ທ່ານ​ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບຣິກ​ສ໌ຄັ້ງ​ທີ 12 ແລະ​ກ່າວຄຳ​ປາ​ໄສ​ສຳ​ຄັນ

2020-11-18 18:22:09 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 17 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ໌ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງ​ວິ​ດີ​ໂອ. ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ໄດ້ເປັນ​ປະ​ທານ​​ກອງ​ປະ​ຊຸມ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ນະ​ເຣັນ​ດຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ, ທ່ານ​ຊິ​ຣີນ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້ແລະ​ທ່ານ​​ເຈຍ ໂບນ​ໂຊ​ນາ​ໂຣ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊິນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​​ຄຳປາ​ໄສ​ໃນ​ຫົວ​ຂໍ້ “ເຝົ້າ​​ລະ​ວັງ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ຜ່ານ​ຜ່າ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ແລະ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື”, ​ໂດຍໄດ້​ເນັ້ນ​ໜັກ​ວ່າ​ 5 ປະ​ເທດບ​ຣິກ​ສ໌ ຄວນ​ຍຶດ​ໝັ້ນ​ໃນ​ລັດ​ທິ​ຫຼາຍ​ຝ່າຍ, ສ​າ​ມັກ​ຄີ​ແລະ​ປະ​ສານ​ສົ​ມ​ທົບ​ກັນ, ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ປະ​ດິດ​ສ້າງ​ໃໝ່, ຖື​ເອົາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ບູ​ລິ​ມະ​ສິດ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ຫຼຸດ​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ສາ​ມັກ​ຄີເປັນ​ຈິດ​ໜຶ່ງ​ໃຈ​ດຽວ​​ກັນເພື່ອ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື. ກອງ​ປະ​ຊຸມ​ໄດ້​ຜ່ານ​​ການຮັບ​ຮອງ “​ຖະ​ແຫຼງ​ການ​ມົ​ສ​ກູ​​ກ່ຽວ​ກັບກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບຣິກ​ສ໌ຄັ້ງ​ທີ 12”

ຜູ້​ນຳ 5 ປະ​ເທດ​ໄດ້​ປຶກ​ສາ​ຫາ​ລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ປະ​ເທດບ​ຣິກ​ສ໌, ຊຸກ​ຍູ້​​ການ​ສ້າງ​ສະ​ຖຽນ​ລະ​ພາບຄວາມ​ປອດ​ໄພ​ຮ່ວມ​ກັນ​ແລະ​ການ​ເຕີບ​ໂຕ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ໂລກ” ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ແຜນ​ການຮ່ວມ​ມື​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຮ່ວມ​ກັນ​ວາງ​ແຜນ​ພັດ​ທະ​ນາ​ປະ​ເທດ​ບ​ຣິ​ກ​ສ໌, ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິກ​ສ໌​ແລະ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ​ກອງ​ປະ​ຊຸມໄດ້​ກ້າວ​ເຖິງ​​ຂັ້ນ​ມີຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ຢ່າງກວ້າງ​ຂວາງ.