ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ໄດ້ຈັດຂຶ້ນຢູ່ຄຸນໝິງ

2020-11-04 17:40:29 |ມາຈາກ: Yunnan Gateway

ວັນທີ 31 ຕຸລາເຖິງວັນທີ 2 ພະຈິກ, ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ໄດ້ຈັດຂຶ້ນຢູ່ຄຸນໝິງ. ໃນໄລຍະສັບປະດາຮູບເງົາ, ຮູບເງົາ 21 ເລື່ອງຈາກປະເທດແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງທີ່ດີເດັ່ນຈະຖືກສາຍໂດຍບໍ່ເສຍຄ່າໃນໂຮງຮູບເງົາ 3 ແຫ່ງໃນເມືອງຄຸນໝິງ, ປະເທດລາວຈະນຳສະເໜີຮູບເງົາດີເດັ່ນ2 ເລື່ອງກໍຄື "ດວງຈຳປາ" ແລະ "ໄຂ່ຂວັນ...ມື້ຮັກໝົດໃຈ".

ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງມີຈຸດປະສົງເພື່ອການແລກປ່ຽນສາກົນໃນດ້ານຮູບເງົາ, ການສາຍຮູບເງົາ,ການຮ່ວມມືໂຄງການ ແລະ ອື່ນໆ,ສົ່ງເສີມການເຊື່ອມໂຍງດ້ານວັດທະນະທຳລະຫວ່າງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສະແດງໃຫ້ເຫັນລັກສະນະຮ່ວມກັນ ດ້ານວັດທະນະທຳລະຫວ່າງແຂວງຢຸນນານ ກັບ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ແລະ ຮ່ວມກັນສ້າງສະເໜ່ວັດທະນະທຳຮູບເງົາທີ່ເປັນເອກະລັກສະເພາະຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.