ໂດຍຜ່ານການເຈລະຈາເປັນເວລາ 8 ປີ, 15 ປະເທດພາຄີໄດ້ລົງນາມໃນ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ໃນທີ່ສຸດ. ນີ້ເປັນຫຼັກໝາຍທາງດ້ານປະຫວັດສາດຂອງການຮ່ວມມືໃນພາກພື້ນອາຊີປາຊີຟິກແນ່ນອນ.
ເປັນເວລາດົນນານມາແລ້ວ, ຄົນທັງຫຼາຍຮູ້ແຕ່ໂລກາພິວັດທີ່ນຳພາໂດຍອາເມຣິກາ. ໃນໄລຍະຕົ້ນຂອງສັດຕະວັດທີ 21, ຍ້ອນໄດ້ຮັບຜົນກະທົບຈາກເຫດການ 11 ກັນຍາ, ອາເມຣິກໄດ້ຫັນຄວາມສົນໃຈໄປສູ່ຕາເວັນອອກກາງ ແລະ ໄດ້ຫຼຸດຄວາມສົນໃຈຕໍ່ອາຊີຕາເວັນອອກ. ຈົນຮອດໄລຍະເກີດວິກິດການທາງດ້ານການເງິນປີ 2008, ວົງການການເມືອງ ແລະ ວົງການເສດຖະກິດອາເມຣິກາໄດ້ຫັນຄວາມສົນໃຈມາສູ່ອາຊີຕາເວັນອອກອີກຄັ້ງໜຶ່ງ, ຮຽກຮ້ອງໃຫ້ປະເທດອາຊີຕາເວັນອອກ, ໂດຍສະເພາະແມ່ນຈີນຕ້ອງດຳເນີນການສ້າງຄວາມສົມດຸນຄືນໃໝ່ ແລະ ເປີດກວ້າງການເປີດຕະຫຼາດອີກ. ພາຍຫຼັງວິກິດການການທະນາຄານປີ 2008 ແລ້ວ, ຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໄດ້ຫຼຸດລົງເປັນກ້າວໆຈາກລະດັບທີ່ເຄີຍສູງສຸດ ຄືກວມ 60% ຂອງ GDP ຂອງຈີນ. ນັກວິເຄາະບາງຄົນເຫັນວ່າ: ນີ້ສະແດງໃຫ້ເຫັນວ່າ: ຮູບແບບການພັດທະນາທີ່ອີງອາໄສການສົ່ງອອກ ທີ່ຫຼາຍປະເທດອາຊີຕາເວັນອອກຍຶດຖືມານັ້ນ ຈະສິ້ນສຸດລົງແລ້ວ. ພາຍໃຕ້ສະພາບການດັ່ງກ່າວ, ປີ 2011, ອາຊຽນໄດ້ສະເໜີຍຸດທະສາດ RCEP ອອກມາ, ປີ 2012, ອາຊຽນໄດ້ເຊື້ອເຊີນຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົສຕຣາລີ, ນິວຊີແລນ ແລະ ອິນເດຍເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືໃນພາກພື້ນ, ຊຸກຍູ້ການສ້າງປະຊາຄົມ ເພື່ອປົກປັກຮັກສາ “ຖານະໃຈກາງ” ຂອງອາຊຽນ.
ເຖິງວ່າລັດຖະບານທຣຳໄດ້ສ້າງຄວາມຂັດແຍ້ງດ້ານການຄ້າກັບຈີນຮຸນແຮງຂຶ້ນເລື້ອຍໆ, ແຕ່ປະເທດໃນພາກພື້ນອາຊີຕາເວັນອອກພັດຮັບຮູ້ໄດ້ຢ່າງເລິກເຊິ່ງກວ່າເກົ່າວ່າ: ຈີນຈະເສີມຂະຫຍາຍບົດບາດສຳຄັນກວ່າເກົ່າໃນການຮ່ວມມືໃນພາກພື້ນອາຊີ. ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ລັດຖະບານທຣຳບໍ່ພຽງແຕ່ບໍ່ໄດ້ພະຍາຍາມຕ້ານກັບການແຜ່ລະບາດຂອງພະຍາດເທົ່ານັ້ນ, ຫາກຍັງໃຊ້ຄວາມກົດດັນຕໍ່ຈີນອີກຢ່າງຮຸນແຮງ, ຄວາມຂັດແຍ້ງລະຫວ່າງຈີນແລະອາເມຣິກາໄດ້ດຸເດືອດຂຶ້ນຢ່າງວ່ອງໄວຈິ່ງເຮັດໃຫ້ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກເກີດມີຄວາມວິຕົກກັງວົນ. ເວົ້າສຳລັບປະເທດໃນພາກພື້ນນີ້ແລ້ວ, ການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າເສລີ ແລະ ການສ້າງສະພາບແວດລ້ອມພາຍນອກທີ່ດີກວ່າເກົ່າທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຕົນ ຈະເປັນຫົວຂໍ້ທີ່ສຳຄັນກວ່າເກົ່າ.
