ງານວາງສະແດງສິນຄ້າຈີນ-ອາຊີໃຕ້ກັບມາແລ້ວອີກຄັ້ງໜຶ່ງ

2020-12-01 17:31:57 |ມາຈາກ: Yunnan Gateway

 

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ກັບມາແລ້ວອີກຄັ້ງໜຶ່ງ. ແຕ່ວ່າຄວາມແຕກຕ່າງກັບງານວາງສະແດງຄັ້ງທີ່ຜ່ານມາກໍຄື, ງານວາງສະແດງຄັ້ງນີ້ຈະຈັດການວາງສະແດງ ທາງອອນລາຍ ແລະ ທາງໜ້າຮ້ານວາງສະແດງຕົວຈິງ.

ອິງຕາມຂໍ້ມູນຂ່າວສານຈາກອຳນາດການປົກຄອງແຂວງຢຸນນານ, ວັນທີ 12-18 ເດືອນທັນວາ,ແຂວງຢຸນນານຈະຈັດ “ການວາງສະແດງທາງອອນລາຍ ຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ ທີ່ບໍ່ມີຍາມຢຸດເຊົາ ”, ສະໜອງ “ຮ້ານວາງສະແດງ” ທີ່ບໍ່ເສຍຄ່າໃຫ້ວິສາຫະກິດທີ່ເຂົ້າຮ່ວມການວາງສະແດງ.ນັກທຸລະກິດສາມາດລົງທະບຽນເຂົ້າຮ່ວມງານວາງສະແດງໄດ້ໂດຍຜ່ານເວບໄຊທາງການຂອງງານວາງສະແດງສິນຄ້າຈີນ - ອາຊີໃຕ້, APP ຂອງງານວາງສະແດງສິນຄ້າຈີນ - ອາຊີໃຕ້, ການສະໝັກຜ່ານບັນຊີທາງການຂອງ WeChat ທີ່ຊື່ວ່າ “ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ງານການແລກປ່ຽນສິນຄ້າຂາເຂົ້າ-ຂາອອກນະຄອນຄຸນໝິງປະເທດຈີນ” (南博会暨昆交会) ຫຼື ໂປຣແກຼມຂະໜາດນ້ອຍ WeChat. ນັບແຕ່ເວທີການວາງສະແດງໄດ້ເປີດໃຫ້ລົງທະບຽນໃນວັນທີ 26 ພະຈິກ,
ໄດ້ມີ 68 ບໍລິສັດຈາກປະເທດ ແລະ ເຂດແຄວ້ນໄດ້ລົງທະບຽນເຂົ້າຮ່ວມງານວາງສະແດງ.

ຫໍວາງສະແດງເລກທີ 14, 15 ທີ່ຕັ້ງຢູ່ສູນວາງສະແດງສາກົນຕ່ຽນສືນະຄອນຄຸນໝິງ (ແມ່ນງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ ແລະ ສູນການຄ້າວາງສະແດງສິນຄ້າຂາເຂົ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້) ເປັນເວທີວາງສະແດງຕົວຈິງ. ໃນໄລຍະການວາງສະແດງ, ຢູ່ນີ້ຈະມີກິດຈະກຳຕ່າງໆເຊັ່ນ: ການສະແດງຮູບພາບສັງລວມຂອງບັນດາປະເທດອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້, ການໂຄສະນາ ແລະ ແນະນຳທາງອິນເຕີເນັດ, ການຖ່າຍທອດສົດ "ການນຳໃຊ້ສິນຄ້າຂອງຄົນດັງ" ແລະ ອື່ນໆຈະຖືກຈັດຂື້ນ. ພ້ອມກັນນັ້ນ, ຍັງມີຫໍວາງສະແດງຫຼາຍກວ່າ 10 ຫໍເຊັ່ນ ຫໍວາງສະແດງອາຊີໃຕ້, ຫໍວາງສະແດງອາຊີຕາເວັນອອກສ່ຽງໃຕ້, ຫໍວາງສະແດງ ຕ່າງປະເທດ, ຫໍວາງສະແດງການຜະລິດ, ຫໍວາງສະແດງການຢາ ແລະ ສາທາລະນະສຸກ, ຫໍວາງສະແດງອາຫານສີຂຽວ, ຫໍວາງສະແດງວັດທະນະທຳການທ່ອງທ່ຽວ, ຫໍວາງສະແດງພະລັງງານສີຂຽວ ແລະ ອື່ນໆ.