ສະ​ພາບ​ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ຂັດ​ຂວາງ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ

2020-11-04 17:56:47 |ມາຈາກ: CRI

ຕາມ​ຂ່າວCRI:ໃນ​ກອງ​ປະ​ຊຸມ​ຂ່າວ​ເປັນ​ປະ​ຈຳ​ທີ່​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ຫວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ພິ​ຈາ​ລະ​ນາອະ​ນາ​ຄົດ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນວ່າ: ສະ​ພາບ​ພະ​ຍາດ​ບໍ່​ໄດ້​ຂັດ​ຂວາງ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຍິ່ງແໜ້ນ​ແຟ້ນ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ​ທ່າມ​ກາງສະ​ພາບ​ການທີ່​ຫຍຸ້ງ​ຍາກ. ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ສ້າງ “ຊ່ອງ​ທາງ​ດ່ວນ​ໄວ”ດ້ານ​ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ບຸກ​ຄະ​ລາ​ກອນ​ແລະ “ຊ່ອງ​ທາງ​ສີ​ຂຽວ”ດ້ານ​ການ​ຈໍ​ລະ​ຈອນສິນ​ຄ້າແລະ​ອຸ​ປະ​ກອນ, ທັງ​ໄດ້ເລັ່ງ​ລັດ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ, ເລັ່ງ​ລັດ​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ໝັ້ນ​ທ່ຽງ​ດ້ວຍ​ຄຸ​ນ​ນະ​ພາບ​ສູງ.

ທ່ານ​ຫວ່າງ​ເວີນ​ປີ່ນ​ກ່າວ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ມີ​ທວ່ງ​ທ່າ​ເພີ່ມ​ຂຶ້ນ​ສວນ​ກັບ​ກະ​ແສ, ໃນ 3 ໄຕ​ມາດ​ຂອງ​ປີ​ນີ້ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ 481 ຕື້ 8 ຮ້ອຍ​ລ້ານ​ໂດ​ລາ, ໄດ້​ກວມ 1 ສ່ວນ 7 ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ. ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນເຖິງ 10 ຕື້ 7 ຮ້ອຍ​ລ້ານ​ໂດ​ລາ, ໄດ້​ເພີ່ມ​ຂຶ້ນ 76,6% ເມື່ອທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາ​ມ​​ເຂັ້ມ​ແຂງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​​ໃຫຍ່ຫຼວງ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.