ຖ່າຍທອດປະສົບການການຄ້າເອເລັກໂຕຣນິກຈີນໃຫ້ແກ່ຊາວໜຸ່ມລາວ

2020-11-27 14:54:34 |ມາຈາກ: Yunnan Gateway

“ອາຈານ, ຈະແກ້ບັນຫາການຮັບປະກັນສິນຄ້າຂ້າມແດນແນວໃດ?” “ຂ້ອຍຢາກເອົາກາເຟລາວທີ່ແຊບທີ່ສຸດໄປຂາຍຢູ່ຈີນ”... ວັນທີ 18-19 ພະຈິກ 2020, ການຝຶກອົບຮົມການສ້າງທຸລະກິດໃໝ່ດ້ານການຄ້າເອເລັກໂຕຼນິກ ສຳລັບ ຊາວໜຸ່ມ ແລະ ແມ່ຍິງລາວ ປີ 2020 ທີ່ຮ່ວມກັນຈັດຂຶ້ນໂດຍສະມາຄົມຄອມພິວເຕີແຂວງຢຸນນານ ແລະ ມະຫາວິທະຍາໄລແຫ່ງຊາດລາວໄດ້ຈັດຂຶ້ນຕາມກຳນົດເວລາ.

ຫລັກສູດພື້ນຖານການຄ້າເອເລັກໂຕຼນິກ, ບົດຮຽນການດຳເນີນກິດຈະການຮ້ານຄ້າອອນລາຍ, ບົດຮຽນການປະຕິບັດການຊື້ເຄື່ອງອອນລາຍຈຳລອງ... ເຖິງແມ່ນວ່າຍ້ອນເຫດຜົນການລະບາດຂອງພະຍາດໂຄວິດ-19, ທ່ານນາງ ປະລິນຍາເອກ ຈາຣຸວັນ ອຸດົມຊັບ ອາຈານສອນ ບໍ່ສາມາດສອນໂຕຈິງໄດ້ແບບຕົວຕໍ່ຕົວຄືປີກາຍນີ້, ແຕ່ວ່າ ບໍ່ສົ່ງຜົນກະທົບຕໍ່ຄວາມກະຕືລືລົ້ນໃນການແລກປ່ຽນຂອງຄູແລະນັກຮຽນ. ທ່ານນາງຈາຣຸວັນ ອຸດົມຊັບ ແນະນຳວ່າ “ປີນີ້ພວກເຮົາຮັບນັກສຶກສາ 18 ຄົນ, ຕົ້ນຕໍແມ່ນມາຈາກ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ,ນັກສຶກສາມີຄວາມຮູ້ທາງດ້ານເຕັກນິກຄອມພິວເຕີຫຼາຍແນ່, ເຮັດໃຫ້ການສອນອອນລາຍມີຄວາມສະດວກຍິ່ງຂຶ້ນ.”

ອີງຕາມການແນະນຳ, ການຝຶກອົບຮົມດັ່ງກ່າວມີຈຸດປະສົງຊ່ວຍເຫຼືອໃຫ້ຊາວໜຸ່ມລາວ ແລະ ແມ່ຍິງລາວ ມີຄວາມເຂົ້າໃຈ ແລະ ເຂົ້າຮ່ວມຂະແໜງການການຄ້າເອເລັກໂຕຼນິກ, ອອກແຮງຊ່ວຍເຫຼືອການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ ແລະ ຈັດຂຶ້ນເປັນຄັ້ງທຳອິດໃນປີ 2019.

ຜູ້ຮັບຜິດຊອບໂຄງການຂອງຝ່າຍລາວ, ທ່ານ ປະລິນຍາເອກ ສົມພອນ ກັນທະວົງ ຮອງຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດໃຫ້ການແນະນຳວ່າ, ການຝຶກອົບຮົມປີກາຍນີ້ໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ນາງ ສວຍລະອຽດ ພິດສະພອນ ນັກສຶກສາຈາກພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ຂອງຄະນະວິສະວະກຳສາດ, ໄດ້ນຳເອົາຄວາມຮູ້ທີ່ຕົນໄດ້ຮ່ຳຮຽນມາໃນການຝຶກອົບຮົມໄປໃຊ້ໃນສື່ສັງຄົມອອນລາຍ, ສ້າງຕັ້ງເພຈໃນເຟສບຸກ ທີ່ມີຊື່ວ່າ ແຊບຊ້ອຍ ZaepZoy, ໄດ້ຮັບການຕ້ອນຮັບຈາກຊາວເນັດ, ໄດ້ຮັບໃບຈອງໂຄສະນາຈາກບັນດາຫ້າງຮ້ານເປັນຈຳນວນຫຼວງຫຼາຍ.

ໃນນາມທີ່ເປັນຜູ້ຊ່ຽວຊານທີ່ໄດ້ຮັບເຊີນມາເປັນພິເສດຂອງສະມາຄົມຄອມພິວເຕີແຂວງຢຸນນານ, ບົດສອນຂອງ ທ່ານນາງ ຈາຣຸວັນ ອຸດົມຊັບ ມີການຮຽນທິດສະດີ, ມີທັງການຮຽນປະຕິບັດຕົວຈິງ. ທ່ານນາງ ຈາຣຸວັນ ອຸດົມຊັບ ກ່າວວ່າ “ພາຍຫຼັງທີ່ເກີດການລະບາດຂອງພະຍາດຂຶ້ນ, ສາມາດຮູ້ສຶກໄດ້ຢ່າງແຈ່ມແຈ້ງວ່າຄວາມຕ້ອງການຂອງມວນຊົນລາວຕໍ່ກັບການຄ້າເອເລັກໂຕຼນິກ ມີການເພີ່ມຂຶ້ນຢ່າງຮີບດ່ວນ, ຜູ້ທີ່ປະກອບອາຊີບການຄ້າເອເລັກໂຕຼນິກໃນລາວ ຈຳນວນຫຼາຍ ລ້ວນແລ້ວແຕ່ແມ່ນຊາວໜຸ່ມທີ່ມີຄວາມຄິດ, ມີເປົ້າໝາຍ ແລະ ຄວາມສາມາດການຮຽນຮູ້ທີ່ເຂັ້ມແຂງ, ການຝຶກອົບຮົມແນວນີ້ ຈະເຮັດໃຫ້ພວກເຂົາຮຽນ ແລະ ສາມາດນຳໄປໃຊ້ໄດ້.”

“ທຸລະກິດການຄ້າເອເລັກໂຕຼນິກຂອງລາວກຳລັງເລີ່ມຮຸ່ງເຮືອງ, ລັດຖະບານລາວກໍໄດ້ຕັ້ງໜ້າຊຸກຍູ້ການຫັນປ່ຽນເສດຖະກິດແບບດັ້ງເດີມໄປສູ່ເສດຖະກິດດິຈິຕອນ, ຊຸກດັນການພັດທະນາຂອງທຸກໆຂະແໜງການ.” ທ່ານ ສົມພອນ ກັນທະວົງ ຄິດວ່າ ຜ່ານການເປີດຝຶກອົບຮົມແລກປ່ຽນການຄ້າເອເລັກໂຕຼນິກລາວ-ຈີນ, ຈະສາມາດຊຸກຍູ້ໃຫ້ຊາວໜຸ່ມເຂົ້າໃຈສະພາບການພັດທະນາຂອງຂະແໜງການ, ນີ້ບໍ່ພຽງແຕ່ຂະຫຍາຍຊ່ອງທາງການແລກປ່ຽນວິທະຍາສາດເຕັກໂນໂລຢີລະຫວ່າງປະຊາຊົນສອງຊາດລາວ-ຈີນ, ຍັງເປັນການທົດລອງທີ່ມີປະໂຫຍດໃນການບຳລຸງສ້າງບຸກຄະລາກອນທີ່ສ້າງຕັ້ງທຸລະກິດໃໝ່ ແລະ ການປະດິດສ້າງໃໝ່ໃນລາວ.

ທ່ານ ສິນໄຊ ລີວົງທັມ ( Li Jian) ປະທານສະມາຄົມຄອມພິວເຕີ ແຂວງຢຸນນານ ແນະນຳວ່າ, ປັດຈຸບັນ ສະມາຄົມ ແລະ ມະຫາວິທະຍາໄລແຫ່ງຊາດລາວກຳລັງວາງແຜນຮ່ວມມືກໍ່ສ້າງສູນຂໍ້ມູນຄລາວ (cloud data) ,ເພື່ອເປັນການສະໜອງການບໍລິການໃຫ້ການພັດທະນາການຄ້າເອເລັກໂຕຼນິກຂອງລາວ. “ຄຽງຄູ່ກັບການລົງນາມໃນສັນຍາ RECP, ໂດຍສະເພາະແມ່ນຫຼັງຈາກການເປີດທາງລົດໄຟລາວ-ຈີນ, ການພັດທະນາການຄ້າເອເລັກໂຕຼນິກຍັງຈະຕ້ອນຮັບໂອກາດທາງທຸລະກິດທີ່ຫຼາຍຍິ່ງຂຶ້ນ.”