​ຫຼາຍ​ປະ​ເທດເຜີຍ​ແຜ່​ການ​ສັກ​ຢາ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນແລ້ວ

2020-11-06 16:23:34 |ມາຈາກ: CRI

ຕາມສື່ມວນ​ຊົນ​ຕ່າງ​ປະ​ເທດ​ໄດ້​ລາຍ​ງານຂ່າວ​ວ່າ: ທ່ານ​ໂມ​ຮາ​ເມັດ ບິນ ຣາ​ຊິດ ອານ ມາກ​ຕຸມ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ຫະ​ລັດ​ອາ​ຣັບເອ​ມີ​ເຣດ​ ເຈົ້າຄອງ​ລັດ​ດູ​ໄບ​ກ່າວ​ວ່າ: ຕົນ​ໄດ້​ສັກ​ຢາ​ວັກ​ຊີນ​ໂຄວິດ-19 ທີ່​ຜະ​ລິດ​ໂດຍຈີນ.

ຕາມ​ຂ່າວ​ແຈ້ງວ່າ: ຢາ​ວັກ​ຊີນ​ດັ່ງ​ກ່າວ​ແມ່ນ​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ກຸ່ມ​ບໍ​ລິ​ສັດ​ຢາຈີນ​ຫຼື SINOPHARM, ປະ​ຈຸ​ບັນ​ກຳ​ລັງ​ທົດ​ລອງ​ນຳ​ໃຊ້​ຈິງ​ໃນ​ໄລ​ຍະ 3 ຄື​ໄລ​ຍະ​ສຸດ​ທ້າຍ. ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ນຳ​ເອົາ​ຂ່າວ​ຈາກ​ລັດ​ຖະ​ບານສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດມາ​ລາຍ​ງານວ່າ: ຢາ​ວັກ​ຊີນ​ດັ່ງ​ກ່າວ​ມີ​ຄວາມ​ປອດ​ໄພ​ແ​ລະ​ມີ​ສັບ​ພະ​ຄຸນ​ດີ. ຕາມ​ຂ່າວ​ແຈ້ງວ່າ: ກ່ອນ​ທ່ານອານ ມາກ​ຕຸມຈະສັກ​ຢາ​ວັກ​ຊີນ, ໄດ້​ມີ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ອາ​ຣັບເອ​ມີ​ເຣດ 10 ທ່ານສັກ​ຢາ​ວັກ​ຊີນ​ດັ່ງ​ກ່າວ​ແລ້ວ.

ນອກນີ້, ວັນ​ທີ 3 ພະ​ຈິກນີ້, ສຳ​ນັກຂ່າວ​ສານ​ຣອຍ​ເຕີ​ໄດ້​ນຳ​ເອົາ​ຂ່າວ​ຈາກສຳ​ນັກ​ຂ່າວ​ສານ​ບາ​ເຣນ​ມາ​ແຈ້ງວ່າ: ບາ​ເຣນໄດ້​ອະ​ນຸ​ມັດ​ທັນ​ທີ​ໃຫ້​ສັກ​ຢາ​ວັກ​ຊີນໂຄວິດ-19 ຂອງ​ຈີນ​ທີ່​ຢູ່​ໃນ​ຂັ້ນທົດ​ລອງ​ໄລ​ຍະ 3 ໃນ​ປະ​ຈຸ​ບັນແກ່​ພະ​ນັກ​ງານທີ່​ເຮັດ​ວຽກ​ຢູ່​ແນວ​ໜ້າຕ້ານ​ພະ​ຍາດ​ໂຄວິດ-19 ແຕ່​ວັນ​ທີ 3 ພະ​ຈິກນີ້​ເປັນ​ຕົ້ນ​ໄປ.