ທ່ານ​ສີ​ຈີ້ນ​ຜິງ ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ສາ​ກົນ​ ​ຄັ້ງ​ທຳ​ອິດ

2020-11-10 17:35:23 |ມາຈາກ: CRI

ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈີ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ ໄດ້​ສົ່ງ ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ສາ​ກົນ​ ​ຄັ້ງ​ທຳ​ອິດ​ໃນ​ຂອບເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວວ່າ, ໃນ​ໂລກ​ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​ການ​ປ່ຽນ​ແປງ​​ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​​ຍັງບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ, ​ແຕ່​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​​ອັນ​ເລິກ​ເຊິ່ງ​ມາ​ສູ່ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ, ​ເຊິ່ງໄດ້​ສະ​ໜອງ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ກາ​ນ​ແກ້​ໄຂ​ແລະ​ຮັບ​ມື​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ແຫ່ງ​ການ​ພັ​ດ​ທະ​ນາ​​ທີ່​ມີລັກ​ສະ​ນະ​ທົ່ວ​ໂລກ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເຕັກ​ນິກວິ​ທະ​ຍາ​ສາດ​ຄວນ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ມວນ​ມະ​ນຸດ. ປັດ​ຈຸ​ບັນ, ທົ່ວ​ໂລກ​ພວມ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ເຊັ່ນ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ເພີ່ມ​ທະ​ວີ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ, ຊຸກ​ຍູ້​ການ​ແລ​ກ​ປ່ຽນກັບ​ປະ​ເທດ​ຕ່າງໆ​ໃນດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ​ແລະ​ການ​ປະ​ດິດ​ສ້າງ​ໃໝ່ ທີ່​ເປີດກວ້າງ​ແລະ​ກວມ​ລວມກວ່າ​ເກົ່າ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​​ຊົມ​ໃຊ້ຮ່ວມ​ກັນ, ເພື່ອ​​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​​​ໃຫ້ເສດ​ຖະ​ກິດ​ໂລກສາ​ມາດ​ຟື້ນຄືນໃໝ່​ທັງ​ເປັນ​ການ​​ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ແລະ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ມາ​ກາວ ໄດ້ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ສາ​ກົນ, ​ເປັນ​ການ​ຈັດ​ເວ​ທີ​ສຳ​ຄັນ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ ວິ​ທະ​ຍ​າ​ສາດ, ເຕັກ​ໂນ​ໂລ​ຊີ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​​ໂລກ.