ງານ​ສົນ​ທະ​ນາ​ດ້ານ​ການ​ຄ້າ​ການ​ລົງ​ທຶນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້​ບັນ​ລຸ​​ສັນ​ຍາເຈດ​ຈຳ​ນົງ​ການ​ຮ່ວມ​ມື 800 ກວ່າ​ລາຍ​ການ

2020-11-10 17:34:41 |ມາຈາກ: CRI

ວັນ​ທີ 8 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ​ໄດ້​ໃຫ້​ຮູ້​ວ່າ: ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 7 ພະ​ຈິກ​ນີ້, ງານ​ສົນ​ທະ​ນາ​ດ້ານການ​ຄ້າ​ການ​ລົງ​ທຶນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້ດຶງ​ດູດຜູ້​ເຂົ້າ​ຮ່ວມ​​ວາງ​ສະ​ແດງ 674 ແຫ່ງ ແລະ​ຜູ້​ຈັດ​ຊື້ 1351 ແຫ່ງ​ທີ່​ມາ​ຈາກ 64 ປະ​ເທດ​ແລະ​ເຂດ​ແຄ້ວນ​ມາເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ທາງ​ອອນ​ລາຍ​ແລະ​ອອ​ຟ​ລາຍ, ໄດ້​ບັນ​​ລຸ​ສັນ​ຍາ​ເຈດ​ຈຳ​ນົງ​ການ​ຮ່ວມ​ມື 861 ລາຍ​ການ.

ທ່ານ ຂົງ​ຟູ​ອ່ານ, ຮອງ​ຫົວ​ໜ້າອົງ​ການ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​​ໄດ້ແນະ​ນຳ​ໃຫ້​ຮູ້​ວ່າ, ໃນ​ງານ​ວາງ​ສະ​ແດງ​ເທື່ອ​ນີ້, ມີ​ຜະ​ລິດ​ຕະ​ພັນໃໝ່, ເຕັກ​ນິກ​ໃໝ່ ແລະການ​ບໍ​ລິ​ການ​ໃໝ່ ຫຼາຍ​ຮ້ອຍຢ່າງ​ໄດ້​ນຳ​ມາ​ສະ​ເໜີເປັນ​ຄັ້ງ​ທຳ​ອິດ​ໃນໂລກ, ເປັນ​ຄັ້ງ​ທຳ​ອິດ​ຢູ່​ອາ​ຊີ​ແລະ​ຈີນ. ໃນ​ນັ້ນ, ມີ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ແມ່ນນຳ​ສະ​ເໜີເປັນ​ຄັ້ງ​ທຳ​ອິດ​ຂອງໂລກ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ, ວິ​ສາ​ຫະ​ກິດ​ທົ່ວ​ໂລກ​​ໄດ້ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະ​ຫຼາດ​ຈີນ, ​ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຈີນ. ໃນ​​ຈຳ​ນວນວິ​ສາ​ຫະ​ກິດ​ຫຼາຍ​ພັນ​ແຫ່ງ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ນັ້ນ, ຈຳ​ນວນ​ວິ​ສາ​ຫະ​ກິດ​ຂອງ​ຍີ່​ປຸ່ນ​ແມ່ນ​ຫຼາຍ​ທີ່​ສຸດ, ​ສ່ວນເນື້ອ​ທີ່​ວາງ​ສະ​ແດງ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ພັດກວ້າງກວ່າ​ໝູ່. ​ນອກ​ນີ້, ຍັງ​ມີວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ​ໂລກ 500 ກວ່າ​ແຫ່ງ​ທີ່​ມາ​ຈາກ 47 ​ປະ​ເທດ​ແລະ​ເຂດ​ແຄ້ວນ ​ທີ່​ລຽ​ບຕາມ “​ໜຶ່ງ​ເລວ​ໜຶ່ງ​ເສັ້ນ​ທາງ” ໄດ້ມາ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ​ແລະ​ມີເນື້ອ​ທີ່​ວາງ​ສະ​ແດງ​ເກືອບ 4 ໝື່ນ​ຕາ​ແມັດ.