ການປ່ຽນແປງຂອງບ້ານຖ້ຳເທວະດາຊຽນເຣີນຕົ້ງ

2020-11-03 15:56:47 |ມາຈາກ: Yunnan Gateway

ບານຖໍ້າເທວະດາຊຽນເຣິນຕົ້ງ(Xianrendong Village)ຕັ້ງຢູຕາແສງຊວງລົງອີງ(Shuanglongying Town) ເມຶອງສິ່ວເປີຍ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງ ເວີນຊານແຂວງຢຸນນານ(Qiubei County, Wenshan Zhuang and
Miao Autonomous Prefecture, Yunnan Province),ເຊິ່ງອອມຂາງຕິດກັບພູຜາ ແລະ ແມນໍ້າ, ມີພູມສັນຖານແບບກາສເຕີ໊(karstlandform)ທີ່ເປັນເອກກະລັກ ແລະ ມີທິວທັດທຳມະຊາດທີ່ສວຍງາມ.

ແຕປີ 2012 ເປັນຕົ້ນມາ ການທອງທຽວຕາມບານຊົນນະບົດ ໄດຮັບການພັດທະນາໃນທຸກແຫງຂອງປະເທດຈີນ, ເຊິ່ງເຮັດໃຫປະຊາຊົນທອງຖິ່ນມີຄວາມຄິດຢາກຈະສາງເຮືອນພັກຊົນນະບົດຂຶ້ນມາ. ເນື່ອງຈາກຂາດແຄນແບບແຜນທີ່ມີລະບົບ
ເຮັດໃຫປະຊາຊົນສອມແປງປັບປຸງ ແລະ ຕເຕີມບານເຮືອນຢູສະເໝີ, ເຊິ່ງສາງຄວາມເສຍຫາຍດານພາບພົດຂອງບານສົ່ງຜົນກະທົບເຮັດໃຫເຮືອນພັກຊົນນະບົດຂາດຄວາມເປັນເອກະລັກ. ໃນໄລຍະປີດຽວກັນ ທາວ ຟານເສີງຢຽນ(Fan Cheng
yuan) ທີ່ເຮັດວຽກຢູຕາງເເຂວງໄດກັບຄືນສູບານເກີດຂອງຕົນ, ເຊິ່ງລາວໄດຖືກຄັດເລືອກເປັນຫົວໜາໜວຍຂອງບານ ແລະ ເປັນບຸກຄົນທຳອິດທີ່ນຳພາໃຫຮືື້ຖອນບານເຮືອນທີ່ເຮັດເອງຕາມໃຈ ເພື່ອສາງເປັນເຮືອນເເບບດັ່ງເດີມຂອງຊົນເຜົ່າຢີ(The Yi nationality) . ມາເຖິງປັດຈຸບັນ. ເຮືອນພັກພັກຊົນນະບົດຂອງບານຖ້ຳເທວະດາຊຽນເຣິນຕົ້ງ ທີ່ມີຮູບເເບບດຽວກັນ, ເຊິ່ງມີຄວາມເປັນເອກະລັກດານຊົນເຜົ່າ ເເລະ ສາມາດດຶງດູດນັກທອງທຽວຈໍານວນຫຼາຍເຂົ້າມາທຽວຊົມ.

ສາງເຮືອນພັກຊົນນະບົດໃຫກາຍເປັນແມສື່ວັດທະນະທໍາຂອງບານ

“ຂາພະເຈົ້າໃຫຄໍາໝັ້ນສັນຍາກັບປະຊາຊົນໃນບານວາ: ຈະເຮັດໃຫເຮືອນພັກຊົນນະບົດຂອງບານຖ້ຳເທວະດາຊຽນເຣິນຕົ້ງໄດຮັບການພັດທະນາ”, ເເລະ ນີ້ເປັນຄໍາໝັ້ນສັນຍາທີ່ ທາວຟານເສີງຢຽນ ໄດໃຫກັບປະຊາຊົນ ໃນເວລາຖືກຄັດເລືອກເປັນຫົວໜາໜວຍຂອງບານ.

ໜາວຽກທໍາອິດຂອງການຮັບຕໍາເເໜງ ນັ້ນກໍຄື: ທາວຟານເສີງຢຽນ ໄດນໍາພາຕົວແທນຂອງປະຊາຊົນໃນບານ ໄປທັດສະນະສຶກສາ ກຽວກັບເຮືອນພັກພັກຊົນນະບົດທີ່ເປັນເອກະລັກໃນເເຕລະເຂດຂອງປະເທດຈີນ, ຫຼັງຈາກທີ່ທັດສະນະສຶກສາ
ເເລວ ປະຊາຊົນໄດມີຄວາມຄິດເຫັນເປັນເອກະພາບກັນຄື: ເຮືອນພັກຊົນນະບົດທີ່ຈະເຮັດໃຫຄົນຢາກມາພັກນັ້ນ ຈະຕອງມີຮູບແບບເອກະລັກເປັນຂອງຕົນເອງ. “ເອກະລັກຂອງບານເຮົາ ເເມນຫຍັງ? ເເມນວັດທະນາທໍາເອກະລັກຂອງຄົນຊົນເຜົ່າຢີ
ຊານີ(ເຜົ່ານອຍເຜົ່າໜຶ່ງໃນຊົນເຜົ່າຢີ ທີ່ເປັນຊົນເຜົ່າສວນນອຍຂອງປະເທດຈີນ).

ສິ່ງທໍາອິດທີ່ ທາວ ຟານເສີງຢຽນ ໄດເຮັດ ກຄືການຮື້ຖອນເຮືອນຂອງຕົນ, ໄດຈາງນັກວິສະວະກອນກສາງທີ່ມີຄວາມຊໍານານໃນການກສາງເຮືອນພັກທີ່ເປັນເອກະລັກຂອງຄົນຊົນເຜົ່າຢຊານີ ດໍາເນີນການອອກເເບບ ເເລະ ສາງທີ່ເຮືອນຂຶ້ນໃໝ, ຫຼັງຈາກນັ້ນ ກໍໄປຢາມປະຊາຊົນເເຕລະເຮືອນ ເພື່ອຊັກຊວນໃຫຊາວບານປັບປຸງ ເເລະ ສາງເຮືອນໃໝ. ໃນປີ 2016, ບານຖໍ້າເທວະດາຊຽນເຣິນຕົ້ງໃນທີ່ສຸດໄດສໍາເລັດການປັບປຸງທັງໝົດ .

“ປັດຈຸບັນ ອາຄານບານເຮືອນໃນບານ ລວນແຕເເມນເປັນອາຄານສອງຊັ້ນ ເເລະ ກສາງເປັນອາຄານທີ່ມີເອກະລັກຂອງຊົນເຜົ່າ, ການຕົບເເຕງພາຍໃນ ເເມນປະສົມປະສານໄປດວຍເອກະລັກຂອງຊົນເຜົ່າຢີ ເເລະ ຄວາມຕອງການໃນຊີວິດປະຈໍາວັນຂອງຄົນໃນສະໄໝໃໝ.” ເຖິງວາຫອງພັກ ຈະມີຈໍານວນໜອຍເເຕຄຸນນະພາບຂອງຫອງພັກ ໄດຮັບການຍົກສູງຂຶ້ນ, ບວກກັບການເປີດເສັ້ນທາງລົດໄຟດວນຂອງເມືອງສີ່ວເປີຍ, ນັັກທອງທຽວໄປມາບຂາດສາຍ, ເຮັດໃຫບານຖໍ້າເທວະດາຊຽນເຣິນຕົ້ງ ກາຍເປັນບານທອງທຽວທີ່ມີຊື່ສຽງຕທັງໃກແລະ ໄກ, ປະຊາຊົນໄດອາໃສການດໍາເນີນທຸລະກິດດານການທອງທຽວ ແລະ ບໍລິການເຮືອນພັກຊົນນະບົດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ກາວໄປສູຄວາມຮັ່ງມີ.

ສາງບານຊົນນະບົດໃຫກາຍເປັນພິພິຕະພັນປະເພນີທີ່ມີຊີວິດຊີວາ

"ເຮືອນພັກຊົນນະບົດມີເເລວ, ຕໄປເເມນນຳເອົາວັດທະນະທໍາປະເພນີຊົນເຜົ່າສະເໜີຕນັກທອງທຽວ". ກອນທີ່ຈະເກີດ “ພະຍາດໂຄວິດ-19” ທາວ ຟານເສີງຢຽນ ໄດຕິດຕກັບທີມງານສິລະປະທີ່ຫຼາກຫຼາຍ ເເລະ ຫວັງວາຜານການຮວມມືດັ່ງກາວ ຈະສາມາດຊກຍູວັດທະນະທໍາດັ້ງເດີມຂອງຊາວຊົນເຜົ່າຢີຊານີ ໃຫໄດຮັບການພັດທະນາ, ສາງບົດເພັງບົດຟອນທີ່ເປັນຂອງຕົນເອງ ເພື່ອຂະຫຍາຍຖານະບົດບາດຂອງບານຖໍ້າເທວະດາຊຽນເລີນຕົ້ງ, ພອມກັນນັ້ນ ທາວ ຟານເສີງຢຽນ ເເລະ ປະຊາຊົນໃນບານໄດລະດົມກສາງ ບໍລິສັດ ວັດທະນະທໍາການທອງທຽວ ຂຶ້ນ, ນໍາເອົາຮູບເເບບການບໍລິຫານຄຸມຄອງທີ່ທັນສະໄໝເຂົ້າມາ ເພື່ອບໍລິຫານຄຸມຄອງເຮືອນພັກຊົນນະບົດໃນບານຢາງມີແບບແຜນຕື່ມກາວໜຶ່ງ.

 

ຫຼັງຈາກບານຖ້ຳເທວະດາຊຽນເຣິນຕົ້ງ ມີຊື່ສຽງຂຶ້ນມາເເລວ, ນັກລົງທຶນຈາກພາຍນອກ ກໍນັບມື້ນັບຫຼາຍຂຶ້ນ, ເເຕໃນຄວາມຄິດຂອງ ທາວ ຟານເສີງຢຽນນັ້ນ ເຫັນວາ “ມີພຽງເເຕພວກເຮົາຍຶດໝັ້ນຕວັດທະນະທໍາຂອງຕົນເອງ, ຈຶ່ງຈະສາມາດເດີນຕາມເສັ້ນທາງການທອງທຽວທີ່ມີການພັດທະນາແບບຍືນຍົງໄດ”.

ສາງບານຖໍ້າເທວະດາຊຽນເຣິນຕົ້ງ ໃຫກາຍເປັນພິພິຕະພັນປະເພນີທີ່ມີຊີວິດຊີວານີ້ ເເມນຄວາມຕັ້ງໃຈທໍາອິດຂອງ ທາວ ຟານເສີງຢຽນ ເເລະ ນີ້ກໍເປັນທິດທາງການທອງທຽວບານຊົນນະບົດ ທີ່ລາວໄດພັດທະນາມາຫຼາຍປີ. “ຂາພະເຈົ້າຢາກໃຫນັກທອງທຽວ ພຽງແຕເຂົ້າມາພັກຢູໃນບານນີ້, ກໍຈະສາມາດເຫັນເດັກນອຍພວມຫຼິ້ນຢູ, ຜູຍິງແມເຮືອນພວມເເຕງກິນຢູ ເເລະ ຜູຊາຍທີ່ເປັນຜົວພວມຕອນຮັບເເຂກຢູ, ເຊິ່ງສໍາຜັດເຖິງການດໍາລົງຊີວິດແບບກິນແຊບນຸງງາມທີ່ເປັນຈິງຂອງະຊາຊົນໃນບານນີ້”.