ທ່ານ ຈິນດາສັກ ຍົກຫມັ້ນຄົງ: ປະຕູຕະຫຼາດຂອງຈີນເປີດກວ້າງນັບມື້ນັບຫຼາຍຂຶ້ນ

2020-11-11 10:38:44 |ມາຈາກ: Yunnan Gateway

ໃນວັນທີ 9 ພະຈິກ, ທ່ານ ຈິນດາສັກ ຍົກຫມັ້ນຄົງ ຜູ້ອຳນວຍການໃຫຍ່ ບໍລິສັດ NTP ການຄ້ານ້ຳມັນເຊື້ອໄຟ ມະຫາຊົນໃຫ້ສຳພາດຕໍ່ນັກຂ່າວ ວ່າ:“ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນປີນີ້,ບໍລິສັດນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດແຫ່ງຊາດຈີນຈຳກັດ (China National Petroleum Corporation)ໄດ້ເຊັນສັນຍາການຈັດຊື້ຫລາຍກວ່າ 30 ສະບັບກັບຜູ້ສະໜອງສິນຄ້າຈາກຕ່າງປະເທດຫລາຍກວ່າ 30 ແຫ່ງ, ນີ້​ຫມາຍ​ຄວາມ​ວ່າປະຕູຕະຫຼາດຂອງຈີນໄດ້ເປີດກວ້າງນັບມື້ນັບຫຼາຍຂຶ້ນ.”

ລາວເວົ້າວ່າ, ການຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນພາຍໃຕ້ການລະບາດຂອງພະຍາດໂຄວິດ-19 ແມ່ນມີຄວາມໝາຍເລິກເຊິ່ງທີ່ສຸດ , ມັນບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສາມາດການຄຸ້ມຄອງທີ່ເຂັ້ມແຂງຂອງລັດຖະບານຈີນໃນດ້ານເສດຖະກິດ, ສາທາລະນະສຸກ ແລະອື່ນໆ, ຍັງໄດ້ສະແດງພາບພົດຂອງປະເທດຈີນໃຫ້ທົ່ວໂລກໄດ້ເຫັນເຖິງ ຄວາມສາມັກຄີໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19ຈົນໄດ້ຮັບຜົນສຳເລັດ.

ບໍລິສັດ NTP ການຄ້ານ້ຳມັນເຊື້ອໄຟມະຫາຊົນ ກັບ ປະເທດຈີນ ມີການຕິດຕໍ່ພົວພັນກັນຢ່າງໃກ້ຊິດ, ໃນປີ2018, ບໍລິສັດ NTP ໄດ້ບັນລຸການຮ່ວມມືຄັ້ງທຳອິດກັບບໍລິສັດທຸລະກິດສາກົນນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດຈີນຢຸນນານຈຳກັດ. ເຖິງແມ່ນວ່າໃນປະຈຸບັນການຮ່ວມມືໄດ້ສິ້ນສຸດລົງ, ແຕ່ບໍລິສັດ NTP ຍັງສືບຕໍ່ສະໜອງນ້ຳມັນກາຊວນສຳລັບການກໍ່ສ້າງທາງລົດໄຟລາວ-ຈີນ.

“ສະຖານທີ່ກໍ່ສ້າງທາງລົດໄຟລາວ-ຈີນສ່ວນໃຫຍ່ແມ່ນຕັ້ງຢູ່ເຂດຫ່າງໄກສອກຫຼີກ, ມີການສັນຈອນຫຍຸ້ງຍາກ ແລະ ການຄົມມະນາຄົມບໍ່ສະດວກ. ບໍ່ວ່າມັນຈະຫຍຸ້ງຍາກປານໃດກໍ່ຕາມ, ທີມງານຂອງພວກເຮົາຕ້ອງໄດ້ສົ່ງນ້ຳມັນກາຊວນໄປຮອດປາຍທາງໃຫ້ທັນເວລາ ແລະ ຮັບປະກັນຄຸນນະພາບ.”ທ່ານ ຈິນດາສັກ ຍົກຫມັ້ນຄົງ ຮູ້ສຶກພາກພູມໃຈທີ່ໄດ້ເຂົ້າຮ່ວມໃນການກໍ່ສ້າງຂໍ້ລິເລີ່ມ"ໜຶ່ງແລ້ວໜຶ່ງເສັ້ນທາງ". ທ່ານກ່າວວ່າ: "ຂ້າພະເຈົ້າຫວັງວ່າຈະມີໂອກາດທີ່ເໝາະສົມໃນອະນາຄົດ, ໃນການຮ່ວມມືກັບຈີນໃນດ້ານນ້ຳມັນເຊື້ອໄຟ."