ຈີນ​ຈະ​ຊຸກ​ຍູ້​ໃຫ້​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່​າ​ເກົ່າ

2020-11-17 18:07:45 |ມາຈາກ: CRI

ວັນ​ທີ 14 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນໄດ້​ເປັນ​ປ​ະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊ​ຢ່າງ​ຮອບ​ດ້ານ​ຢູ່​ນະ​ຄອນ​ນານ​​ກິ່ງ ແຂວງ​ຈ່ຽງ​ຊູ່​ທີ່​ຕັ້ງຢູ່​ຍ່ານ​ໃຕ້​ຂອງ​ແມ່​ນ້ຳ​ຢາງ​ເຊ. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ທີ3 ທີ່​ທ່ານ​ສີ​ຈິ້ນ​ຜິງຈັດ​ຂຶ້ນ​ໃນຮອບ 5 ປີ​ຜ່ານ​ມາ​ເພື່ອ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊ. ທ່ານ​ກ່າວ​ເນັ້ນ​ວ່າ: ແຂວງ ແລະ​ກຳ​ແພງ​ນະ​ຄອນ​ທີ່​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ເຊ​ຕ້ອງ​ກຳ​ນົດ​ຖາ​ນະ​ບົດ​ບາດ​ຂອງ​ຕົນ​ໃຫ້​ແນ່ນອນ​ໃນ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່​ທີ່ຖື​ຮອບ​ໝູນ​ວຽນ​ພາຍ​ໃນ​ປະ​ເທດແລະສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ເປັນ​ເຈົ້າ​ການ​ເປີດ​ກວ້າງ​ຕະຫຼາດ​ສູ່​ໂລກ.

ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊກວມ​ເອົາ 11 ແຂວງແລະກຳ​ແພງ​ນະ​ຄອນ, ມີປະ​ຊາ​ກອນແລະ ລວມຍອດຜະລິດຕະພັນພາຍໃນກວມ​ເອົາ​ປະ​ມານເຄິ່ງ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ, ແມ່ນສູນ​ກາງ​ທາງ​ດ້ານເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ຈີນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ, ທັງ​ເປັນ​ເຂດ​ເຊື່ອມ​ຈອດ​ກັນ​ທີ່ສຳຄັນຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຢູ່​ພາຍ​ໃນ​ປະ​ເທດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ແຂວງແລະ ກຳ​ແພງ​ນະ​ຄອນທີ່​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ເຊ​ຕ້ອງ​ປະ​ສານ​ສົມ​ທົບ​ການເປີດປະຕູສູ່ພາຍນອກກັບເຂດ​ແຄມ​ທະ​ເລ,ເຂດ​ຊາຍ​ແດນ​ ແລະ​ເຂດ​ດ້ານໃນinland, ເລັ່ງ​ລັດ​ການສ້າງ​ຈຸດ​ຍຸດ​ທະ​ສາດ​ດ້ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢູ່​ເຂດ​ດ້ານໃນ​​ໃຫ້ຫຼາຍກວ່າ​ເກົ່າ, ຍົກ​ສູງ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ເຂດ​ຊາຍ​ແດນ, ເພື່ອໃຫ້ບັນ​ລຸ​ການ​ນຳ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງແລະກ້າວ​ສູ່ໂລກໃນ​ລະ​ດັບ​ສູງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານ​ການ​ຄ້າ, ດຶງດູດການລົງທຶນຂອງ​ຕ່າງ​ປະ​ເທດ​ໃຫ້​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ. ຕ້ອ​ງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊໃຫ້ສາມາດເຊື່ອມ​ໂຍງ​ກັບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ, ເລັ່ງ​ລັດ​ການ​ສ້າງ​ຈຸດ​ຍຸດ​ທະ​ສາດ​ທີ່​ຄ້ຳ​ຊູ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຕາມ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ເຊ, ເປີດກວ້າງ​ການ​ລົງ​ທຶນແລະການ​ຄ້າ, ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳແລະ ການ​ເຊື່ອມ​ໂຍງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ.