ການປ່ຽນແປງຂອງ ຊົນເຜົ່າລາກູ 17 ຄອບຄົວ

2020-11-05 16:30:01 |ມາຈາກ: Yunnan Gateway

ບ້ານມ້ານປານສາມຕູຍ ທີ່ຕັ້ງຢູ່ຕາແສງປູລາງຊານ ເມືອງເມິງຫາຍ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ, ແມ່ນບ້ານນ້ອຍໜຶ່ງທີ່ມີພຽງແຕ່ ຊົນເຜົ່າລາກູ 17 ຄອບຄົວໃຊ້ຊີວິດຢູ່ນີ້.

ໃນແຕ່ກ່ອນຊາວບ້ານທີ່ດຳລົງຊີວິດຢູ່ທີ່ນີ້ຂາດເຂີນພື້ນຖານດ້ານວັດຖຸ. ໃນຊຸມປີມໍ່ໆມານີ້, ຊີວິດຂອງຊາວບ້ານໄດ້ຮັບການປ່ຽນແປງຢ່າງໃຫຍ່ຫຼວງ.

ແຕ່ກ່ອນ, ບ້ານມ້ານປານສາມຕູຍ ໄດ້ຖືກເຊື່ອງໄວ້ໃນປ່າ, ເກືອບວ່າບໍ່ມີໃຜເຂົ້າໃຈໜັງສື, ແລະ ບໍ່ມີໃຜສາມາດບອກອາຍຸຂອງຕົນເອງ. ຊາວບ້ານບໍ່ມີຜ້າຫົ່ມ, ພວກເຂົານອນຢູ່ຂ້າງເຕົາໄຟໃນຕອນກາງຄືນ, ແລະ ເຖິງແມ່ນວ່າພວກເຂົາຈະເຈັບປ່ວຍກໍ່ບໍ່ໄປໂຮງໝໍ.

ດຽວນີ້ຫລັງຈາກຍົກຍ້າຍເຮືອນ 2 ຄັ້ງ, ບ້ານນີ້ບໍ່ພຽງແຕ່ມີນໍ້າສະອາດ, ມີໄຟຟ້າ ແລະ ມີເສັ້ນທາງ. ເກືອບທຸກໆຄົວເຮືອນມີລົດຈັກ ແລະ ພວກເຂົາກໍ່ມີເຟີນີເຈີ ກັບ ເຄື່ອງໃຊ້ໃນຊີວິດປະຈຳວັນເຊັ່ນ ຜ້າຫົ່ມ, ຜ້າປູຕຽງ, ເສື່ອນອນ ແລະ ອື່ນໆ. ຊາວບ້ານກໍ່ໄດ້ມີໃບຢັ້ງຢືນການເກີດ, ບັດປະຈຳຕົວ ແລະ ບັດປະກັນໄພການແພດ, ເມື່ອເຈັບປ່ວຍ ພວກເຂົາກໍຈະໄປໂຮງໝໍເພື່ອຮັບການປິ່ນປົວໂດຍດ່ວນ.

ນອກຈາກນັ້ນຊີວິດປະຈຳວັນ, ອາຊີບຂອງຊາວບ້ານກໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງ.

ທ່ານນາງ ນ້າສີ ນາຍພານຂອງບ້ານນີ້, ລາວມີອາຍຸ 31 ປີໃນປີນີ້. ເມື່ອນາງມີອາຍຸໄດ້ 13 ປີ, ນາງໄດ້ໄປລ່າສັດຢູ່ໃນພູຜາປ່າດົງ, ສັດທີ່ລ່າທີ່ມີຄວາມຍາວກາຍ 20 ແມັດ,ພໍວ່ານາງຍິງປືນມັນກໍ່ຕາຍໄດ້, ປັດຈຸບັນນີ້,ວຽກຂອງນາງ ນ້າສີ ແມ່ນການປູກ ແລະ ຂາຍຊາ, ແລະ ນາງຢາກແນະນຳຊາຈາກບ້ານເກີດຂອງນາງໃຫ້ ຜູ້ຄົນໄດ້ຮູ້ຈັກຫຼາຍຂຶ້ນ.

ທ່ານ ຈາເຜີຍ ແມ່ນຊາວບ້ານ, ເມື່ອລາວອາຍຸເຈັດ ຫຼື ແປດປີ ຍັງບໍ່ເຄີຍໄດ້ເຫັນຮອດລົດ. ຕອນນີ້ລາວມີອາຍຸ 22 ປີ, ລາວກຳລັງວາງແຜນທີ່ຈະຮຽນຂັບລົດ ແລະ ຊື້ລົດຂອງຕົນເອງ.

ປັດຈຸບັນນີ້, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວບ້ານໃນບ້ານມ້ານປານສາມຕູຍໄດ້ເພີ່ມຂື້ນຈາກ 2,380 ຢວນໃນປີ 2015 ມາເປັນ 8,826 ຢວນໃນປີ 2019, ການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວບ້ານໄດ້ຮັບການປັບປຸງດີຂຶ້ນ.

ຮອດປີ 2018, ປະຊາຊົນໃນບ້ານທັງໝົດຈຳນວນ 64 ຄົນ ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ.

ຂ່າວ ທານຈີງຊວນ
ຂ່າວ ຜູ້ເມຍລີນ ເຈີນຫາຍຢານ ດາຍເຈີນຫົວ ຈ້າວຢູທອງ
ຖ່າຍຮູບ ເຊີນຝືຍ ຖູຈ້ຽນປິ່ນ