ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນນຳປັນຍາການຫຼຸດຜ່ອນຄວາມທຸກຍາກມາສູ່ປະເທດລາວ

2020-11-06 16:00:47 |ມາຈາກ: Yunnan Gateway

ຕອນເຊົ້າໆ, ສຽງໄກ່ຂັນໄດ້ທຳລາຍຄວາມງຽບສະຫງົບຂອງບ້ານຊຽງລ້ອມ. ພ້ອມກັບຕາເວັນທີ່ຫາກໍ່ພົ້ນອອກມາ, ພວກຊາວບ້ານເລີ່ມຫຍຸ້ງນຳການເຮັດວຽກທຳງານ. ເປີດກອກນໍ້າ ລ້າງເຂົ້າ ແຕ່ງກິນ ລ້ຽງໄກ່ລ້ຽງງົວ, ອັນນີ້ແມ່ນວຽກງານຂອງພວກຜູ້ຍິງ; ສ່ວນພວກຜູ້ຊາຍ ກຳລັງລ້າງລົດທີ່ຮັກຂອງຕົນເອງຢູ່ ເພື່ອກະກຽມການຂົນສົ່ງຜັກຂອງມື້ນີ້;ພວກເດັກນ້ອຍຍ່າງເປັນກຸ່ມໆໄປຕາມເສັ້ນທາງປູຢາງ ຍ່າງໄປສູ່ໂຮງຮຽນໃໝ່ທີ່ຢູ່ບໍ່ໄກປານໃດ.

ຊີວິດການເປັນຢູ່ແບບນີ້ ໃນ 3 ປີກ່ອນ ເປັນສິ່ງທີ່ພວກຊາວບ້ານຄາດຄິດບໍ່ເຖິງມາກ່ອນ.

“ແຕ່ກ່ອນ, ທໍ່ນໍ້າປະປາຂອງບ້ານເສື່ອມໂຊມຫຼາຍ ຈົນບໍ່ສາມາດດູດນໍ້າຂຶ້ນມາໄດ້, ພວກເຮົາຈຶ່ງມີແຕ່ຕ້ອງຊື້ນໍ້າຕຸກມາກິນ. ທຸກເດືອນທຸກຄອບຄົວຕ້ອງຊື້ນໍ້າປະມານ 20 ຕຸກ, ຄ່າໃຊ້ຈ່າຍນີ້ແມ່ນບໍ່ໜ້ອຍສຳລັບຄອບຄົວທີ່ທຸກຍາກ, ເຊິ່ງບາງຄອບຄົວມີແຕ່ຕ້ອງໄປຕັກນໍ້າຈາກແມ່ນໍ້າມາກິນ.”

“ແຕ່ກ່ອນເສັ້ນທາງໃນບ້ານແລະນອກບ້ານ ກໍເປັນທາງດິນໝົດ, ເມື່ອຝົນຕົກຈະເປັນທາງຂີ້ຕົມ ມື້ແດດຈະມີຂີ້ຝຸ່ນຫຼາຍ.”

“ໂຮງຮຽນເກົ່າຕັ້ງຂຶ້ນໃນປີ 1973, ເປັນໂຄງຮ່າງໄມ້ກັບດິນຈີ່ ແລະ ກໍເສື່ອມໂຊມຢ່າງຮ້າຍແຮງ, ຫໍພັກເປັນຕູບຫຍ້າທີ່ພໍ່ແມ່ພວກນັກຮຽນມາຊ່ວຍກັນສ້າງຂຶ້ນ.

ເມື່ອຫວນຄິດເຖິງຊີວິດການເປັນຢູ່ອັນລໍາບາກແຕ່ກ່ອນ ແລະ ປຽບທຽບກັບຊີວິດການເປັນຢູ່ທີີ່ມີການປ່ຽນແປງອັນຍິ່ງໃຫຍ່ຂອງປັດຈຸບັນນີ້, ພວກຊາວບ້ານເຕັມໄປດ້ວຍຈິດໃຈອາລົມທີ່ຮູ້ບຸນຄຸນ: “ຕັ້ງແຕ່ໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ໄດ້ຕັ້ງຫຼັກປັກຖານຢູ່ທີ່ນີ້ເປັນຕົ້ນມາ, ບ້ານພວກເຮົາໄດ້ມີການປ່ຽນແປງຢ່າງແທ້ຈິງ, ຊາວບ້ານໝົດບ້ານສະແດງຄວາມຂອບອົກຂອບໃຈຕໍ່ປະເທດຈີນ!”

ການປ່ຽນແປງຂອງບ້ານຊຽງລ້ອມ, ແມ່ນມາຈາກ “ຂໍ້ລິເລີ່ມ” ຂໍ້ໜຶ່ງ.

ເດືອນພະຈິກ ປີ 2014, ໃນໄລຍຍະເວລາທີ່ເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນບວກສາມ(ຈີນ ຍີ່ປຸ່ນ ເກົາຫຼີໃຕ້), ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຂອງຄະນະລັດຖະບານປະເທດຈີນ ໄດ້ສະເໜີອອກ “ຂໍ້ລິເລີ່ມການຮ່ວມມືຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກ”. ອີງຕາມ “ຂໍ້ລິເລີ່ມ” ນີ້, ປະເທດຈີນໄດ້ຖືເອົາປະເທດລາວ ກຳປູເຈຍ ແລະ ມຽນມາ ເປັນປະເທດຊຸດທຳອິດເພື່ອປະຕິບັດໂຄງການສາທິດສະໜັບສະໜູນດ້ານເຕັກນິກໃນການຮ່ວມມືຫຼຸດຜ່ອນຄວາມທຸກຍາກເຂດອາຊີຕາເວັນອອກ, ເພື່ອປະກອບສ່ວນປັນຍາຈີນໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.

ໃນປີ 2016, ກົມການຮ່ວມມືເສດຖະກິດສາກົນຂອງກະຊວງການຄ້າ ສປ ຈີນ(Agency for international economic cooperation)ແລະ ຫ້ອງການຫຼຸດຜ່ອນຄວາມທຸກຍາກແລະພັດທະນາຂອງຄະນະລັດຖະບານຈີນ(The State Council Leading Group Office of Poverty Alleviation and Development)ໄດ້ເລືອກເອົາສູນບໍລິຫານໂຄງການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກດ້ວຍກອງທຶນຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເປັນອົງການປະຕິບັດໂຄງການຈີນ ຕໍ່ປະເທດລາວ, ເລືອກເອົາບ້ານຊໍ້ເມືອງສັງທອງນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມແຂວງຫຼວງພະບາງເປັນຈຸດຕົວແບບການຮ່ວມມືຫຼຸດຜ່ອນຄວາມທຸກຍາຂອງຈີນ ແລະ ລາວ.

 

ເອົາສິດທິເປັນເຈົ້າຕົນເອງໃຫ້ແກ່ຊາວບ້ານ

ການດຳເນີນການຫຼຸດຜ່ອນຄວາມທຸກຍາກ, ມັນມີຄວາມສຳຄັນອັນຍິ່ງໃຫຍ່ສຳລັບການເຂົ້າຮ່ວມຂອງພວກຊາວບ້ານ, ສ່ວນຄວາມກະຕືລືລົ້ນຂອງພວກຊາວບ້ານໃນຈຸດຕົວແບບ ໄດ້ເຮັດໃຫ້ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຂອງປະເທດຈີນເກີດມີຄວາມໝັ້ນໃຈ. ໃນເບື້ອງຕົ້ນໃນໂຄງການ, ຄະນະຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຂອງຈີນ ຕັດສິນໃຈໄປໃນບ້ານຈັດປະຊຸມ. “ຕອນກາງວັນຊາວບ້ານຕ້ອງໄປເຮັດວຽກທຳງານ ພວກເຮົາຈຶ່ງໄປໃນຕອນຄໍ່າ, ພວກເຮົາຄິດວ່າຈະບໍ່ມີຄົນມາເຂົ້າຮ່ວມປະຊຸມຫຼາຍປານໃດ, ແຕ່ໃນມື້ນັ້ນ ໄດ້ມີຄົນຈຳນວນຫຼາຍມາເຂົ້າຮ່ວມ ຈົນບໍ່ມີບ່ອນນັ່ງ, ຜູ້ເຖົ້າຜູ້ຫນຸ່ມໝົດຄອບຄົວ ຈົນຮອດໝາ ກໍເອົາມາປະຊຸມນຳ. ປະຊຸມໄດ້ເລີ່ມຈາກ 8 ໂມງຄໍ່າ ຈົນເຖິງ 11 ໂມງ, ເລື່ອງນີ້ເປັນເລື່ອງທີ່ບໍ່ເຄີຍມີມາກ່ອນສຳລັບບ້ານເຂົາເຈົ້າ.” ທ່ານ ຮວງຊັນປິ່ນ(Huang canbin) ຫົວໜ້າຫ້ອງການບໍລິຫານໂຄງການຮ່ວມມືຈີນ-ລາວສຳລັບຝ່າຍຈີນ ໄດ້ຫວນຄືນຄືດັ່ງນີ້.

