ນັບແຕ່ເວລາ 0 ໂມງຫາ 24 ໂມງຂອງວັນທີ 9 ພະ​ຈິກ​ ແຂວງຢຸນນານມີຜູ້ຕິດພະຍາດໂຄວິດ-19ເພີ່ມຂຶ້ນ 3 ກໍລະນີມາຈາກຕ່າງປະເທດ ແລະ ເປັນ​ຜູ້​ຕິດ​ເຊື້ອ​ທີ່ບໍ່​ມີ​ອາ​ການ

2020-11-11 10:36:30 |ມາຈາກ: Yunnan Gateway

ນັບແຕ່ເວລາ 0 ໂມງຫາ 24 ໂມງຂອງວັນທີ 9 ພະ​ຈິກ, ແຂວງຢຸນນານມີຜູ້ຕິດພະຍາດໂຄວິດ-19 ເພີ່ມຂຶ້ນ 3 ກໍລະນີມາຈາກຕ່າງປະເທດ ແລະ ເປັນ​ຜູ້​ຕິດ​ເຊື້ອ​ທີ່ບໍ່​ມີ​ອາ​ການ, ລ້ວນ​ແຕ່ແມ່ນຄົນມຽນມາ ແລະເດີນທາງມາຈາກປະເທດມຽນມາ. ຮອດເວລາ 24 ໂມງຂອງວັນທີ 9 ພະ​ຈິກ, ແຂວງຢຸນນານມີຜູ້ຕິດພະຍາດໂຄວິດ-19 ຈຳນວນ 4 ກໍລະນີມາຈາກຕ່າງປະເທດ, ເປັນ​ຜູ້​ຕິດ​ເຊື້ອ​ທີ່ບໍ່​ມີ​ອາ​ການ 6 ກໍລະນີ, ຜູ້ປ່ວຍທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້, ແລະ ໄດ້ຖືກຕິດຕາມສັງເກດຈາກທາງການແພດຢູ່.