ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະຊຸມ​​ໃຫຍ່ອິນ​ເຕີ​ເນັດ​​ໂລກ

2020-11-23 17:59:00 |ມາຈາກ: CRI

ວັນ​ທີ 23 ພະຈິກ​ນີ້, ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ອິນ​ເຕີ​ເນັດ​ຂອງ​ກອງ​ປະຊຸມ​ໃຫຍ່​ອິນ​ເຕີ​​ເນັດ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​​ເຈິ້ນ​ແຂວງ​ເຈີ້​ຈ່ຽງ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສາ​ນຊົມ​ເຊີຍ​ເຖິງ​ເວທີ​ປຶກສາ​ຫາລື​ດັ່ງກ່າວ.

​ໃນ​ສານ​ຊົ​ມ​ເຊີຍ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ໃນ​ໂລກ​ປັດຈຸບັນນີ້, ການ​ປະຕິວັດ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​​ໃໝ່ຂອງອຸດສາຫະກຳຮອບ​ໃໝ່​ຍັງ​​ສືບ​ຕໍ່ດຳ​ເນີນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຊິ່ງ​ໄດ້​ຊຸກຍູ້​ການ​ພັດທະນາດ້ານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ຢ່າງ​ວ່ອງ​ໄວ. ນັບ​ແຕ່​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຕົ້ນ​ມາ, ການ​ປິ່ນປົວ​ທາງ​ໄກ, ການ​ສຶກສາ​ອອນ​ລາຍ, ​ເວທີ​​ແບ່ງປັນຂໍ້​ມູນ​ຂ່າວສານ, ການ​ປະສານ​ງານທາງ​ອອນ​ລາຍ ​ແລະ​ອື່ນໆ​ດີ​ຈີ​ຕອນໄດ້​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ, ອິນ​ເຕີ​ເນັດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ, ຮັບປະກັນ​ການ​ດຳ​ເນີນງານ​ທາງ​ສັງຄົມ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ຂອງ​ບັນດາ​ປະ​ເທດ.

ທ່ານສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ກຳ​ແໜ້ນໂອກາດທາງ​ປະຫວັດສາດ​​ໃນ​ການ​ປະຕິ​ວັດຂໍ້​ມູນ​ຂ່າວສານ, ສ້າງ​ແຮງ​ຂັບ​ເຄື່ອນການ​ພັດທະນາດ້ວຍ​ການ​ປະດິດ​ສ້າງ​ໃໝ່, ​ສ້າງສະພາບ​ການ​ໃໝ່​​​ໃຫ້​ກັບ​ການຮ່ວມ​ມືດ້ານ​​ດີ​ຈີ​ຕອນ, ສ້າງສະພາບການ​ໃໝ່​ດ້ານ​ຄວາມ​ປອດ​ໄພ​ທາງອິນ​ເຕີ​ເນັດ, ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳອິນ​ເຕີ​ເນັດ ​ແລະ​ຮ່ວມ​ມື​ກັນ​ສ້າງ​ອະນາຄົດ​ຂອງ​ມວນ​ມະນຸດທີ່​ດີງາມ​ກວ່າ​ເກົ່າ.