“ມີພຽງແຕ່ພວກຊາວບ້ານຮູ້ຈັກສະພາບຕົວຈິງຂອງເຂົາເຈົ້າດີທີ່ສຸດ, ພວກເຮົາພຽງແຕ່ເປັນຜູ້ຊີ້ນຳຢູ່ໃນທ່າມກາງເທົ່ານັ້ນ. ເຮັດຕາມແບບນີ້, ທັງສາມາດຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າ ທັງສາມາດຍົກສູງຄວາມກະຕືລືລົ້ນສຳລັບການເຂົ້າຮ່ວມໂຄງການອີກດ້ວຍ, ແລະ ກໍມີຜົນປະໂຫຍດຕໍ່ການພັດທະນາໂຄງການພາຍຫຼັງ.” ທ່ານຟ້ານຊີໜິງ(Fan xining)ຫົວໜ້າຝ່າຍຈີນຄະນະຊ່ຽວຊານປະຈຳລາວຂອງຫ້ອງການບໍລິຫານໂຄງການຮ່ວມມືຫຼຸດຜ່ອນຄວາມທຸກຍາກຈີນ-ລາວ ຫົວໜ້າຝ່າຍຈີນຂອງຫ້ອງການບໍລິຫານໂຄງການຮ່ວມມືເມືອງສັງທອງ ໄດ້ບອກກັບນັກຂ່າວວ່າ, ລະດັບຄວາມຢາກເຂົ້າຮ່ວມໂຄງການຮ່ວມມືຂອງພວກຊາວບ້ານແມ່ນສູງຕະຫຼອດມາ, ໂຄງການຕ່າງໆຈັດສັນຊາວບ້ານມາເຂົ້າຮ່ວມໂດຍການພິຈາລະນາຂອງພະນັກງານຈັດຕັ້ງໃນບ້ານທັງໝົດ, ເຂົາເຈົ້າສະເໜີບັນຫາທີ່ຕ້ອງເລັ່ງແກ້ໄຂທີ່ສຸດຂອງບ້ານໂດຍອີງຕາມສະພາບຕົວຈິງຂອງບ້ານ, ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນກໍອອກແຜນການສະໜັບສະໜູນຊ່ວຍເຫຼືອແບບຕົງຕໍ່ບັນຫານັ້ນອອກມາໃຫ້ຕື່ມ.

ສຸດທ້າຍ, ໂດຍພາຍໃຕ້ການຊ່ວຍເຫຼືອຂອງຊ່ຽວຊານຫຼຸດຜ່ອນຄວາມທຸກຍາກປະເທດຈີນ, ບ້ານຊໍ້ ແລະ ບ້ານຊຽງລ້ອມ ໄດ້ບັນລຸການປັບປຸງເສັ້ນທາງໃຫ້ແຂງແກ່ນຂຶ້ນ ສ້າງສູນກິດຈະກຳຂັ້ນບ້ານ ແລະຫໍພັກໂຮງຮຽນເປັນຕົ້ນ, ຍັງພັດທະນາຂະແໜງການປູກຜັກ ການສານຕໍ່າຜ້າແພ ການລ້ຽງງົວ ແລະການລ້ຽງໄກ່ເປັນຕົ້ນ.

ທ່ານຮວງຊັນປິ່ນ ທັງຍິ້ມທັງກ່າວວ່າ:“ເມື່ອຜັກຊຸດທຳອິດໄດ້ຂາຍອອກໄປແລ້ວ, ພວກຊາວບ້ານໄດ້ເບິ່ງເຫັນຄວາມຫວັງ. ສະນັ້ນ, ຍິ່ງມີຫຼາຍຄົນໄດ້ມາຊອກຫາພວກເຮົາວ່າຢາກຮຽນການປູກຜັກນຳພວກເຮົາ. ເນື່ອງຈາກວ່າເນື້ອທີ່ດິນບໍ່ພໍ, ເຂົາເຈົ້າຍັງຈັດເອົາທີ່ດິນຢູ່ດ້ານໜ້າ ແລະ ຫຼັງເຮືອນເພື່ອມາເພື່ອປູກຜັກເຕັມໄປໝົດ, ຄາບດຽວ ຄວາມຫ້າວຫັນໄດ້ຖືກຍົກສູງຂຶ້ນແລ້ວ.”

ຮ່ວມມືກັບບ້ານມິດຕະພາບຈີນ

“ໄປຊ່ວຍເຫຼືອການຫຼຸດຜ່ອນຄວາມທຸກຍາກທີ່ຕ່າງປະເທດ,ເທື່ອນີ້ກໍເປັນເທື່ອທຳອິດສຳລັບພວກເຮົາ, ສະນັ້ນ ຈຶ່ງມີການປະດິດຄິດສ້າງໃໝ່ໃນວິທີຮູບແບບການຊ່ວຍເຫຼືອຢ່າງຫຼາຍ.” ຕາມຄວາມຄິດຂອງທ່ານຮວງຊັນປິ່ນແລ້ວ, “ບ້ານມິດຕະພາບ” ເປັນສິ່ງໜຶ່ງທີ່ມີເອກະລັກທີ່ສຸດໃນນັ້ນ.

ພາຍໃນໄລຍະການປະຕິບັດໂຄງການ, ຄະນະຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນໄດ້ອ້າງອີງຮູບແບບຂອງ “ຕົວເມືອງມິດຕະພາບ” ມາຈັດສັນປະສານງານໃຫ້ບ້ານຊຽງລ້ອມແຂວງຫຼວງພະບາງ ແລະ ບ້ານຕ້າຈ້າຍນະຄອນກຸ້ຍຫຼິ້ນເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີສ້າງສາຍພົວພັນເປັນ “ບ້ານມິດຕະພາບ”, ຈັດສັນໃຫ້ຊາວບ້ານສອງຝ່າຍໄປຢ້ຽມຢາມບ້ານເຊິ່ງກັນແລະກັນ ເພື່ອແລກປ່ຽນປະສົບການ. ສາເຫດທີ່ເລືອກເອົາສອງບ້ານນີ້ມາສ້າງສາຍພົວພັນເປັນ “ບ້ານມິດຕະພາບ” ກໍຍ້ອນວ່າພວກມັນທັງໃກ້ກັບຕົວເມືອງທ່ອງທ່ຽວທີ່ລືຊືຂອງທ້ອງຖິ່ນ ກໍຄື ນະຄອນຫຼວງພະບາງ ແລະນະຄອນກຸ້ຍຫຼິນ, ໂດຍອີງຕາມທ່າແຮງດ້ານນີ້, ທັງສອງບ້ານລ້ວນແຕ່ສາມາດພັດທະນາຂະແໜງການກ່ຽວກັບການທ່ອງທ່ຽວທີ່ກ່ຽວຂ້ອງ.

ໃນໄລຍະທີ່ຊາວບ້ານບ້ານຊຽງລ້ອມໄປຢ້ຽມຢາມບ້ານຕ້າຈ້າຍທິີ່ນະຄອນກຸ້ຍຫຼິນ(Dazhai Village, Guilin City), ການກິນ ການຢູ່ລ້ວນແຕ່ຢູ່ໃນບ້ານນັ້ນ, ເພື່ອໃຫ້ເຂົາເຈົ້າສຳຜັດຊີວິດການເປັນຢູ່ຂອງຊາວບ້ານທ້ອງຖິ່ນ, ແລະ ມີຄວາມສຳຜັດຕົວຈິງຕໍ່ຮູບແບບການພັດທະນາຂອງທ້ອງຖິ່ນໃຫ້ຫຼາຍກວ່າ. ຫຼັງຈາກກັບຄືນປະເທດລາວແລ້ວ, ຊ່ຽວຊານການຫຼຸດຜ່ອນຄວາມທຸກຍາກຈີນສະເໜີຂໍ້ສະເໜີໃຫ້ພວກຊາວບ້ານປ່ຽນເຮືອນຕົນເປັນໂຮມສະເຕ່ທີ່ມີເອກະລັກຂອງຊົນເຜົ່າລາວ; ດຳເນີນການບຳລຸງເຕັກນິກສ້າງເຮືອນຮົ່ມປູກຜັກ; ແຈກຢາຍເບ້ຍຜັກແນວພັນໃຫ້ຊາວບ້ານ, ສົ່ງເສີມຮຽກຮ້ອງຊາວບ້ານລ້ຽງໄກ່ ລ້ຽງງົວ. ພາຍຫຼັງຄວາມພະຍາຍາມໃນໄລຍະໜຶ່ງ, ລະດັບຊີວິດການເປັນຢູ່ຂອງພວກຊາວບ້ານໄດ້ຍົກສູງຂຶ້ນຢ່າງຊັດເຈນ, ມີຊາວບ້ານຄົນໜຶ່ງໄດ້ອຸທານວ່າ: ຫຼັງຈາກໄດ້ຮຽນປະສົບການການປູກຜັກຂອງໝູ່ເພື່ອນ “ບ້ານມິດຕະພາບ” ກວາງຊີແລ້ວ, ອີງໃສ່ການປູກຜັກ ລາຍຮັບຂອງຂ້ອຍໄດ້ເພີ່ມຂຶ້ນຫຼາຍ, ໃນອະນາຄົດຂ້ອຍຈະຕ້ອງກໍ່ສ້າງເຮືອນໃຫຍ່ຫຼັງໃໝ່ແນ່ນອນ!

