ການປະກວດອອກແບບສັນຍະລັກໂລໂກໂຮງໝໍພະຍາດຊະລາແຂວງຢຸນນານ ເປີດຕໍ່ສາທາລະນະ

2020-10-30 15:38:57 |ມາຈາກ: Yunnan Gateway

ວັນທີ 26 ຕຸລາ, ໂຮງໝໍພະຍາດຊະລາ (ຫຼືໂຮງໝໍໂຣກຊະລາ) ແຂວງຢຸນນານ ໄດ້ແຈ້ງຂ່າວຕໍ່ສາທາລະນະກ່ຽວກັບການເປີດກ້ວາງຮັບເອົາການອອກແບບສັນຍະລັກໂລໂກຂອງໂຮງໝໍ.

ການອອກແບບສັນຍະລັກໂລໂກໂຮງໝໍ ຕ້ອງປະກອບມີແນວຄວາມຄຶດດ້ານຄວາມແປກໃໝ່, ລຽບງ່າຍ ແລະ ສວຍງາມ, ແຝງຄວາມໝາຍເລິກເຊິ່ງ, ປະດິດສ້າງໃໝ່ເປັນເອກະລັກ, ສາມາດສະແດງຈຸດພິເສດທາງດ້ານມະນຸດສາດ ແລະ ລັກສະນະພິເສດທາງດ້ານວິຊາສະເພາະຂອງໂຮງໝໍພະຍາດຊະລາແຂວງຢຸນນານໄດ້ຢ່າງຈະແຈ້ງ, ມີຄວາມສະດວກງ່າຍທີ່ຈະເຮັດເປັນຮູບພາບໂລໂກໂຮງໝໍເພື່ອໂຄສະນາເຜີຍແຜ່ຕໍ່ພາຍນອກ ແລະ ດຳເນີນກິດຈະກຳທາງສັງຄົມ.

ສັນຍະລັກໂລໂກໂຮງໝໍ ຕ້ອງປະກອບມີໂຕແບບໜັງສືພາສາຈີນ“云南省老年病医院”(ໂຮງໝໍພະຍາດຊະລາແຂວງຢຸນນານ) ແລະ ໂຕແບບໜັງສືພາສາອັງກິດ “The Geriatrics Hospital of Yunnan Province”. ການອອກແບບສັນຍະລັກໂລໂກຄວນມີຄຳອະທິບາຍການອອກແບບ (ຈຳນວນຄຳບໍ່ຈຳກັດ), ຕົ້ນຕໍແມ່ນບັນລະຍາຍອົງປະກອບພື້ນຖານ, ແນວຄິດການອອກແບບ, ວິທີຄິດ, ຮູບແບບ ແລະ ຄວາມໝາຍ.

ການສົ່ງຕົ້ນສະບັບຂອງການສົ່ງເຂົ້າປະກວດຄັ້ງນີ້ ແມ່ນຈະດຳເນີນການເກັບກຳຮວບຮວມທາງອິນເຕີເນັດທັງໝົດ, ກ່ອນເວລາ 24:00ໂມງ ຂອງວັນທີ 20 ທັນວາ 2020 ຂໍໃຫ້ສົ່ງຕົ້ນສະບັບຮູບແບບເອເລັກໂຕຣນິກ, ຄຳອະທິບາຍການອອກແບບ ແລະ ເອກະສານອື່ນໆ ໄປທີ່ອີເມວ: ynslnbyy@163.com, ຫົວຂໍ້ອີເມວແມ່ນໃຊ້ເປັນເອກະພາບກັນຄື: “ ຮ່າງສົ່ງເຂົ້າປະກວດໂລໂກໂຮງໝໍພະຍາດຊະລາແຂວງຢຸນນານ + ຊື່ໜ່ວຍງານ(ຊື່ບຸກຄົນ)”, ໂດຍຜ່ານການຕິດຄັດເອກະສານ (Attachment) ອັບໂຫຼດຜົນງານການອອກແບບ (ຮູບແບບຟາຍ.jpg ຫຼື .psd), ຄຳອະທິບາຍການອອກແບບ(ຮູບແບບຟາຍ.doc),ພ້ອມທັງອັບໂຫຼດຟອມສະໝັກສົ່ງເຂົ້າປະກວດທີ່ໄດ້ຂຽນແລ້ວໆໄປນຳ ຟອມສະໝັກສົ່ງເຂົ້າປະກວດ ການອອກແບບໂລໂກໂຮງໝໍພະຍາດຊະລາແຂວງຢຸນນານ.

ສຸດທ້າຍ, ຈະມີການຄັດເລືອກເອົາໂລໂກໂຮງໝໍ ທີ່ຈະໄດ້ຮັບລາງວັນຊະນະເລີດ ມີໜຶ່ງລາງວັນ, ເງິນລາງວັນຂອງຜົນງານດັ່ງກ່າວ ແມ່ນ 30000 ຢວນ, ທັງໄດ້ຮັບຄັດເລືອກເປັນສັນຍະລັກໂລໂກໂຮງໝໍ, ລາງວັນອັນດັບສອງ ມີ 2 ລາງວັນ, ເງິນລາງວັນ ລາງວັນລະ 10000 ຢວນ, ລາງວັນອັນດັບສາມ ມີ 3 ລາງວັນ, ເງິນລາງວັນ ລາງວັນລະ 8000ຢວນ.