ເລືອກໃຊ້ບໍລິການດ້ານກົດໝາຍຄືກັບຊື້ເຄື່ອງໃນຮ້ານສັບພະສິນຄ້າ

2020-11-25 15:38:48 |ມາຈາກ: Yunnan Gateway

ສູນບໍລິການຕັດສິນຂໍ້ຂັດແຍ່ງທາງທຸລະກິດສາກົນຄຸນໝິງ ຕັ້ງຢູ່ ເຂດຄຸນໝິງ ຂອງເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ .ຢູ່ທີ່ນີ້ ມີສິ່ງອຳນວຍຄວາມສະດວກຕິດຕັ້ງຢ່າງເຕັມສ່ວນເຊັ່ນ ຫ້ອງຝຶກອົບຮົມ, ຫ້ອງການ, ສານດິຈິຕອນ, ຫ້ອງການໄກ່ເກ່ຍ ເປັນຕົ້ນ, ອົງການຈັດຕັ້ງເຫຼົ່ານີ້ ເຊັ່ນ ສານ, ໄອຍະການ, ຫ້ອງການໄກ່ເກ່ຍ, ແລະອື່ນໆ ແມ່ນເຮັດໃຫ້ພົນລະເມືອງສາມາດນຳໃຊ້ການບໍລິການໄດ້ຫຼາຍຢ່າງໃນເວລາດຽວກັນ.

ໃນປີ 2017 ຫລັງຈາກທີ່ສູນບໍລິການໄດ້ສ້າງຕັ້ງຂຶ້ນເປັນຄັ້ງທຳອິດໃນທົ່ວປະເທດ, ໄດ້ອອກແຮງສຸມ ໃສ່ການສ້າງເວທີແກ້ໄຂຂໍ້ຂັດແຍ່ງສາກົນຄືກັນກັບຮ້ານສັບພະສິນຄ້າ. ການບໍລິການສັງລວມ ແລະ ສິ່ງອຳນວຍຄວາມສະດວກດ້ານກົດໝາຍໃນສູນບໍລິການຈະຄົ້ນຄວ້າການກໍ່ສ້າງ “ອົງກອນສັງລວມການບໍລິການດ້ານກົດໝາຍສາກົນ” ທີ່ອວ່າຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ທ່ານ ເຈີນຫຸຍຈູນ ຜູ້ທີ່ເຮັດວຽກການບໍລິການດ້ານກົດໝາຍສາທາລະນະປະໂຫຍດເປັນເວລາຫຼາຍປີ, ລາວບໍ່ພຽງແຕ່ສ້າງຕັ້ງປ່ອງຢ້ຽມສັງລວມໃນການຊ່ວຍເຫຼືອດ້ານກົດໝາຍໃນສູນບໍລິການສັງລວມ, ຍັງສະໜອງການໃຫ້ຄຳປຶກສາດ້ານກົດໝາຍ ແລະ ທາງດ້ານນະໂຍບາຍໃຫ້ແກ່ວິສາຫະກິດ ແລະ ສ່ວນບຸກຄົນ, ລາວຍັງໃຫ້ບໍລິການກົດໝາຍດ້ານການແກ້ໄຂຂໍ້ຂັດແຍ່ງທາງທຸລະກິດຢ່າງເຕັມຮູບແບບສຳລັບຄູ່ກໍລະນີຄົນຈີນແລະ ຕ່າງປະເທດ.

