ທາງການລາຍງານ ລາຍອຽດຂໍ້ມູນຜູ້ຕິດເຊື້ອໂຄວິດໃໝ່ທັງ 14 ຄົນ

2020-11-25 15:39:33 |ມາຈາກ: CRI

ກອງເລຂາຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດ ລາຍງານໃນຕອນແລງ ວັນທີ 23 ພະຈິກ 2020 ນີ້ວ່າ: ຜູ້ຕິດເຊື້ອ 14 ກໍລະນີ ແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໂດຍຜ່ານທາງຍົນ ເຊິ່ງເປັນຍົນເໝົາລໍມາ 2 ຖ້ຽວບິນ ໃນຈໍານວນຜູ້ຕິດເຊື້ອນັ້ນ ເປັນຄົນສັນຊາດລາວ 1 ຄົນ ແລະ 13 ເປັນຄົນຕ່າງປະເທດ ໃນນັ້ນ ມີເດັກນ້ອຍຊາຍຜູ້ໜຶ່ງ ອາຍຸພຽງ 12 ປີ ເຊິ່ງຜູ້ຕິດເຊື້ອໃນຈໍານວນດັ່ງກ່າວມີເພດຍິງ 3 ຄົນ, ເພດຊາຍ 11 ຄົນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ກອງເລຂາຄະນະສະເພາະກິດໂຕ້ໂຄວິດ-19 ລະດັບຊາດເວົ້າວ່າ: ທ້ຽວບິນທໍາອິດມີຜູ້ເດີນທາງຮ່ວມນໍາກັນມາ 62 ຄົນ ສ່ວນຖ້ຽວບິນທີສອງ ມີ 49 ຄົນ, ກ່ອນເດີນທາງເຂົ້າປະເທດລາວ ຜູ້ໂດຍສານທັງໝົດໃນຖ້ຽວບິນເຫຼົ່ານັ້ນແມ່ນໄດ້ຖືກກວດຫາເຊື້ອໂຄວິດ-19 ໃນປະເທດຕົ້ນທາງແລ້ວ ແຕ່ບໍ່ພົບເຊື້ອ. ເມື່ອຜູ້ໂດຍສານທັງໝົດມາເຖິງ ສປປ ລາວ ທຸກຄົນໄດ້ຖືກກວດຫາເຊື້ອໂຄວິດ-19 ຄືນອີກຫຼາຍຄັ້ງເພື່ອຢັ້ງຢືນ ແລະມາຮອດໃນວັນທີ 22 ພະຈິກ ແມ່ນສາມາດກວດພົບ 14 ຄົນທີ່ຕິດເຊື້ອໂຄວິດ-19 ແລະທັງໝົດນີ້ໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍມິດຕະພາບ. ສ່ວນຜູ້ທີ່ກວດບໍ່ພົບເຊື້ອ ແມ່ນຖືກຈໍາກັດບໍລິເວນໃນສະຖານທີທາງການກໍານົດໄວ້ ຈົນກວ່າຈະຄົບກໍານົດ. ຫຼັງຈາກມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍໃນຄັ້ງນີ້, ເຊິ່ງໃນມື້ດຽວກັນນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ຮຽກປະຊຸມນໍາຄະນະສະເພາະກິດຢ່າງຮີບດ່ວນເພື່ອປຶກສາໃນຫຼາຍບັນຫາທີ່ສໍາຄັນ ເພື່ອຕອບໂຕ້ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນຈະໄດ້ພິຈະລະນາ ຢ່າງຖີ່ຖ້ວນຕໍ່ກັບກັບການອະນຸມັດຖ້ຽວບິນເໝົາລໍາທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງເຊື້ອໂຄວິດ-19, ເຊິ່ງໄດ້ລວມເຖິງການອອກວີຊາໃຫ້ກັບພົນລະເມືອງຕ່າງປະເທດທີ່ຢູ່ໃນປະເທດທີ່ມີການລະບາດນັ້ນ ຈະຕ້ອງໄດ້ຮັບການພິຈາລະນາຢ່າງຖີ່ຖ້ວນເຖິງຄວາມຈໍາເປັນທີ່ສຸດຈຶ່ງຈະໄດ້ອະນຸມັດໃຫ້ເຂົ້າມາ ສປປ ລາວ. ນອກນັ້ນ, ຍັງໃຫ້ປະຊາຊົນທີ່ຢູ່ໃນ ສປປ ລາວ ທຸກຄົນ ໃຊ້ຊີວິດຢ່າງລະມັດລະວັງ ແລະປະຕິດບັດຄໍາແນະນໍາຂອງຄະນະສະເພາະກິດເພື່ອຫຼີກລ່ຽງການລະບາດຮອບສອງ.

ຄະນະສະເພາະກິດແຈ້ງຕື່ມວ່າ: ເຖິງຢ່າງໃດກໍຕາມຍັງມີຂ່າວສໍາລັບຜູ້ຕິດເຊື້ອນໍາເບີ 24 ແມ່ນໄດ້ຮັບອະນຸຍາດອອກໂຮງໝໍໃນວັນທີ 23 ພະຈິກ ນີ້ເຊັ່ນດຽວກັນ ຫຼັງຈາກກວດເຊື້ອໂຄວິດ-19 ບໍ່ພົບ ເຖິງ 2 ຄັ້ງຕິດຕໍ່ກັນແລ້ວ ປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ທັງໝົດ 39 ຄົນ. ປິ່ນປົວຫາຍດີແລ້ວ 24 ຄົນ ແລະຍັງສືບຕໍ່ປິ່ນປົວອີກ 15 ຄົນ.