ທ່ານ​ສີ​ຈີ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີປະ​ມຸກ​ລັດປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ​ຄັ້ງ​ທີ 20 ທັງ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

2020-11-11 17:37:16 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ຂອງປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ຜ່ານ​ທາງວິ​ດີ​ໂອຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ສົ່ງ​ເສີມ​ນ້ຳ​ໃຈ​ຊຽງ​ໄຮ ລົງ​ເລິກ​ຮັດ​ແໜ້ນຄວາມ​ສາ​ມັກ​ຄີ​ແລະ​ການ​ປະ​ສານ​ງານ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າກຳ​ທີ່​ໜັກ​ແໜ້ນກວ່າ​ເກົ່າ”. ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄວນ​ສົ່ງ​ເສີມ​ນ້ຳ​ໃຈ​ຊຽງ​ໄຮ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນ​ຄົງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຊຸກ​ຍູ້​ການ​ປະ​ສານ​ຈິດ​ໃຈ​ຂອງປະ​ຊາ​ຊົນ​, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ດ້ານ​ສາ​ທາ​ລະ​ນະ​ສຸກ, ປະ​ຊາ​ຄົມ​ຄວາມ​ໝັ້ນ​ຄົງ, ປະ​ຊາ​ຄົມ​ການ​ພັດ​ທະ​ນາ​ແລະ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ, ​ສະ​ແຫວງ​ຫາ​ການ​ກະ​ທຳ​ຕົວ​ຈິງ​ໃຫ້ຫຼາຍ​ກວ່າ​ເກົ່າ ເພື່ອ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ກຳ​ລັງ​ເລັ່ງ​ລັດສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ທີ່​ໃໝ່​ອ່ຽງໃຫ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃໝ່​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຍິ່ງ​ຫຼາຍກວ່າ​ເກົ່າ. ຈີນ​ຈະ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຍິນ​ດີ​ຕ້ອນ​ຮັບ​ຝ່າຍ​ຕ່າງໆ​ກຳແໜ້ນ​ອາ​ກາດໃໝ່​ແຫ່ງ​ການ​ພັ​ດ​ທະ​ນາ​ຂອງ​ຈີນ, ຕັ້ງ​ໜ້າ​ລົງ​ເລິກ​ການ​ຮ່ວ​ມ​ມື​ກັບ​ຈີນ.

ກອງ​ປະ​ຊຸມ​ໄດ້​ຜ່ານ​ແລະ​ປະ​ກາດ “ຖະ​ແຫຼງ​ການ​ມົ​ສ​ກູ​ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ”, ຖ​ະ​ແຫຼງ​ການ​ຕ່າງໆ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ.