ສະມາຄົມມິດຕະພາບຕໍ່ຕ່າງປະເທດຂອງປະຊາຊົນແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫລືອອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19ໃຫ້ແກ່ສປປ ລາວ

2020-11-30 15:55:33 |ມາຈາກ: Yunnan Gateway

ວັນທີ 26 ພະຈິກ, ສະມາຄົມມິດຕະພາບຕໍ່ຕ່າງປະເທດຂອງປະຊາຊົນແຂວງຢຸນນານ ສປ ຈີນ ໄດ້ມອບເຄື່ອງຊ່ວຍເຫລືອອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19ໃຫ້ແກ່ກະຊວງສາທາລະນະສຸກແຫ່ງ ສປປ ລາວ.

ອິງຕາມຂໍ້ມູນຂ່າວສານ, ສະມາຄົມມິດຕະພາບຕໍ່ຕ່າງປະເທດຂອງປະຊາຊົນແຂວງຢຸນນານໄດ້ຕັ້ງໜ້າກະກຽມເງິນທຶນຢ່າງຫ້າວຫັນ, ໃນການຈັດຊື້ລົດ​ໂຮງໝໍຄັນ​ຫນຶ່ງ ແລະ ຢາກວດຫາເຊື້ອ​ໄວ​ຣັດຈຳນວນໜຶ່ງເພື່ອຊ່ວຍເຫຼືອກະຊວງສາທາລະນະສຸກຂອງລາວ.

ຕອນເຊົ້າຂອງມື້ດຽວກັນ, ພິທີມອບຮັບເຄື່ອງຊ່ວຍເຫລືອອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ໄດ້ຈັດຂຶ້ນຢູ່ເມືອງຄຸນໝິງ. ທ່ານ ຄຳພອນ ວົງສັນຕິ ກົງສຸນໃຫຍ່ ສປປ ລາວ ທີ່ຄຸນມິງ ສປ ຈີນໄດ້ເຂົ້າຮ່ວມໃນພິທີ ແລະ ຕາງໜ້າກະຊວງສາທາລະນະສຸກຂອງລາວຮັບເຄື່ອງອຸປະກອນດັ່ງກ່າວ.