ທ່ານ​ວາງ​ຊີ​ຊ່ານ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ປະ​ດິດ​ສ້າງ​ໃໝ່​ປີ 2020

2020-11-17 18:05:44 |ມາຈາກ: CRI

ວັນ​ທີ 16 ພະ​ຈິກ​ນີ້, ທ່າ​ນ​ວາງ​ຊີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງ​ວິ​ດີ​ໂອ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສ​ດ​ຖະ​ກິດ​ປະ​ດິດ​ສ້າງ​ໃໝ່​ປີ 2020.

ທ່ານ​ວາງ​ຊີ​ຊ່ານ ເນັ້ນ​ໜັກ​ວ່າ: ຈີນ​ຈະ​ຜະ​ເຊີນ​ກັບ​​ສະ​ພາບການ​ປ່ຽນ​ແປງ​ໂດຍ​ກົງ, ​ຈີນ​ຈະປະ​ຕິ​ບັດ​​ຕາມທັດ​ສະ​ນະ​​ການພັດ​ທະ​ນາ​ໃໝ່, ເພື່ອ​ບັນ​ລຸ​​ເປົ້າ​ໝາຍ​ແບບກ້າວ​ກະ​ໂດດ​ອີກ​ຄັ້ງໃໝ່​ໃນປະ​ຫວັດ​ສາດ. ຈີນ​ພວມ​ເປີດກວ້າງ​ການ​ນຳ​ເຂົ້າ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ທີ່​​ຄຸ້ມ​ຄອງ​ດ້ວຍ​ກົດ​ໝາຍ, ມີ​ລັກ​ສະ​ນະ​ສາ​ກົນ​ແລະ​ມີ​ຄວາມ​ສະ​ດວກ, ສ້າງ​ເວ​ທີ​ໃໝ່​​ໃຫ້​ກັບການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ, ລົງ​ເລິ​ກ​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​​ລະ​ດັບພາກ​ພື້ນ​ແບບ​ສອງ​ຝ່າຍ​ຫຼື​ຫຼາຍ​ຝ່າຍ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກກວ້າງ​ຂວາງກວ່າ​ເກົ່າ, ກວມ​ລວມກວ່າ​ເກົ່າ, ໃຫ້​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ, ດຸນ​ດ່ຽງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​​ໃນ​ຂະ​ບວນ​ການ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ​ກັນ, ສະ​ສົມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ຂະ​ບວນ​ການ​ຮ່ວມ​ມື​ແລະ​ມີ​ຄວາມ​ກ້າວ​ໜ້າ​ຮ່ວມ​ກັນ​ໃນ​ຂະ​ບວນ​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ປະ​ດິດ​ສ້າງ​ໃໝ່​ຄັ້ງ​ນີ້​ແມ່​ນ​ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ​ຈີນ​, ບ​ລູມ​ບີກ ແອວ​ພີ ຂອງ​ອາ​ເມ​ຣິ​ກາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ​ອັງ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ອື່ນໆ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​​ຮູບແບບກອງ​ປະ​ຊຸມ​​ຜ່ານ​ທາງວິ​ດີ​ໂອ.