ບົດປາໄສຂອງທ່ານສີຈິ້ນຜີງ ກ່າວໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 3

2020-11-05 17:31:41 |ມາຈາກ: CRI

ບົດປາໄສຂອງທ່ານສີຈິ້ນຜີງ

ກ່າວໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 3

(ວັນທີ 4 ພະຈິກປີ 2020)

ຮຽນປະມຸກລັດ ແລະ ຫົວ​ໜ້າລັດຖະບານຂອງບັນດາປະເທດທີ່ນັບຖື,

ຮຽນຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ ບັນດາທ່ານທີ່ນັບຖື,

ຮຽນຫົວໜ້າຄະນະຜູ້ແທນປະເທດຕ່າງໆທີ່ນັບຖື,

ຮຽນ ບັນດາທ່ານແຂກຜູ້ມີກຽດ,

ຮຽນທ່ານຍິງ, ທ່ານຊາຍແລະເພື່ອນມິດທັງຫຼາຍ:

ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ງານວາງສະແດງສິນຄ້ານຳ ເຂົ້າສາກົນຈີນຄັ້ງທີ 3 ໄດ້ໄຂຂຶ້ນແລ້ວ! ກ່ອນອື່ນ, ຂ້າພະເຈົ້າຂໍຕາງໜ້າລັດຖະ ບານແລະປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ຂໍສະແດງຄວາມ ຍິນດີຕ້ອນຮັບບັນດາທ່ານຜູ້ມີກຽດ ຢ່າງສຸດໃຈ! ຂໍສະແດງຄວາມຢື້ຢາມຖາມຂ່າວ ທີ່ຈິງໃຈຕໍ່ເພື່ອມິດທັງເກົ່າ ແລະ ໃໝ່ທຸກໆທ່ານ!

ງານວາງສະແດງຄັ້ງນີ້ໄດ້ຈັດຂຶ້ນໃນໄລຍະພິເສດ. ສະພາບພະຍາດໂຄວິດ-19 ທີ່ ເກີດຂຶ້ນຢ່າງກະທັນຫັນ ໄດ້ສ້າງຜົນກະທົບທີ່ໜັກໜ່ວງໃຫ້ແກ່ປະເທດຕ່າງໆ ທັງໄດ້ສ້າງຜົນກະທົບທີ່ຮ້າຍແຮງໃຫ້ກັບເສດຖະກິດໂລກ. ຈີນໄດ້ຈັດງານມະໂຫ ລານດ້ານການຄ້າທົ່ວໂລກ​ຄັ້ງ​ນີ້ຕາມເວລາກຳນົດ ພາຍໃຕ້ເງື່ອນໄຂທີ່ຮັບປະກັນຄວາມປອດໄພໃນການປ້ອງກັນພະຍາດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງ ທີ່ຈິງໃຈຂອງຈີນ ທີ່ຢາກແບ່ງປັນໂອກາດທາງຕະຫຼາດໃຫ້ກັບທົ່ວໂລກ ແລະຊຸກຍູ້ໃຫ້ເສດຖະກິດໂລກຟື້ນຄືນໃໝ່.

ຜ່ານການພັດທະນາເປັນເວລາ 3 ປີ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ ເຮັດໃຫ້ເຄື່ອງວາງສະແດງກາຍເປັນສິນຄ້າ, ເຮັດໃຫ້ນັກທຸລະກິດທີ່ມາຮ່ວມງານ ກາຍເປັນນັກລົງທຶນ, ເຮັດໃຫ້ຫົວຄິດປະດິດສ້າງແລະແນວຄວາມຄິດສາມາດແລກປ່ຽນກັນໄດ້, ເຮັດໃຫ້ຈີນເຊື່ອນຈອດກັບໂລກ,ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນໄດ້ກາຍເປັນ 4 ເວທີໃຫຍ່ໃຫ້ແກ່ ການຈັດຊື້ສິນຄ້າສາກົນ, ການຊຸກຍູ້ການລົງທຶນ, ການແລກປ່ຽນວັດທະນະທຳ, ການເປີດກວ້າງແລະການຮ່ວມມື, ກາຍເປັນຜະລິດຕະພັນສາທາລະນະທີ່ ທົ່ວໂລກຊົມໃຊ້ຮ່ວມກັນ.

