ສຸມສາຍຕາເບິ່ງ|ຈີນສາ​ມາດ​​ດຶງ​ດູດການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ໄດ້​ເຖິງ 690 ຕື້​ໂດ​ລາ​ສະ​ຫະ​ບັດໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີຄັ້ງ​ທີ 13

2020-11-06 16:25:12 |ມາຈາກ: CRI

ຕາມ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ໄດ້ປະ​ກາດ​​ການ​ສະ​ຖິ​ຕິການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​​ຢູ່​ຈີນ​ປີ 2020 ​ໃນ​ວັນ​ທີ 5 ພະ​ຈິກນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 13 ຄື​ແຕ່​ປີ 2016-2020, ທົ່ວ​ປະ​ເທດ​ຈີນ​ຄາດ​ວ່າ​ສາ​ມາດ​ດຶງ​ດູດການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ໄດ້ທັງ​ໝົດ 690 ຕື້​ໂດ​ລາ​ສະ​ຫະລັດ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ 5 ປີຄັ້ງ​ທີ 12 ຈຳ​ນວນ 10 ຕື້​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ. ຕົວ​ເລກ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​​ເປີດເຜີຍ​​ນັ້ນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ແຜນ​ການ 5 ປີ​ຄັ້ງ​ທີ 13, ລາຍ​ຮັບ​ທີ່​ໄດ້​ຈາກ​ສ່ວຍ​​ສາ​ອາ​ກອນ​ຂອງວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ບັນ​ລຸເຖິງ 11400 ຕື້ກວ່າ​ຢວນ, ກວມ 19,3% ຂອງຍອດ​ມູນ​ຄ່າ​ສ່ວຍ​ສາ​ອາ​ກອນ​ໃນ​ທົ່ວ​ປະ​ເທດ, ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ 40 ລ້ານກວ່າ​ຄົນ​ທັງ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ.

ທ່ານ​ຈົ່ງ​ຊາງ​ຊິງ ຫົວ​ໜ້າ​ກົມ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ໃນ​ແຜນ​ການ​​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14 ກະ​ຊວງ​ການ​ຄ້າ​ຈີນ​ຈະ​ເລັ່ງ​ລັດ​ສ້າງ​ລະ​ບົບ​ແລະ​ລະ​ບຽບ​ການ​ຄຸ້ມ​ຄອງ​ທຶນ​ຕ່າງ​ປະ​ເທດ​ທີ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ສະ​ບັບ​ໃໝ່, ມອບ​ສິດ​​ໃນ​ດ້ານ​ການ​ປະ​ຕິ​ຮູບໃຫ້​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໃຫ້​ຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ຢ່າງ​ໜັກ​ແໜ້ນ, ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ໃຫ້​ແກ່ການ​ເປີດ​ປະ​ຕູ​ສູ່​ພາຍນອກ.