ວັນທີ 3 ພະຈິກນີ້, “ຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັບແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14 ແລະເປົ້າໝາຍໄລຍະຍາວຮອດປີ 2035”ໄດ້ເປີດເຜີຍຢ່າງເປັນທາງການ.
ຕາມຂໍ້ສະເໜີສະບັບນີ້, ເມື່ອຮອດປີ 2035, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນຂອງຈີນຈະບັນລຸລະດັບປານກາງຂອງປະເທດທີ່ພັດທະນາແລ້ວ, ກຸ່ມຄົນທີ່ມີລາຍໄດ້ປານກາງຈະເພີ່ມຂຶ້ນຢ່າງຫຼວງຫຼາຍ, ຄວາມແຕກໂຕນກັນດ້ານການພັດທະນາ ແລະລະດັບຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຕົວເມືອງກັບຊົນນະບົດຈະຫຼຸດລົງຢ່າງຈະແຈ້ງ. ພ້ອມກັນນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນຈະໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ, ການພັດທະນາຂອງຄົນຢ່າງຮອບດ້ານ ແລະການສ້າງຄວາມຮັ່ງມີຮ່ວມກັນຂອງປະຊາຊົນ ໃຫ້ໄດ້ຮັບຄວາມຄືບໜ້າຕົວຈິງ.
ບ່ອນທີ່ໜ້າສົນໃຈກໍຄື, ໃນໜວດກ່ຽວກັບ “ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງລະດັບການພັດທະນາຂອງສັງຄົມ”ໃນຂໍ້ສະເໜີສະບັບດັ່ງກ່າວ, ໄດ້ເນັ້ນໜັກວ່າ:ຕ້ອງ“ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຢ່າງຈິງຈັງ”, ພ້ອມທັງໄດ້ວາງມາດຕະການຕ່າງໆໂດຍປິ່ນອ້ອມ“ການຍົກສູງລະດັບລາຍຮັບຂອງປະຊາຊົນ”.