ໃນສາມກວ່າປີທີ່ຜ່ານມາ, ຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຈີນໄດ້ຊ່ວຍເຫຼືອບ້ານຊໍ້ ແລະ ບ້ານຊຽງລ້ອມກໍ່ສ້າງທາງປູຢາງຈຳນວນ 4,16 ກິໂລແມັດ, ໂຄງການນໍານໍ້າປະປາເຂົ້າເຮືອນ 2 ໂຄງການ(ກວມເອົາ 602 ຄອບຄົວໃນສອງບ້ານ) ແລະ ຂົວ 1 ແຫ່ງ.

ລວມທັງສະໜັບສະໜູນກໍ່ສ້າງສູນກິດຈະກຳຂັ້ນບ້ານ 2 ແຫ່ງ, ສຸກສາລາ 2 ແຫ່ງ, ຫໍພັກໂຮງຮຽນ 4 ຫຼັງ, ສະໜາມບານບ້ວງ 2 ແຫ່ງ, ສະໜາມບານສົ່ງ ແລະ ສະໜາມກະຕໍ້ຫວາຍ ບ່ອນລະ 1 ແຫ່ງ, ຫ້ອງນໍ້າໂຮງຮຽນ 2 ແຫ່ງ, ໄດ້ມອບອຸປະກອນການສອນອັນໃໝ່ໃຫ້ແກ່ໂຮງຮຽນຂອງສອງບ້ານ ບ່ອນລະ 1 ຊຸດ, ໂຄງການບໍລິການສາທາລະນະໄດ້ມີຜົນປະໂຫຍດຕໍ່ 3000 ກວ່າຄົນໃນສອງບ້ານ ນັກຮຽນ 829 ຄົນ ແລະ ອາຈານສອນ 77 ຄົນ.

ໄດ້ດຳເນີນການລ້ຽງງົວ ການສານຕໍ່າຜ້າແພ ແລະ ການປູກສາລີຢູ່ບ້ານຊໍ້; ໄດ້ດຳເນີນການລ້ຽງງົວ ການລ້ຽງໄກ່ ການປູກຜັກໃນເຮືອນຮົ່ມ ການປູກຜັກທາງນອກ ການສານການຕໍ່າຜ້າແພ ແລະ ການທ່ອງທ່ຽວຊົນນະບົດເປັນຕົວແບບຢູ່ທີ່ບ້ານຊຽງລ້ອມຈຳນວນ 9 ໂຄງການ.

ໄດ້ຈັດສັນບ້ານໂຄງການທັງສອງບ້ານ ແລະ ບ້ານຕ້າຈ້າຍເມືອງລົງເຊິງເຂດກວາງຊີ ປະຕິບັດກິດຈະກຳ “ບ້ານມິດຕະພາບ”ກ່ຽວກັບການຢ້ຽມຢາມແລກປ່ຽນເຊິ່ງກັນແລະກັນ 2 ຊຸດ, ຄົນທີ່ເຂົ້າຮ່ວມການແລກປ່ຽນສຳລັບຝ່າຍລາວລວມ 25 ເທື່ອຄົນ, ຝ່າຍຈີນລວມ 15 ເທື່ອຄົນ.