ຈີນ​ສະ​ເໜີ​ໃຫ້​ຮັບ​ຮອງ QR-Code ສຸ​ຂະ​ພາ​ບ​ສາ​ກົນ​ນຳ​ກັນ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-11-23 17:56:57 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 21 ພະ​ຈິກ​ນີ້, ​ໃນ​ເວ​ລາ​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ສຸດຍອດກຸ່ມ 20 ປະ​ເທດ ຫຼື G20 ​ຄັ້ງ​ທີ 15 ດ້ວຍ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີໃຫ້​ປະ​ຊາ​ຄົມ​ໂລກ​ສ້າງ​ກົນ​ໄກ​ຮັບ​ຮອງ QR-Code ສຸ​ຂະ​ພາ​ບ​ສາ​ກົນ​ນຳ​ກັນ ບົນ​ພື້ນ​ຖານ​ຜົນ​ການກວດ​ນິວ​ຄະ​ເລ​ອິກ ແລະ ຫວັງ​ວ່າຈະ​ມີຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ​ກົນ​ໄກ​ດັ່ງ​ກ່າວ.

ຄື​ກັນ​ກັບ​ການ​ໃສ່​ຜ້າ​ປິດ​ປາກ​ທີ່​ສາ​ມາດ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້, ​ຈີນ​ໄດ້​ນຳ​ໜ້າ​ໝູ່​ໃນ​ການ​ນຳ​ໃຊ້ QR-Code ສຸ​ຂະ​ພາ​ບ​ ແລະ​ ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: QR-Code ສຸ​ຂະ​ພາ​ບເປັນ​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ. ການ​ສ້າງ​ກົນ​ໄກ​ຮັບ​ຮອງ QR-Code ສຸ​ຂະ​ພາ​ບ​ສາ​ກົນ, ຈະ​ສາ​ມາດ​ຊຸກ​ຍູ້​ການ​ແລກ​ປ່ຽນ​ບຸກ​ຄະ​ລາ​ກອນ​​ລະ​ຫວ່າງ​ປະ​ເທດໄດ້​ດີກວ່າ​ເກົ່າ, ​ສາ​ມາດຈຳ​ກັດ​​ຜູ້​ໂດຍ​ສານ​ທີ່​ເຄີຍ​ໄດ້ໃກ້​ຊິດ​ກັບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ແຕ່​ຍັງ​ບໍ່​ທັນ​ມີ​ອາ​ການ​ພະ​ຍາ​ດ​ດັ່ງ​ກ່າວ.

ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຈີນ​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ໄວ​ທີ່​ສຸດ. ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ມີຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ຈີນ​ໃນ​ລະ​ດັບ​ຕ່ຳ​ທີ່​ສຸດ. ສິ່ງ​ທີ່​ເກີດ​ຂຶ້ນ​ກົງ​ກັນ​ຂ້າມ​ກັບ​ຢູ່​ປະ​ເທດ​ຈີນ​ນັ້ນ​ກໍ​ແມ່ນ ຕົວ​ເລກ​ຂໍ້​ມູນ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ເປີດ​ເຜີຍ​ໃນ​ວັນ​ທີ 22 ພະ​ຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ລວມ​ແລ້ວ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ມີ​ເຖິງ 57.882.183 ກໍ​ລະ​ນີ ເຊິ່ງ​​ເພີ່ມ​ໃໝ່ 604.943 ກໍ​ລະ​ນີ​ ເມື່ອ​ທຽບ​ໃສ່​ວັນ​ທີ 21 ພະ​ຈິກ ແລະ ​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພ​ະ​ຍາດ​ດັ່ງ​ກ່າວ​ໄດ້​ເພີ່ມ​ໃໝ່ 9.237 ຄົນ.

