.
“ຊີວິດໜຶ່ງຂອງຄົນເຮົາສັ້ນຫຼາຍ,ຊີວິດໜຶ່ງໄດ້ເຮັດສິ່ງທີ່ດີ, ສອນໜັງສືຝຶກຝົນຄົນ, ໄດ້ເຫັນຜົນສຳເລັດຂອງນັກຮຽນ ແມ່ນເລື່ອງທີ່ປະສົບຄວາມສຳເລັດທີ່ສຸດຂອງຂ້ອຍ.”ໃນອະນາຄົດ,ອາຈານ ຊູຊຸນຫົງ ຢາກທຸ່ມເທໃນໂຄງການສາທາລະນະປະໂຫຍດໃຫ້ຫຼາຍຍິ່ງຂຶ້ນ, ເຮັດໃຫ້ເດັກນ້ອຍລາວໄດ້ປ່ຽນແປງໂຊກຊະຕາຂອງຕົນ.