ງານວາງສະແດງຄັ້ງນີ້, ມີວິສາຫະກິດປະເທດຕ່າງໆໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເນື້ອທີ່ວາງສະແດງໄດ້ຂະຫຍາຍກວ້າງອອກອີກ 30,000 ຕາແມັດ. ​ສະ​ເພາະແຕ່ໃນ ເຂດວາງສະແດງກ່ຽວກັບດ້ານສາທາລະນະສຸກ​ແລະການປ້ອງກັນພະຍາດທີ່ສ້າງຕັ້ງຂື້ນໃໝ່ນັ້ນ, ກໍມີວະສາຫະກິດ​ຫົວ​ຈັກຫຼັກ​ແຫຼ່ງ ແລະ ສຸດຍອດ 500 ແຫ່ງຂອງໂລກເຂົ້າຮ່ວມ. ງານວາງສະແດງຄັ້ງນີ້ໄດ້ຈັດຂຶ້ນໃນຮູບແບບຜ່ານທາງອອນລາຍ ແລະ ອອຟລາຍ, ວຽກງານທຸກດ້ານກໍໄດ້ກະກຽມຢ່າງລະອຽດຮອບຄອບ, ເຊື່ອວ່າການຈັດງານຄັ້ງນີ້ຈະປອດໄພ, ມີຊີວິດຊີວາ ແລະມີປະສິດທິຜົນທີ່ອຸດົມສົມບູນແນ່ນອນ.

ທ່ານຍິງ, ທ່ານຊາຍແລະເພື່ອນມິດທັງຫຼາຍ! ເຖິງວ່າໄດ້ຮັບຜົນກະທົບຈາກສະພາບ ການແຜ່ລະບາດຂອງພະຍາດກໍຕາມ, ປີນີ້ ຈີນໄດ້ເລັ່ງລັດບາດກ້າວໃນການເປີດກວ້າງການເປີດປະຕູສູ່ພາຍນອກ. ມາດຕະການຕ່າງໆກ່ຽວກັບການເປີດກວ້າງການເປີດປະຕູສູ່ພາຍນອກ ທີ່ຂ້າພະເຈົ້າໄດ້ປະກາດໃນງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນຄັ້ງທີ 2 ໄດ້ຈັດຕັ້ງປະຕິບັດຢ່າງຮອບດ້ານແລ້ວ. ຈີນສືບຕໍ່ເປີດ ກວ້າງການນຳເຂົ້າສິນຄ້າ, ໃນ 1 ປີມານີ້, ຈັງຫວະການເຕີບໂຕຂອງມູນຄ່ານຳເຂົ້າ ສິນຄ້າແລະການບໍລິການຂອງຈີນສູງກວ່າລະດັບສະເລ່ຍຂອງໂລກຢ່າງພົ້ນເດັ່ນ. ບັນຊີດ້ານລົບສຳລັບນັກລົງທຶນຕ່າງປະທດໃນທົ່ວປະເທດຈີນໄດ້ຫລຸດລົງຈາກ 40 ມາດຕາຍັງເຫຼືອ 33 ມາດຕາ, ເຂດທົດລອງການຄ້າເສລີໄດ້ເພີ່ມຂື້ນ ຈາກ 18 ແຫ່ງເປັນ 21 ແຫ່ງ, ແຜນການສ້າງທ່າກຳປັ່ນການຄ້າເສລີໄຫຫຼຳ ແລະແຜນປະຕິບັດງານກ່ຽວກັບການເປີດກວ້າງ​ການປະຕິຮູບແລະເປີດປະຕູສູ່ພາຍນອກຕື່ມອີກຢູ່ນະຄອນເສີ່ນເຈີ້ນໄດ້ປະກາດແລະປະຕິບັດຕົວຈິງ, ມາດຕະການຕ່າງໆ ເຊັ່ນ:​ ເຈ​ລະ​ຈາ​ແລະ​ເຊັນສັນຍາການຄ້າເສລີທີ່ມີມາດຕະຖານສູງ, ການສ້າງເຂດສາທິດເພື່ອຊຸກຍູ້ການປະດິດສ້າງໃໝ່ດ້ານການຄ້າການນຳເຂົ້າ, ການປົກປ້ອງຊັບສິນທາງປັນຍາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ​ດ້ວຍ​ຄຸນ​ນະ​ພາບ​ສູງແລະອື່ນໆໄດ້ຮັບຄວາມຄືບໜ້າທີ່ຕັ້ງໜ້າ.

ທ່ານຍິງ, ທ່ານຊາຍແລະເພື່ອນມິດທັງຫຼາຍ!

ການແຜ່ລະບາດ ຂອງພະຍາດໂຄວິດ-19​ຢ່າງ​ຂະ​ໜາດ​ໃຫຍ່ໄດ້ເຮັດໃຫ້ເສດຖະກິດໂລກມີຄວາມບໍ່ໝັ້ນ​ທ່ຽງແລະຄວາມບໍ່ແນ່ນອນເພີ່ມຂຶ້ນ. ເບິ່ງຕາມປະຫວັດສາດ​ແລ້ວ​ເຫັນ​ວ່າ, ບໍ່ວ່າ​ຈະເກີດມີຄວາມສ່ຽງ, ໄພພິບັດແລະ​ອຸ​ປະ​ສັກແນວໃດກໍຕາມ, ສັງຄົມມະນຸດ​ກໍ​ຈະ​ຕ້ອງ​​ຂະ​ຫຍາຍ​ຕົວກ້າວ​ໄປໜ້າແລະ​ຈະສາມາດ​ສືບ​ຕໍ່ກ້າວ​ໄປໜ້າຢ່າງແນ່ນອນ.

ທ່າອ່ຽງ​ລວມ​ແຫ່ງການເປີດປະຕູສູ່ພາຍນອກແລະການຮ່ວມມືຂອງບັນດາປະເທດບໍ່ມີການປ່ຽນແປງ. ພວກເຮົາ​ຄວນ​ເກາະ​ແຂນກັນ, ​ຮ່ວມ​ກັນຮັບມືກັບຄວາມສ່ຽງແລະສິ່ງທ້າທາຍ, ເພີ່ມທະວີການຮ່ວມມືແລະການແລກປ່ຽນ​ກັນ, ເປີດກວ້າງການເປີດປະຕູສູ່ພາຍນອກຮ່ວມກັນ.