ເມື່ອ​ຫວນ​ຄືນ​ປະ​ຫວັດ​ສາດ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ແລ້ວ​ເຫັນ​ວ່າ: “ຖ້າ​​ມີ​ການໄປ​ມາ​ຫາ​ສູ່​ກັນ​ກໍ​ຈະ​ມີ​ການພັດ​ທະ​ນາ​ຮ່ວມ​ກັນ ແລະ ຖ້າ​ບໍ່​ໄປ​ມາ​ຫາ​ສູ່​ກັນ​ດ້ວຍ​ການ​ປິດ​ກັ້ນ​ບໍ​ຈະ​ຖອຍ​ຄືນຫຼັງ”, ການ​ພັດ​ທະ​ນາ​ຂອງ​ຈີນ​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ການ​ພັດ​ທະ​ນາ​ຂອງ​ໂລກ​ໄດ້, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ກໍ​ຈະບໍ່​ສາ​ມາດ​ປາ​ສະ​ຈາກ​ກາ​ນ​ພັດ​ທະ​ນາ​ຂອງ​ຈີນ​ໄດ້ເຊັ່ນ​ກັນ. ມີ​ແຕ່​ປະ​ເທດ​ຕ່າງໆ​​ສາ​ມາດຫຼຸດ​ພົ້ນອອກ​ຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ, ໂລກ​ຈິ່ງ​ຈະ​ສາ​ມາດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ໄດ້.

ຫວ່າງ​ມໍ່ໆ​ມາ​ນີ້, ອີງ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຈີນ​ແລະ​ລາວ ໃນ​ໄລ​ຍະ​ທີ່​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ລາວ, ສອງ​ຝ່າຍ​ລາວ-ຈີນ ໄດ້​ຕົກ​ລົງ​ເປີດ “ຊ່ອງ​ທາງ​ສະ​ດວກ” ແກ່​ກັນ. ເວົ້າ​ສຳ​ລັບ​ວິ​ສາ​ຫະ​ກິດ ແລະ ບຸກ​ຄົນ​ທີ່​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ອັນ​ຮີບດ່ວນ ແລະ ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ທີ່​ກ່ຽວ​ຂ້ອງ, ຖ້າ​ມີ​ໃບ​ຢັ້ງ​ຢືນ​ຜົນ​ການກວດ​​ນິວ​ຄະ​ເລ​ອິກ​ພະ​ຍາດ​ໂຄວິດ-19 ທີ່​ເປັນ​ຜົນ​ລົບ, ​ກໍສາ​ມາດ​ເຂົ້າ​ອອກ​ເມືອງ​ຂອງ​ສອງ​ປະ​ເທດ​ໄດ້​ຢ່າງ​ສະ​ດວກ ໂດຍ​ອີງ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ສອງ​ປະ​ເທດ, ນີ້​ກໍ​ແມ່ນ​ພຶດ​ຕິ​ກຳ​ເບື້ອງ​ຕົ້ນ​ທີ່​ຈີນ​ແລະ​ລາ​ວ​ນຳ​ໜ້າ​​ໝູ່​ໃນ​ການປະ​ຕິ​ບັດ QR-Code ສຸ​ຂະ​ພາ​ບ​ສາ​ກົນ.

ຍ້ອນ​ວ່າ​ຈີນ​ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ເປັນ​ປົກ​ກະ​ຕິ, ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ຈີ​ນ​ຢ່າງ​ຂະ​ໜາດ​ໃຫຍ່​​ອີກ, ໃນ​ນັ້ນ, ສິ່ງ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ກໍ​ແມ່ນ​ຍ້ອນ​ວ່າ ຈີນ​ໄດ້​ປະ​ຕິ​ບັດ​ກົນ​ໄກ QR-Code ສຸ​ຂະ​ພາ​ບ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ. ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ກົນ​ໄກ​ຮັບ​ຮອງ QR-Code ສຸ​ຂະ​ພາ​ບ​ສາ​ກົນ​ນຳ​ກັນ, ກໍ​ແມ່ນ​​ການ​ເຜີຍ​ແຜ່​ມາດ​ຕະ​ການ ແລະ ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃຫ້​ກັບ​ປະ​ຊາ​ຄົມ​ໂລກ ເຊິ່ງ​ມີ​ຈຸດ​ປະ​ສົງ​ຊ່ວຍ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ເດີນ​ອອກ​ຈາກ​ເງົາ​ມືດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ ​ເພື​ອ່​ໃຫ້​ສາ​ມາດຟື້ນ​ຟູ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຄືນ​ສູ່​ປົກ​ກະ​ຕິ​ໂດຍ​ໄວ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາ​ໆ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ຈະ​ພະ​ຍາ​ຍາມ​ຮ່ວມ​ກັ​ບຝ່າຍ​ຕ່າງໆ ເພື່ອ​ນຳ​ເອົາ​ຄວາມ​ຫວັງ ແລະ ຄວາມ​ໝັ້ນ​ໃຈ​​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ມາ​ໃຫ້​ປະ​ຊາ​ຊົນໃນ​ຂອບ​ເຂດ​ທົ່ວ​ໂລກ.