ທ່ານ ເຈີນຫຸຍຈູນ ເວົ້າວ່າ: “ພະຍາຍາມເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າ ໃນການຕັດສິນຄະດີທຸກກໍລະນີນັ້ນ, ຄວາມຍຸຕິທຳທ່ຽງທຳແມ່ນເປົ້າໝາຍຂອງພະນັກງານທີ່ເຮັດວຽກດ້ານສານຍຸຕິທຳ, ແລະ ສະແດງໃຫ້ເຫັນເຖິງ ລະບົບກົດໝາຍຂອງການດຳລົງຊີວິດໃນແບບຢູ່ ດີກິນດີ. ລາວເຮັດວຽກຢູ່ ເຂດຄຸນໝິງ ຂອງເຂດທົດລອງການຄ້າເສລີ(ແຂວງຢຸນນານ)ປະເທດຈີນ ເປັນເວລາຍາວນານ,ຕາມເສັ້ນທາງເສັ້ນໜຶ່ງແຫ່ງພຶດຕິກຳຕົວຈິງ ໃນການນຳໃຊ້ ການບໍລິການກົດໝາຍສະຫວັດດີການສາທາລະນະ ໃນດ້ານຕ່າງໆເຊັ່ນ: ການລົງທຶນຢູ່ຕ່າງປະເທດໂດຍວິສາຫະກິດທີ່ໄດ້ຮັບທຶນຈາກຈີນ, ການລົງທຶນໂດຍວິສາຫະກິດຕ່າງປະເທດໃນປະເທດຈີນ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງພະນັກງານທີ່ເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.

ອິງຕາມຂໍ້ມູນຂ່າວສານ, ສູນບໍລິການໄດ້ແກ້ໄຂຂໍ້ຂັດແຍ່ງທາງດ້ານທຸລະກິດກັບບັນດາປະເທດເຊັ່ນ ມາເລເຊຍ, ບັງກະລາເທດ, ໄທ, ອິນເດຍ ແລະ ປະເທດອື່ນໆ, ທັງໄດ້ເຊັນສັນຍາການຮ່ວມມືກັບອົງການຈັດຕັ້ງບໍລິການກົດໝາຍ ແລະ ການໄກ່ເກ່ຍ ກັບເມືອງຕ່າງໆເຊັ່ນ: ປັກກິ່ງ, ຊຽງໄຮ, ຫາຍນານ, ປາຍຫາຍ, ຄຸນໝິງ, ພູເອີ ແລະ ອື່ນໆ. ສູນບໍລິການໄດ້ສ້າງຕັ້ງຈຸດຕິດຕໍ່ປະສານງານການບໍລິການດ້ານແກ້ໄຂຂໍ້ຂັດແຍ່ງທາງທຸລະກິດສາກົນ 8 ຈຸດໃນມຽນມາ, ສີລັງກາ, ລາວ, ໄທ, ບັງກະລາເທດ, ອິນເດຍ, ຮົງກົງແລະ ມາເກົາ. ຊ່ຽວຊານດ້ານກົດໝາຍພາຍໃນ ແລະ ຕ່າງປະເທດຫລາຍກວ່າ 100 ຄົນໄດ້ຖືກຈ້າງມາເປັນສະມາຊິກໃນຄັງຜູ້ຊ່ຽວຊານຂອງສູນບໍລິການ.

ຄູ່ກໍລະນີສາມາດເລືອກອົງກອນແກ້ໄຂຂໍ້ຂັດແຍ່ງດ້ານທຸລະກິດສາກົນທັງພາຍໃນ ແລະ ຕ່າງປະເທດເພື່ອແກ້ໄຂຂໍ້ຂັດແຍ່ງ, ທັງຍັງສາມາດເລືອກເອົາຜູ້ຊ່ຽວຊານດ້ານກົດໝາຍການຂັດແຍ່ງດ້ານທຸລະກິດສາກົນທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ບໍລິການດ້ານກົດໝາຍໄດ້. ດ້ວຍຄວາມກ້າວໜ້າຂອງການປະຕິຮູບ ແລະ ການປະດິດສ້າງໃໝ່ໃນເຂດທົດລອງການຄ້າເສລີ, ຂໍ້ຂັດແຍ່ງທາງທຸລະກິດການຄ້າທີ່ເກີດຂື້ນຈາກການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ແລະ ການດຳເນີນງານດ້ານການລົງທຶນຈະສືບຕໍ່ເພີ່ມຂື້ນ, ແລະ ການບໍລິການ ໄກ່ເກ່ຍດ້ານທຸລະກິດການຄ້າກໍ່ຈະມີອະນາຄົດຫຼາຍ. ແນ່ນອນວ່າ,ການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ມີຄວາມກົມກຽວ ແລະ ສວຍງາມ ກໍ່ແມ່ນສະພາບຄວາມຢູ່ດີກິນດີທີ່ນັກລົງທຶນສະແຫວງຫາ.