ພວກເຮົາຄວນ​ສຸມໃສ່ການຊຸກຍູ້ການເປີດປະຕູສູ່ພາຍນອກ​ຮ່ວມ​ກັນດ້ວຍການຮ່ວມມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ການແຜ່ລະບາດຂອງພະຍາດໂຄວິດ-19ຄັ້ງນີ້ໄດ້​ເຕືອນ​ໃຫ້​ພວກ​ເຮົາ​ຮູ້ວ່າ: ບັນດາປະເທດແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ​ນຳ​ກັນ, ບໍ່ມີປະເທດໃດສາມາດພົ້ນຈາກວິກິດການໃຫຍ່​ໄດ້ພຽງ​ລຳ​ພັງ, ຄວາມສາມັກຄີແລະການຮ່ວມມືແມ່ນທາງເລືອກທີ່ຈຳເປັນໃນການຮັບມືກັບສິ່ງທ້າທາຍ. ພວກເຮົາ​ຄວນຍຶດໝັ້ນ​ແນວ​ຄວາມ​ຄິດທີ່ຮ່ວມມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ​ແຕ່​ບໍ່​ແມ່ນ​ຄວາມລະແວງສົງໃສ, ​​ຈັບມືກັນ​ແຕ່​ບໍ່​ແມ່ນ ​ຍົກ​ກຳ​ປັ້ນໃສ່ກັນ, ປຶກສາຫາລືກັນ​ແຕ່​ບໍ່​ແມ່ນການກ່າວປະນາມກັນ, ຖືຜົນປະໂຫຍດ​ຮ່ວມຂອງບັນດາປະເທດເປັນ​ສຳ​ຄັນ,​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດໂລກາພິວັດ​ຂະ​ຫຍາຍ​ຕົວໄປສູ່​ທິດ​ທາງທີ່ເປີດກວ້າງ, ກວມລວມ, ສ້າງຜົນປະໂຫຍດໃຫ້​ແກ່ທຸ​ກ​ຝ່າຍ, ດຸນດ່ຽງແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພວກເຮົາຄວນສຸມໃສ່ການເປີດປະຕູສູ່ພາຍນອກ​ຮ່ວມ​ກັນດ້ວຍການ​ຮ່ວມ​ມື​ແລະ​ຮັບຜິດຊອບຮ່ວມກັນ. ປະຫວັດສາດແລະພຶດ​ຕິ​ກຳ​ຕົວ​ຈິງໄດ້ພິສູດໃຫ້ເຫັນວ່າ: ເມື່ອຜະເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆ, ບັນດາປະເທດຄວນຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ປະ​ຕິ​ບັດໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບຂອງຕົນ, ແຕ່ບໍ່ຄວນ​ຖືຕົນເອງຢູ່​ເໜືອ​​ໝູ່ ແລະ ສ້າງຄວາມເສຍຫາຍໃຫ້ກັບປະເທດອື່ນ​ທັງ​ບໍ່​ມີ​ຜົນ​ດີ​ໃຫ້​ກັບ​ຕົນ​ເອງ. ບັນດາປະເທດໃຫຍ່ຄວນນຳໜ້າ​ເປັນ​ແບບ​ຢ່າງ, ກຸ່ມເສດຖະກິດຕົ້ນຕໍຄວນປະ​ຕິ​ບັດ​ຄວາມເປັນແບບຢ່າງ, ປະເທດທີ່ກຳລັງພັດທະນາຄວນຕັ້ງໜ້າປະຕິບັດ​ຕົວ​ຈິງ, ເພື່ອຊຸກຍູ້ການພັດທະນາໂລກຮ່ວມກັນ​ໂດຍຜ່ານການເປີດປະຕູສູ່ພາຍນອກ​ຮ່ວມ​ກັນແລະຮັບຜິດຊອບຮ່ວມກັນ.

ພວກເຮົາຕ້ອງສຸມໃສ່ການເປີດປະຕູສູ່ພາຍນອກຮ່ວມ​ກັນດ້ວຍການຮ່ວມ​ມື​ແລະ​ບໍ​ລິ​ຫານຮ່ວມກັນ. ເມື່ອຜະເຊີນໜ້າກັບສິ່ງທ້າທາຍທີ່ເກີດຈາກ​ເສດ​ຖະ​ກິດໂລກາພິວັດ, ບໍ່ຄວນ​ປ່ອຍ​ປະໃຫ້ລັດທິຝ່າຍດຽວແລະລັດທິປົກປ້ອງທຳລາຍລະບຽບການສາກົນ​ແລະ​ກົດ​ລະ​ບຽບ​ສາ​ກົນ, ແຕ່ຄວນປະ​ຕິ​ຮູບລະບົບ​ບໍ​ລິ​ຫານເສດຖະກິດໂລກ​ຢ່າງສ້າງສັນ, ເພື່ອສ້າງຜົນປະໂຫຍດແລະຫຼີກລ່ຽງ​ຜົນ​ເສຍ​ຫາຍ​ໃຫ້​ໄດ້ດີກວ່າ​ເກົ່າ. ​ຄວນຍຶດໝັ້ນໃນ​ທັດ​ສະ​ນະການ​ບໍ​ລິ​ຫານໂລກ​ດ້ວຍການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະ​ຊົມ​ໃຊ້ຮ່ວມກັນ, ​ປົກ​ປັກຮັກສາລະບົບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນພື້ນຖານ, ປັບປຸງກົດລະບຽບການ​ບໍ​ລິ​ຫານເສດຖະກິດໂລກແລະຊຸກຍູ້​ການສ້າງເສດຖະກິດໂລກແບບ​ເປີດກວ້າງ.

ທ່ານ​ຍິງ ທ່ານ​ຊາຍ​ແລະ​ເພື່ອນ​ມິດ​ທັງຫຼາຍ!

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ5ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ19ທີ່​ຫາ​ກໍ່​ອັດ​ລົງນັ້ນ​ໄດ້​ວາງ​ແຜນ​ຮອບ​ດ້ານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ 5 ປີ​ຄັ້ງ​ທີ14. ເປົ້າ​ໝາຍ​ຂອງ​ຈີນ​ກ່ຽວ​ກັບ​ການ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານແລະ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ຂັ້ນ​ສຸດ​ທ້າຍ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃກ້​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ. ນັບ​ແຕ່​ປີ​ໜ້າ​ເປັນ​ຕົ້ນ​ໄປ,ຈີນ​ຈະ​ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ. ເພື່ອ​ຕອບ​ສະ​ໜອ​ງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ສະ​ພາບ​ການ​ໃໝ່, ຈີນ​ໄດ້​ກຳ​ນົດ​ການ​ສ້າງ​ສະ​ພາບ​ການ​ໃໝ່ທີ່​ຖືກ​ຮອບ​ໝູນ​ວຽນ​ພາຍ​ໃນ​ເປັນ​ຫຼັກ ແລະ​ເຮັດ​ໃຫ້​ຮອບ​ໝູນ​ວຽນ​ທັງ​ພາຍ​ໃນ​ແລະ​ສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ນີ້​ເດັດ​ຂາດ​ຈະ​ບໍ່​ແມ່ນ​ຮອບ​ໝູນ​ວຽນ​ພາຍ​ໃນ​ທີ່​ປິດ​ປະ​ຕູ,ແຕ່​ແມ່ນ​ຮອບ​ໝູນ​ວຽນ​ທັງ​ພາຍ​ໃນ​ແລະ​ສາ​ກົນ​ທີ່​ເປີດກວ້າງກວ່າ​ເກົ່າ, ເຊິ່ງ​ບໍ່​ພຽງ​ແຕ່​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ເອງເທົ່າ​ນັ້ນ, ຍັງ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ອີກ​ດ້ວຍ.

ຈີນ​ມີ​ປະ​ຊາ​ກອນ​ຈຳ​ນວນ 1,4ຕື້​ຄົນ, ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຫຼາຍກວ່າ 400ລ້ານ​ຄົນ, ຈີນ​ເປັນ​ຕະຫຼາດ​ໃຫຍ່​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ທີ່​ສຸດ​ຂອງ​ໂລກ. ຄາດ​ວ່າ​ໃນ​ໄລ​ຍະ10ປີ​ຕໍ່​ໜ້າ, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈະ​ບັນ​ລຸ​ເຖິງ22.000 ຕື້​ໂດ​ລາ​ສະ​ຫະ​ລັດ. ​ສິນ​ຄ້າ​ທີ່​ຜະ​ລິດ​ໂດຍ​ຈີນ​ໄດ້​ກາຍ​ເປັນ​ພາ​ກ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ. ຕະຫຼາດ​ຄວາມ​ຕ້ອງ​ພາຍ​ໃນ​ປະ​ເທດ​ຈີນ​ອັນ​ກວ້າງ​ຂວາງ​ຈະ​ສືບ​ຕໍ່​ກະ​ຕຸ້ນ​ໃຫ້​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

​ທ່ານ​ຍິງ ທ່ານ​ຊາຍ​ແລະ​ເພື່ອນ​ມິດ​ທັງຫຼາຍ!

