“ໂທດ​ກຳ 7 ຢ່າງ” ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ທົ່ວ​ໂລກ

2020-11-06 16:24:27 |ມາຈາກ: CRI

ໃນ​ຖາ​ນະ​ເປັນ​ມະ​ຫາ​ອຳ​ນາດ​ພຽງ​ໜຶ່ງ​ດຽວ​ຂອງ​ໂລກ, ອາ​ເມ​ຣິ​ກາ​ຄວນ​ ​ແບກຫາບ​ພັນ​ທະ​ສາ​ກົນ​ອັນ​ຄວນ​ຂອງ​ຕົນ, ແຕ່​ວ່າ, ໃນຫຼາຍ​ປີ​ມາ​ນີ້, ອາ​ເມ​ຣິ​ກາ​ພັດ​ສົ່ງ​ເສີມ​ລັດ​ທິ​ຝ່າຍ​ດຽວ ແລະ ທຳ​ລາຍ​ລະ​ບຽບ​ສາ​ກົນ​ຢ່າງ​ເປີດ​ແປນ. ​ສະ​ນັ້ນ, ມື້​ນີ້, ​ຈິ່ງ​ຂໍສະຫຼຸບ “ໂທດ​ກຳ 7 ຢ່າງ” ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ທົ່ວ​ໂລກ.

1: ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ​ຂອງ​ທົ່ວ​ໂລກ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ກໍ່​ສົງ​ຄາມ​ຢູ່ຫຼາຍ​ແຫ່ງ​​ຂອງໂລກ, ​ຍຸ​ຍົງ​ສົ່ງ​ເສີມ “ການ​ປະ​ຕິ​ວັດ​ສີ​ຢູ່​ແຫ່ງ​ຕ່າງໆ” ເຊິ່ງ​ໄດ້​ກາຍ​ເປັນ​ປັດ​ໄຈ​​ທີ່ບໍ່​​ມີ​ຄວາມແນ່ນອນ ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ທົ່ວ​ໂລກ; 2: ຂວ້ຳ​ບາດ​ປະ​ເທດ​ອື່ນ​ເລື້ອຍໆ ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ເສດ​ຖະ​ກິດ​ທົ່ວ​ໂລກ; 3: ເມົາ​ມົວ​ນຳ​ການ​​ຊ່ວງ​ເສັງ​ກຳ​ລັງ​ອາ​ວຸດ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ການ​ທະ​ຫານ​ຂອງ​ທົ່ວ​ໂລກ; 4: ຂັດ​ຂວາງ​ຂະ​ບວນ​ການຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ນິ​ເວດ​ທົ່ວ​ໂລກ. ອາ​ເມ​ຣິ​ກາ​ຖອນ​ຕົວ​ອອກ​ຈາກ “ສັນ​ຍາ​ປ​າ​ຣີ”, ປະ​ຕິ​ເສດ​ບໍ່​​ໃຫ້​ສັດ​ຕະ​ຍາ​ບັນ “ອະ​ນຸ​ສັນ​ຍາ​ກຽວ​ໂຕ” ແລະ ອື່ນໆ, ເປັນ “ຜູ້​ທຳ​ລາຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ” ທີ່​ຮັບ​ຮູ້​​ກັນ​ຢ່າງກວ້າງ​ຂວາງ; 5: ເຜີຍ​ແຜ່​​ຄວາມ​ເປັນມະ​ຫາ​ອຳ​ນາດ​ທາງວັດ​ທະ​ນະ​ທຳ, ເປັນ​ໄພ​ຂົ່​ມ​ຂູ່​ຕໍ່​ຄວາມໝັ້ນ​ຄົງ​​ດ້ານວັດ​ທະ​ນະ​ທຳ​ຂອງ​ທົ່ວ​ໂລກ; 6: ດຳ​ເນີນ​ການ​ຕິດ​ຕາມ​​ດັກ​ຟັງທາງ​ອິນ​ເຕີ​ເນັດ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ທົ່ວ​ໂລກ; 7: ທຳ​ລາຍ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ. ນັບ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ໄດ້​ທຳ​ລາຍ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ຢ່າງ​ເປີດ​ແປນ, ຖອນ​ຕົວ​ອອກ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ ເຊິ່ງ​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່​ງວ່າ: ອາ​ເມ​ຣິ​ກາ​ບໍ່​ຍອມ​ແບກ​​ຫາບພັນ​ທະ ແລະ ໜ້າ​ທີ່​​ຄວາມຮັບ​ຜິດ​ຊອບ​ຂອງ​ສາ​ກົນ ພ້ອມ​ທັງ​ຈັດ​ເອົາ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ​ຂອງ​ຕົນ​ໄວ້​ຢູ່​ເໜືອ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ທົ່ວ​ໂລກ.

ໃນ​ໂລກ​ປັດ​ຈຸ​ບັນ, ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າ​ຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ຈິ່ງ​ຈະ​ສາ​ມາດ​ຊຸກ​ຍູ້​ໃຫ້​ປະ​ຊາ​ຄົມ​ໂລກ​ຈະ​ເລີນ​ຮຸ່ງ​ເຮືອງ. ການ​ກະ​ທຳ​ແບບ​ເຫັນ​ແກ່​ຕົວ ແລະ ລັດ​ທິ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ແບບ​ນີ້​ຈະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ ແລະ ​ຈະ​ເປັນ​ໄປ​ບໍ່​ໄດ້​ຢ່າງ​ເດັດ​ຂາດ, ຍ່ອມ​ຈະ​ປະ​ສົບ​ຄວາມຫຼົ້ມ​ເຫຼວ​ໃນ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດຢ່າງ​ແນ່ນອນ.