ເລີ່ມກິດຈະກຳຄັດເລືອກ "ຄອບຄົວທີ່ມີສຸຂະພາບເຂັ້ມແຂງທີ່ສຸດ" ຄັ້ງທຳອິດໃນແຂວງຢຸນນານ

2020-11-04 17:48:25 |ມາຈາກ: Yunnan Gateway

ເມື່ອບໍ່ດົນມານີ້, ການໂຄສະນາເຜີຍແຜ່ສຸຂະພາບຄອບຄົວຂະໜາດໃຫຍ່ຢູ່ແຂວງຢຸນນານໃນປີ 2020 ແລະ ກິດຈະກຳຄັດເລືອກ "ຄອບຄົວທີ່ມີສຸຂະພາບເຂັ້ມແຂງທີ່ສຸດ" ຄັ້ງທຳອິດໃນແຂວງຢຸນນານ ໄດ້ເປີດຂຶ້ນຢູ່ເມືອງຄຸນໝິງ. ກິດຈະກຳນີ້ແມ່ນລາຍການເຄື່ອນໄຫວທາງດ້ານການ ສຶກສາເຜີຍແຜ່ສຸຂະພາບຄອບຄົວທາງອິນເຕີເນັດ ແລະ ທາງຕົວຈິງແບບຂະໜາດໃຫຍ່ເປັນຄັ້ງທຳອິດໃນແຂວງຢຸນນານ.

ພາຍໃນອະນາຄົດ ໜຶ່ງປີ, ກິດຈະກຳຈະປິ່ນອ້ອມຫົວຂໍ້ "ບໍລິການຟຶ້ນຟູຊົນນະບົດ ແລະ ສົ່ງເສີມສຸຂະພາບຄອບຄົວ" ແລະ ເປີດໂຄສະນາກິດຈະກຳຫຼາຍຮູບແບບ ເຊັ່ນ "ຫ້ອງຮຽນທີ່ມີສຸຂະພາບດີ, ວີດີໂອທີ່ມີສີສັນ, ບົດຄວາມທີ່ມີຄຸນນະພາບສູງ, ຮູບພາບທີ່ອົບອຸ່ນ ແລະ ຄອບຄົວທີ່ມີສຸຂະພາບແຂງແຮງ".