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ເວົ້າ​ສຳ​ລັບ​ບັນ​ດາ​ປະ​ເທດ​ແລ້ວ​ລ້ວນ​ແຕ່​ເປັນ​ການ​ທົດ​ສອບ​ຄັ້ງ​ໃຫຍ່. ປະ​ຊາ​ຊົ​ນ​ຈີນ​ໄດ້​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​ແລະ​ຍາດ​ໄດ້​ຜົນ​ສຳ​ເລັດ​​ສຳ​ຄັນທາງ​ຍຸດ​ທະ​ສາດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ເສດ​ຖະ​ກິດ​ຈີນ​ໄດ້​ມີ​ທ່ວງ​ທ່າ​ໝັ້ນ​ທ່ຽງ​ແລະ​ຂະ​ຫຍາຍ​ຕົວ​ໄປ​ທິດ​ທາງ​ທີ່​ດີ, 3ໄຕ​ມາດ​ຂອງ​ປີ​ນີ້, ເສດ​ຖະ​ກິດ​ຈີນ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ, ໃນ​ນັ້ນ, ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ0.7%, ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ໃນ​ຕົວ​ຈິງ​ໄດ້​ເພີ່ມ​ຂຶ້ນ5.2%, ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ. ເພື່ອ​ສະ​ໜັບ​ສະ​ໜູນ​ບັນ​ດາ​ປະ​ເທດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ,ຈີນ​ໄດ້​ແບ່ງ​ປັນ​ບົດ​ຮຽນ​​ທັງ​ໝົດກັບ​ຝ່າຍ​ຕ່າງໆ,ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຄົມ​ໂລກ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ,ນັບ​ມາ​ຮອດ​ວັນ​ທີ 20ຕຸ​ລາ​ຜ່ານ​ມາ, ຈີນ​ໄດ້​ຊ່ວຍ​ເຫຼືອ 150ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 7​ແຫ່ງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ,​ໄດ້​ສົ່ງ​ອອກ​ຜ້າ​ປິດ​ປາກ 179 ຕື້ກວ່າ​ອັນ、​ຊຸດ​ປ້ອງ​ກັນ​ພະ​ຍາດ1.73ຕື້​ຊຸດ、ນ້ຳ​ຢາກວດ​ຫາ​ເຊື້ອ​ພະ​ຍາດ 543 ລ້ານຫຼອດ.

ໃນ​ບາດ​ກ້າວ​ຕໍ່​ໄປ,ຈີນ​ຈະ​​ຍຶດ​ຖື​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ເປີດກວ້າງ,ການ​ຮ່ວມ​ມື,ສາ​ມັກ​ຄີ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ແລະ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຈະ​ສູ້​ຊົນ​ເຮັດ​ໃຫ້​ຕະຫຼາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປ​ະ​ເທດ​ເຊື່ອມ​ຈອດ​ກັນ​ແລະ​ຮ່ວມ​ກັນ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ເປັນ​ປັດ​ໄຈ​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ, ເຮັດ​ໃຫ້​ຕະຫຼາດ​ຈີນ​ກາຍ​ເປັນ​ຕະຫຼາດ​ຂອງ​ໂລກ,ຕະຫຼາດ​ແຫ່ງ​ການ​ຊົມ​ໃຊ້​ຮ່ວມ​ກັນ,ຕະຫຼາດ​ຂອງ​ຄົນ​ທັງຫຼາຍ, ເພີ່ມ​ພະ​ລັງ​ທາງບວກ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃຫ້ຫຼາຍກວ່າ​ເກົ່າ.

ໜຶ່ງ, ສ້າງ​ຈຸດ​ຍຸດ​ທະ​ສາດ​ໃໝ່​ຂອງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ. ​ໃນ 7 ປີຜ່ານມາ, ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ບຸກບືນ​ ​ແລະ ຄົ້ນຄວ້າ​ຢ່າງ​ກ້າຫານ, ​ໄດ້​ຮັບ​ປະສິດທິ​ຜົນ​ຢ່າງ​ພົ້ນ​ເດັ່ນ.ການ​ສ້າ​ງທ່າ​ການ​ຄ້າ​ເສລີ​ໄຫ​ຫຼໍາ​ໄດ້​ ເລີ່​ມຕົ້ນ​ຢ່າງ​ສະດ​ວກ. ຈີນ​ຈະ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​​ຂອງເຂດ​ທົດ​ລອງ​ການ​ຄ້າ​ເສລີ ​ແລະ ທ່າ​ການ​ຄ້າ​ເສລີ​ຢ່າງ​ມີ​ປະສິດທິ​ຜົນ, ປະກາດບັນຊີ​ດ້ານ​ລົບ​​ກ່ຽວ​ກັບ​ການ​ຄ້າ​ການ​ບໍລິການ​ຂ້າມ​ຊາດ, ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຕໍ່​ເນື່ອງ​ໃນ​ຂົງ​ເຂດ​ເສດຖະກິດ​ດິຈີ​ຕອນ ອິນ​ເຕີ​ເນັດ ​ແລະ​ອື່ນໆ, ລົງ​ເລິກ​ການ​ປະຕິ​ຮູບ ​ແລະການ​ປະດິດ​ສ້າງ​ໃໝ່​ເພື່ອ​ເຮັດ​ໃຫ້ການ​ຄ້າ ​ແລະ​ ການ​ລົງທຶນ​ເປັນ​ເສລີ ​ແລະ ມີຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ, ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ໃໝ່ທາງ​ດ້ານ​ເສດ​ຖະກິດ​ທີ່​ເປີດ​ກວ້າງ​ໃນ​ລະດັບ​ສູງ​ກວ່າ​ເກົ່າ.

ສອງ, ຊຸກຍູ້​ການ​ພັດທະນາ​ດ້ວຍການ​ປະດິດ​ສ້າງ​​ໃໝ່​ໃນດ້ານການ​ຄ້າ​ກັບ​ຕ່າງປະ​ເທດ. ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​​ບຸກ​ເບີກ​ໂອກາດ​ການ​ຄ້າ​ຢູ່​ຈີນ ​ໂດຍ​ຜ່ານ​ຈາກ​ເວທີ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ ​ແລະ​ເວທີ​ອື່ນໆ. ຈີນ​ຈະ​ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ຂອງ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ, ປະກອບ​ສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານການ​ຄ້າ​ສາກົນ ​ແລະ ​ການ​ພັດທະນາ​ເສດຖະກິດ​​ໂລກ. ຈີນ​ຈະ​ຊຸກຍູ້​ໃຫ້ເລັ່ງລັດ​ພັດທະນາ​ຂະ​ແໜງ​ການ​ໃໝ່ ​ແລະ ຮູບ​ແບບ​ໃໝ່ ​ເຊັ່ນ:ການ​ຄ້າ​ເອ​ເລັກ​ໂຕຼນິກຂ້າມ​ຊາດ ​ແລະ​ອື່ນໆ, ​ສ້າງ​ແຮງຂັບ​ເຄື່ອນ​ໃໝ່​​ໃນ​ການ​ຊຸກ​ຍູ້ການ​ຄ້າ​ກັບ​ຕ່າງປະ​ເທດ. ຈີນ​ຈະ​ປັບປຸງ “ບັນຊີ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ຈີນເກືອດ​ຫ້າມ ​ແລະຈຳກັດການ​ນຳ​ເຂົ້າ”, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ເຄື່ອນໄຫວຂອງປັດໄຈເຕັກໂນໂລຊີຂ້າມຊາດໄດ້ຢ່າງ​ເສລີ​.