ເປັນທີ່ຈະແຈ້ງແລ້ວວ່າ, ປະເທດໃນພາກພື້ນບໍ່ພໍໃຈນຳ “ສັນຍາການພົວພັນຄູ່ຮ່ວມຂ້າມປາຊີຟິກທີ່ກ້າວໜ້າແລະຮອບດ້ານ” ຫຼື CPTTP ທີ່ຍີ່ປຸ່ນນຳໜ້າໃນການສະເໜີຂໍ້ລິເລີ່ມ ແລະ ຍິ່ງຢາກເຂົ້າຮ່ວມການຮ່ວມມືເສດຖະກິດພາກພື້ນທີ່ຈີນມີສ່ວນຮ່ວມ ແລະ ຊຸກຍູ້ສົ່ງເສີມ. ຕົວເລກຂໍ້ມູນຫຼ້າສຸດທີ່ອົງການກອງທຶນເງິນຕາສາກົນ ຫຼື IMF ເປີດເຜີຍໄດ້ສະແດງໃຫ້ເຫັນວ່າ: ຍອດປະລິມານເສດຖະກິດຂອງຈີນກວມອັດຕາສ່ວນຂອງ 15 ປະເທດພາຄີ RCEP ຈະເພີ່ມຂຶ້ນຈາກ 57,1% ໃນປີ 2020 ເປັນ 61,4% ໃນປີ 2025, ຍອດປະລິມານເສດຖະກິດຂອງຍີ່ປຸ່ນພັດຈະຫຼຸດລົງຈາກ 18,9% ເປັນ 16%. ແນ່ນອນແລ້ວວ່າ: ການຮ່ວມມືດ້ານເສດຖະກິດພາກພື້ນຈະມີຄວາມສາມາດບົ່ມຊ້ອນຫຼາຍປານໃດ, ຖ້າຂາດຕະຫຼາດຈີນ, ຈະເປັນໄປໄດ້ຍາກ.
ພາຍຫຼັງຈີນຕົກລົງຮັບຮອງການພັດທະນາໃນຮູບແບບ “ສອງຮອບໝູນວຽນ” ຫຼືຮອບໝູນວຽນເສດຖະກິດພາຍໃນເປັນຫຼັກ ແລະ ຮອບໝູນວຽນເສດຖະກິດພາຍນອກແລະຕ່າງປະເທດຊ່ວຍຊູຍູ້ໜູນກັນແລ້ວ, ຫຼາຍປະເທດໃນພາກພື້ນກໍສົນໃຈເປັນພິເສດ, ທັງໄດ້ມີການວິເຄາະວ່າ: ຈະຈັດເອົາ RCEP ເປັນຮອບໝູນວຽນຊັ້ນນອກວົງທີ 1, ໂດຍຫວັງວ່າຈະຖືໂອກາດເຊັນສັນຍາ RCEP ເປັນການແບ່ງປັນໂອກາດການພັດທະນາຈາກຈີນໃຫ້ໄດ້ດີກວ່າເກົ່າ. ທີ່ຈິງແລ້ວ, ບໍ່ວ່າຈະສັງເກດຈາກດ້ານເສດຖະກິດ ຫຼື ດ້ານການເມືອງ, ການເຊັນສັນຍາ RCEP ລ້ວນແຕ່ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາອັນເດັດດ່ຽວຂອງຈີນໃນການເປີດກວ້າງການເປີດປະຕູສູ່ພາຍນອກ. ຄຽງຄູ່ກັບຈີນເປີດປະຕູສູ່ພາຍນອກຢ່າງຮອບດ້ານກວ່າເກົ່າ, ເລິກເຊິ່ງກວ່າເກົ່າ ແລະ ມີຮູບແບບຫຼາຍກວ່າເກົ່າ, ທັງປັບປຸງສະພາບການຄ້າກັບຕ່າງປະເທດ ແລະ ການລົງທຶນຢູ່ຕ່າງປະເທດໃຫ້ດີຂຶ້ນຕື່ມອີກ ແລະ ພະຍາຍາມເຊື່ອມຕໍ່ກັບກະຕິກຳດ້ານການຄ້າ ແລະ ການລົງທຶນສາກົນທີ່ມີມາດຕະຖານສູງເລື້ອຍໆ, ການຮ່ວມມືດ້ານເສດຖະກິດລະຫວ່າງຈີນກັບບັນດາປະເທດພາຄີ RCEP ຈະມີລະດັບສູງກວ່າເກົ່າ, ທ່ວງທ່າໃນການປົກປ້ອງລັດທິຫຼາຍຝ່າຍ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນພາກພື້ນນີ້ ກໍຈະມີຄວາມໝັ້ນຄົງກວ່າເກົ່າ.