ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຂັ້ນສູນກາງ

2020-11-03 18:19:09 |ມາຈາກ: CRI

ວັນ​ທີ 2 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການລົງ​ເລິກ​ການ​ປະ​ຕິ​ຮູບ​​ຂັ້ນສູນ​ກາງ​.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 14, ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ການ​ປະ​ຕິ​ຮູບ​ຂອງ​ຈີນກໍ​​ຈະ​​ເຂົ້າ​ສູ່​ໄລ​ຍະ​ທີ່​ສຳ​ຄັນ. ຕ້ອງ​ເນັ້ນ​ໜັກ​ການ​ແກ້​ໄຂ​ບັນ​ຫາ​ທີ່​ພົ້ນ​ເດັ່ນ, ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ສາ​ມາດ​ຕອບ​ສະ​ໜອງ​​ກັບຄວາມ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ, ຄວາມ​ມຸ່ງ​ຫວັງ​ຂອງ​ຂັ້ນ​ຮາກ​​ຖານ ແລະ​ຄວາມ​ປາ​ຖ​ະ​ໜາ​ຂອງ​ປະ​ຊາ​ຊົນ. ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ​ການ​ພັດ​ທະ​ນາໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້​ຢ່າງ​ກົມ​ກຽວ ແລະ​ມີ​ການ​ພົວ​ພັນ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.

ກອງ​ປະ​ຊຸມ​ຊີ້​ອອກວ່າ, ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​, ​ການ​ປະ​ດິດ​ສ້າງ​ໃໝ່, ​ການ​ຄຸ້ມ​ຄອງ, ​ສ້າງ​ບົດ​ບາດ ແລະ​ຄວາມ​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ສ່ຽງ​ໃຫ້​ກັບ​ເສ​ດ​ຖະ​ກິດ​ແຫ່ງ​ຊາດ. ​ຕ້ອງ​ພະ​ຍາ​ຍາມ​ສ້າງ​ຕະຫຼາດ​ທີ່​ມີ​ລະ​ບົບ​ໄດ້​ມາດ​ຕະ​ຖານ, ເປີດ​ປະ​ຕູ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ມີ​ການ​ແຂ່ງ​ຂັນ​ຢ່າງ​ເຕັມ​ສ່ວນ ແລະ​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ ເພື່ອ​ເປັນ​ການ​ຄ້ຳ​ປະ​ກັນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ໂຄງ​ປະ​ກອບ​ການ​ພັດ​ທະ​ນາ​ໃໝ່.