ສາມ, ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.ຫຼັງ​ຈາກ​ເກີດ​ມີການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 , ຈີນ​ໄດ້​ອອກ​ນະ​ໂຍບາຍ​ຕ່າງໆ​ເພື່ອ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາໃຫ້​ແກ່​ວິ​ສາ​ຫະກິດທີ່​ລົງທະບຽນຢູ່​ພາຍ​ໃນ​ປະ​ເທດ​ຈີນ​ຢ່າງ​ສະ​ເໝີ​ພາບ​ກັນ. ປີ​ນີ້, ຈີນ​ໄດ້​ປະຕິບັດ​ “ກົດໝາຍ​ວ່າ​ດ້ວຍການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງ​ປະ​ເທດ” ​ແລະກົດ​ລະບຽບ​ທີ່​ກ່ຽວຂ້ອງ, ​ໄດ້​ປັບປຸງ​ບັນຊີດ້ານ​ລົບ​ສຳລັບ​ການ​ລົງທຶນ​ຂອງ​ ຕ່າງປະ​ເທດ​ໃຫ້​ໜ້ອຍ​ລົງ​ອີກ. ຈີນ​ຈະ​ສືບ​ຕໍ່​ປັບປຸງ​ລະບົບ​ກົດໝາຍ​ທີ່ກ່ຽວ​ພັນ​ເຖິງ​ນັກທຸລະກິດ​ຕ່າງປະ​ເທດ​ຢ່າງ​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ, ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ, ​ປົກ​ປັກຮັກສາ​ສິດຜົນປະ​ໂຫຍ​ດທີ່​ຖືກຕ້ອງຕາມກົດໝາຍ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ກວ່າ​ເກົ່າ​ດ້ວຍ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບດີ.

ສີ່, ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ຝ່າຍກໍ​ຄື​ໃນ​ພາກ​ພື້ນ. ຈີນ​ຍິນ​ດີ​ຮ່ວມ​ກັບບັນດາປະ​ເທດ​ຫຼາຍ​ກວ່າ​ເກົ່າ​​ເພື່ອເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ​​ທີ່​ມີ​ມາດຕະຖານ​ສູງ, ຊຸກຍູ້​ການ​ລົງ​ນາມ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ​ໂດຍ​ໄວ, ​ເລັ່ງລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຕ່າງໆ​ເຊັ່ນ: ​ສັນ​ຍາການ​ລົງທຶນ​ຈີນ-​ເອີ​ຣົບ, ຈີນ-​ຍີ່ປຸ່ນ-​ສ.​ເກົາຫຼີ ​ແລະ​ອື່ນໆ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ກັບ​ເຂດ​ການ​ຄ້າ​ເສລີ​ທີ່​ມີມາດຕະຖານສູງ​ໃນ​ໂລກ. ຈີນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ກົນ​ໄກ​ຕ່າງໆ ​ເຊັ່ນ: ອົງການ​ສະຫະ​ປະຊາ​ຊາດ, ກຸ່ມG20, ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກ, ກຸ່ມ​ປະ​ເທດ​ບຼິກສ ​ແລະ​ອື່ນໆ. ຈີນ ​ແລະປະ​ເທດ​ທີ່​ກ່ຽວຂ້ອງ​ຈະ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ດ້ວຍ​ຄຸນ​ນະພາ​ບສູງ, ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

ທ່ານ​ຍິງທ່ານ​ຊາຍ ​ແລະ​ເພື່ອນ​ມິດ​ທັງຫຼາຍ!

ຊາວ​ຈີນ​ມັກ​ເວົ້າ​ວ່າ:ຖ້າ “​ຜູ້​ທີ່​ບໍ່​ທັນ​ໄປຮອດ​ກຳ​​ແພງ​ເມືອງ​ຈີນ​ນັ້ນ​ຍັງ​ບໍ່​ແມ່ນ​ ຊາຍ​ແທ້”. ປະຈຸ​ບັນ, ການ​ພັດທະນາ​ເສດຖະກິດ​ໂລກ​ພວມ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວຂາດ, ພວກ​ເຮົາ​ຕ້ອງ​ຮັກສາ​ຄວາມ​ໝັ້ນ​ໃຈ ​ເພີ່ມ​ທະວີ​ຄວາມ​ກ້າຫານ ​ແລະ​ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທີ່ມີຢູ່​ໃນປະຈຸ​ບັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ສ້າງ​ກາລະ​ໂອກາດ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮ່ວມ​ມື, ຮ່ວມ​ມື​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າໃຫ້ແກ່ມວນມະນຸດ​.

ຂໍຂອບ​ໃຈ!