ເສດ​ຖະ​ກິດ​ດີ​ຈີ​ຕອນ​​ໄດ້​ກວມ​ເອົາ 36% ຂອງ GDP ຂອງ​ຈີນ

2020-11-17 18:04:07 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຊັບ​ພະ​ຍາ​ກອນ​ພື້ນ​ຖານ​ອິນ​ເຕີ​ເນັດ​ຈີນ​ຄັ້​ງ​ທີ 2 ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຢາງ​ສຽວ​ເວີຍ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ການ 5 ປີ​ຄັ້ງ​ທີ 13”ຂອງ​ຈີນ, ພາ​ລະ​ກິດ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ປະ​ສົບ​ຜົ​ນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ; ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໄດ້​ເພີ່ມ​ຂຶ້ນ​ຈາກ 11.000 ຕື້ຢວນ​ໃນ​ຕົ້ນ​ໄລ​ຍະ​ຂອງ​ການ​ປະ​ຕິ​ບັດ “ແຜນ​ການ 5 ປີ​ຄັ້ງ​ທີ 13” ເປັນ 35.800 ຕື້ຢວນ​ໃນ​ປີ 2019, ໄດ້​ກວມ​ເອົາ 36% ຂອງ GDP ຂອງ​ຈີນ ແລະ ມີ​ອັດ​ຕາ​ປະ​ກອບ​ສ່ວນ​ຕໍ່ GDP ສູງ​ເຖິງ 67,7%. ໃນ​ໄລ​ຍະ 5 ປີ​ດັ່ງ​ກ່າວ, ຂະ​ແໜງ​ການ​ຊັບ​ພະ​ຍາ​ກອນ​ພື້ນ​ຖານ​ຂອງ​ອິນ​ເຕີ​ເນັດ​ຈີນ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ, ຈຳ​ນວນ​ຜູ້​ໃຊ້​ອິນ​ເຕີ​ເນັດ​ໄດ້​ເພີ່ມຂຶ້ນ​ຈາກ 688 ລ້ານ​ຄົນ​ໃນ​ປີ 2016 ​ເປັນ 940 ລ້ານ​ຄົນ​ໃນ​ປີ 2020, ອັດ​ຕາ​ການ​ຂະ​ຫາຍ​ການ​ນຳ​ໃຊ້ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ​ໄດ້​ເພີ່ມ​ຂຶ້ນຈາກ 50,3% ​ເປັນ 67% ແລະ ໄດ້​ລື່ນ​ກາຍ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ໂລກ. ຈຳ​ນວນ​ຊື່​ເຂດ​ອິນ​ເຕີ​ເນັດລະ​ດັບ​ຊາດ​ຈີນ​ທີ່​​ລົງ​ທ້າຍ​ດ້ວຍ “.CN” ມີຫຼາຍກວ່າ 23 ລ້ານ​​ເຂດ, ຊັບ​ພະ​ຍາ​ກອນ​ພື້ນ​ຖານ​ອິນ​ເຕີ​ເນັດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດທີ່​ພົ້ນ​ເດັ່ນ​ກວ່າ​ເກົ່າ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ.