ຜູ້ຊ່ຽວຊານ 6 ຄົນຈາກຢຸນນານເດີນທາງໄປປະເທດລາວອີກເທື່ອໜຶ່ງ,ເພື່ອຊ່ວຍນະຄອນຫຼວງວຽງຈັນຍົກລະດັບຄວາມສາມາດການກວດ​ຫາເຊື້ອພະຍາດໂຄວິດ-19

2020-11-25 18:20:55 |ມາຈາກ: Yunnan Gateway

ວັນທີ 24 ພະຈິກ, ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວຂອງແຂວງຢຸນນານ 6 ຄົນ ທີ່ສ້າງຕັ້ງໂດຍຫ້ອງການຕ່າງປະເທດຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ,ຄະນະກຳມະການສາທາລະນະສຸກແຂວງຢຸນນານ,ແລະສູນຄວບຄຸມແລະປ້ອງກັນພະຍາດແຂວງຢຸນນານ, ໄດ້ເດີນທາງດ້ວຍເຮືອບິນອອກຈາກເມືອງຄຸນໝິງໄປນະຄອນຫຼວງວຽງຈັນປະເທດລາວ.

ປັດຈຸບັນ, ແຂວງຢຸນນານຮັບຜິດຊອບປະຕິບັດໂຄງການທີ່ປະເທດຈີນຊ່ວຍເຫຼືອລາວໃນການກໍ່ສ້າງໂຄງການຫ້ອງທົດລອງກວດ​ຫາເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນປະເທດລາວ.ພາຍຫຼັງໂຄງການນີ້ສຳເລັດແລ້ວ,ນະຄອນຫຼວງວຽງຈັນຈະສາມາດດຳເນີນການກວດ​ຫາເຊື້ອພະຍາດໂຄວິດ-19 ໄດ້ 1,000 ຄົນໃນແຕ່ລະມື້.

ໜ່ວ​ຍ​ຊ່ຽວ​ຊານ​ຈະເຮັດວຽກຢູ່ນະຄອນຫຼວງວຽງຈັນເປັນເວລາ 8 ວັນ, ຊີ້ນຳພະແນກທີ່ກ່ຽວຂ້ອງໃນປະເທດລາວກ່ຽວກັບການຕິດຕັ້ງຫ້ອງທົດລອງ, ດຳເນີນການຝຶກອົບຮົມໃຫ້ແກ່ພະນັກງານຄວບຄຸມ ແລະ ປິ່ນປົວພະຍາດຢູ່ນະຄອນຫຼວງວຽງຈັນ, ແບ່ງປັນຮູບແບບຂອງປະເທດຈີນ, ແນະນຳປະສົບການຂອງຈີນໃຫ້ພະນັກງານ , ຍົກລະດັບຄວາມສາມາດຂອງລາວໃນການຕໍ່ສູ້ກັບພະຍາດໂຄວິດ-19 ,ກວດ​ຫາເຊື້ອ​ໄວ​ຣັດ ແລະ ການປິ່ນປົວທາງການແພດ.

ກ່ອນໜ້ານີ້, ວັດສະດຸ ແລະ ອຸປະກອນຫ້ອງທົດລອງທີ່ມີມູນຄ່າ 2,197 ລ້ານຢວນໄດ້ຖືກຂົນສົ່ງອອກຈາກດ່ານບໍ່ເຕັນ-ບໍ່ຫານ,ແລະ ມາຮອດນະຄອນຫຼວງວຽງຈັນໃນວັນທີ 23 ພະຈິກ.