​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້ປິດລົງ ແຂວງຢຸນນານໄດ້ເຊັນໃບຈຸດປະສົງສັ່ງຊື້ຫຼາຍກວ່າ 100 ສະບັບ

2020-11-12 18:33:46 |ມາຈາກ: Yunnan Gateway

ວັນທີ 10 ພະຈິກ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້ປິດລົງທີ່ນະຄອນຊຽງໄຮ້. ຮອດເວລາ 18 ໂມງຂອງວັນທີ 9 ພະຈິກ, ຄະນະການຄ້າແຂວງຢຸນນານໄດ້ເຊັນໃບຈຸດປະສົງສັ່ງຊື້ທັງໝົດ 116 ສະບັບ.

ສິນຄ້າທີ່ສັ່ງຊື້ມີຫຼາຍປະເພດເຊັ່ນ ອາຫານ ແລະ ຜະລິດຕະພັນກະສິກຳ, ອຸປະກອນການແພດ, ອຸປະກອນເຄື່ອງຈັກ, ລົດຍົນ ແລະ ເຄື່ອງອຸປະໂພກບໍລິໂພກເປັນຕົ້ນ. ການສັ່ງຊື້ຜະລິດຕະພັນໃໝ່ຂອງຄະນະການຄ້າແຂວງຢຸນນານໃນຄັ້ງນີ້ແມ່ນມີຄວາມກ່ຽວຂ້ອງກັບຂະແໜງການຕົນເອງແລະ ໂຄງປະກອບການບໍລິໂພກຢ່າງໃກ້ຊິດ. ​ຄະນະການຄ້າ ແລະ ວິສາຫະກິດຂອງຢຸນນານໄດ້ອາໄສງານ​ວາງ​ສະ​ແດງ ຈັບມືກັບທຸກຝ່າຍ, ແລະພະຍາຍາມເຮັດໃຫ້“ສິນຄ້າວາງສະແດງກາຍເປັນສິນຄ້າ, ແລະ ຜູ້ມາວາງສະແດງໃຫ້ກາຍເປັນນັກລົງທຶນ”.